ເພງ^ສັນລະເສີນ 30 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າຜູ້ໃຫ້ຊີວິດ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຍ້ອງຍໍສັນລະເສີນພຣະອົງ ເພາະພຣະອົງໄດ້ຊ່ວຍເອົາຂ້ານ້ອຍໄວ້ ພຣະອົງໄດ້ຮັກສາຂ້ານ້ອຍໄວ້ຈາກເຫຼົ່າສັດຕູ ໂດຍບໍ່ໃຫ້ພວກເຂົາສົມນໍ້າໜ້າຂ້ານ້ອຍໄດ້. 2 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ເມື່ອຂ້ານ້ອຍຮ້ອງຫາພຣະອົງໃຫ້ຊ່ວຍເຫລືອ ພຣະອົງກໍປິ່ນປົວຂ້ານ້ອຍ 3 ພຣະເຈົ້າຢາເວໄດ້ນຳເອົາຂ້ານ້ອຍອອກຈາກຂຸມຝັງສົບ ຄືບ່ອນເລິກ ທີ່ຂ້ານ້ອຍໄດ້ລົງໄປ ແຕ່ຊົງໃຫ້ຊີວິດໃໝ່ອີກ. 4 ປະຊາຊົນຂອງພຣະອົງທຸກຄົນຜູ້ທີ່ສັດຊື່ຕໍ່ພຣະອົງເອີຍ ຈົ່ງຮ້ອງບົດເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຈົ່ງຖວາຍຄຳໂມທະນາຂອບພຣະຄຸນ ແດ່ພຣະນາມບໍຣິສຸດຂອງພຣະອົງ 5 ຄວາມໂກດຮ້າຍຂອງພຣະອົງມີຢູ່ພຽງຊົ່ວຄາວ ຄຸນຄວາມດີຂອງພຣະອົງດຳລົງຢູ່ຕະຫລອດຊົ່ວຊີວິດ. ນໍ້າຕາອາດໄຫລຫລັ່ງໃນເວລາກາງຄືນ ແຕ່ຄວາມຊົມຊື່ນຍິນດີກໍມີມາໃນຕອນເຊົ້າ. 6 ຂ້ານ້ອຍຮູ້ສຶກປອດໄພຈຶ່ງເວົ້າກັບຕົວເອງວ່າ, “ຂ້ອຍຈະບໍ່ພ່າຍແພ້ເລີຍ.” 7 ຂ້າແດ່ພຣະເຈົ້າຢາເວ ພຣະອົງດີຕໍ່ຂ້ານ້ອຍແທ້ໆ ພຣະອົງເປັນດັ່ງປ້ອມເທິງພູປ້ອງກັນຂ້ານ້ອຍໄວ້. ແຕ່ຖ້າພຣະອົງລີ້ໜ້າຈາກຂ້ານ້ອຍໄປ ຂ້ານ້ອຍກໍໄດ້ແຕ່ຢ້ານກົວເທົ່ານັ້ນ. 8 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ ແລະຂໍໃຫ້ພຣະເຈົ້າຢາເວຊ່ວຍເຫລືອດັ່ງນີ້: 9 “ພຣະອົງຈະໄດ້ຫຍັງແດ່ ຖ້າຂ້ານ້ອຍຕາຍໄປ? ພຣະອົງຈະໄດ້ຫຍັງ ຖ້າຂ້ານ້ອຍໄປສູ່ຂຸມຝັງສົບພຸ້ນ? ຄົນຕາຍໄປແລ້ວຈະສັນລະເສີນພຣະອົງໄດ້ບໍ? ປະກາດເຖິງຄວາມສັດຊື່ຂອງພຣະອົງໄດ້ບໍ່? 10 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງແລະເມດຕາຂ້ານ້ອຍແດ່ ຂ້າແດ່ພຣະເຈົ້າຢາເວເອີຍ ຂໍໂຜດຊ່ວຍຂ້ານ້ອຍດ້ວຍ.” 11 ພຣະອົງໄດ້ເຮັດໃຫ້ຄວາມງ່ວມເຫງົາໝົດໄປ ແລະນຳການຟ້ອນລຳອັນມ່ວນຊື່ນມາແທນທີ່. ພຣະອົງເອົາຄວາມໂສກເສົ້າເສຍໃຈຂອງຂ້ານ້ອຍໜີໄປ ແລະນຳຄວາມຊົມຊື່ນຍິນດີມາລ້ອມຮອບຂ້ານ້ອຍໄວ້. 12 ສະນັ້ນ ຂ້ານ້ອຍຈຶ່ງຈະບໍ່ມິດງຽບຢູ່ຕໍ່ໄປ ແຕ່ຈະຮ້ອງເພງຍ້ອງຍໍສັນລະເສີນຖວາຍແດ່ພຣະອົງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະອົງຕະຫລອດໄປເປັນນິດ. |
@ 2012 United Bible Societies. All Rights Reserved.