Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 29 - ພຣະຄຳພີສັກສິ


ສຽງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ໃນ​ລົມພະຍຸ

1 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຊາວ​ສະຫວັນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ແລະ​ຣິດທານຸພາບ.

2 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າຢາເວ ຈົ່ງ​ກົ້ມຂາບ​ອົງ​ບໍຣິສຸດ ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ.

3 ສຽງ​ຂອງ​ພຣະເຈົ້າຢາເວ​ດັງ ກ້ອງ​ກັງວານ​ອອກ​ໄປ​ເທິງ​ໜ້າ​ນໍ້າ​ມະຫາສະໝຸດ​ເລິກ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ເປັນ​ສຽງ​ດັງ​ກ້ອງ​ກັງວານ ສຽງ​ຂອງ​ພຣະເຈົ້າຢາເວ​ກໍ​ດັງ​ທົ່ວ​ທັງ​ມະຫາສະໝຸດ​ດ້ວຍ.

4 ສຽງ​ຂອງ​ພຣະເຈົ້າຢາເວ​ມີ​ຣິດເດດ ສຽງ​ຂອງ​ພຣະເຈົ້າຢາເວ​ໜ້າ​ຢ້ານກົວ.

5 ສຽງ​ຂອງ​ພຣະເຈົ້າຢາເວ​ຜ່າ​ຕົ້ນແປກ​ທັງຫລາຍ​ລົງ ພຣະເຈົ້າຢາເວ​ຜ່າ​ແມ່ນແຕ່​ຕົ້ນແປກ​ທີ່​ຢູ່​ດົງ​ເລບານອນ​ນັ້ນ.

6 ພຣະອົງ​ໃຫ້​ພູ​ເລບານອນ​ເຕັ້ນ​ດັ່ງ​ງົວ​ນ້ອຍ​ທັງຫລາຍ ແລະ​ເຮັດ​ໃຫ້​ພູເຂົາ​ເຮີໂມນ​ເຕັ້ນ​ດັ່ງ​ຝູງ​ງົວໜຸ່ມ.

7 ສຽງ​ຂອງ​ພຣະເຈົ້າຢາເວ​ກໍ​ດັງ​ອອກ​ໄປ ກ້ອງ​ກັງວານ​ເຮັດ​ໃຫ້​ຟ້າ​ແມບເຫລື້ອມ.

8 ສຽງ​ຂອງ​ພຣະເຈົ້າຢາເວ​ສັ່ນ​ຖິ່ນ​ແຫ້ງແລ້ງ​ກັນດານ ພຣະເຈົ້າຢາເວ​ສັ່ນ​ຖິ່ນ​ແຫ້ງແລ້ງ​ກັນດານ​ກາເດັດ​ດ້ວຍ.

9 ສຽງ​ຂອງ​ພຣະເຈົ້າຢາເວ​ນັ້ນ​ສັ່ນ​ຕົ້ນໂອກ​ທັງຫລາຍ ແລະ​ເຮັດ​ໃຫ້​ໃບໄມ້​ຫລົ່ນ​ລົງ​ສູ່​ພື້ນ ໃນ​ຂະນະທີ່​ທຸກຄົນ​ຮ້ອງ​ໃນ​ພຣະວິຫານ​ຂອງ​ພຣະອົງ​ວ່າ, “ສະຫງ່າຣາສີ.”

10 ພຣະເຈົ້າຢາເວ​ປົກຄອງ​ເໜືອ​ນໍ້າ​ເລິກ​ທັງຫລາຍ ພຣະເຈົ້າຢາເວ​ນັ່ງ​ປົກຄອງ​ດັ່ງ​ກະສັດ​ຕະຫຼອດໄປ​ເປັນນິດ.

11 ພຣະເຈົ້າຢາເວ​ໃຫ້​ເຫື່ອແຮງ​ແກ່​ປະຊາຊົນ​ຂອງ​ພຣະອົງ ພຣະເຈົ້າຢາເວ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan