ເພງ^ສັນລະເສີນ 3 - ພຣະຄຳພີສັກສິຄຳພາວັນນາອະທິຖານໃນຕອນເຊົ້າຂໍໃຫ້ຊ່ວຍຊູ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີສັດຕູຫລາຍ ມີຫລາຍຄົນທີ່ສຸດຫັນມາຕໍ່ສູ້ຂ້ານ້ອຍຢູ່ 2 ສັດຕູເວົ້າເຖິງຂ້ານ້ອຍໂດຍກ່າວອອກມາວ່າ, “ພຣະເຈົ້າຈະບໍ່ຊ່ວຍເຫຼືອຄົນຢ່າງລາວດອກ.” 3 ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງເປັນທີ່ກຳບັງຂອງຂ້ານ້ອຍ ພຣະອົງປົກປັກຮັກສາຂ້ານ້ອຍຈາກອັນຕະລາຍເລື້ອຍໆ ພຣະອົງໃຫ້ຂ້ານ້ອຍໄດ້ຮັບຄວາມມີໄຊ ແລະຊ່ວຍຊູໃຫ້ມີຄວາມກ້າຫານຂຶ້ນໃໝ່. 4 ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ຈາກເນີນພູສັກສິດ ພຣະອົງຕອບຂ້ານ້ອຍແລ້ວ. 5 ຂ້ານ້ອຍຢຽດຕົວເນີ້ງແລະນອນນິ້ງຫລັບໄປ ທັງຄືນພຣະເຈົ້າຢາເວຮັກສາຂ້ານ້ອຍໄວ້. 6 ຂ້ານ້ອຍບໍ່ຢ້ານສັດຕູເປັນໝື່ນເປັນແສນ ທີ່ຢູ່ອ້ອມຂ້າງອ້ອມແອວຂ້ານ້ອຍນັ້ນ. 7 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລຸກຂຶ້ນຊ່ວຍແດ່ ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນໄພດ້ວຍເຖີດ. ຂໍພຣະອົງຕົບໜ້າສັດຕູທັງຫຼາຍຂອງຂ້ານ້ອຍ ແລະຊົງຫັກແຂ້ວຂອງຄົນທັງປວງ. 8 ພຣະເຈົ້າຢາເວເທົ່ານັ້ນ ທີ່ໃຫ້ຂ້ານ້ອຍໄດ້ໄຊຊະນະ ຂໍຊົງໂຜດອວຍພອນປະຊາຊົນຂອງພຣະອົງເທີ້ນ. |
@ 2012 United Bible Societies. All Rights Reserved.