Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 27 - ພຣະຄຳພີສັກສິ


ພຣະເຈົ້າ​ເປັນ​ຄວາມ​ສະຫວ່າງ ແລະ​ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ

1 ພຣະເຈົ້າຢາເວ​ຊົງ​ເປັນ​ຄວາມ​ສະຫວ່າງ ແລະ​ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ຜູ້ໃດ​ທັງນັ້ນ ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຂ້ານ້ອຍ​ຈາກ​ອັນຕະລາຍ​ທຸກຢ່າງ ແລະ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ.

2 ເມື່ອ​ຄົນຊົ່ວ​ໂຈມຕີ​ທັງ​ຫາ​ທາງ​ທີ່​ຈະ​ສັງຫານ ພວກເຂົາ​ກໍ​ຈະ​ຖືກ​ຕ້ານທານ​ໂດຍ​ເຕະ​ສະດຸດ​ລົ້ມ.

3 ເຖິງ​ແມ່ນ​ກອງທັບ​ທັງໝົດ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ຫົວໃຈ​ຂອງ​ຂ້ານ້ອຍ​ກໍ​ຈະ​ບໍ່​ຢ້ານກົວ​ແຕ່​ປະການ​ໃດ​ທັງສິ້ນ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ໂຈມຕີ​ຂ້ານ້ອຍ​ກໍຕາມ ຂ້ານ້ອຍ​ກໍ​ຍັງ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າ.

4 ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າຢາເວ​ພຽງແຕ່​ສິ່ງດຽວ ແມ່ນ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຂ້ານ້ອຍ​ຢາກ​ໄດ້ ຄື: ໃຫ້​ຂ້ານ້ອຍ​ໄດ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດໄປ ເພື່ອ​ຈະ​ເບິ່ງ​ຄວາມງາມ​ຂອງ​ພຣະເຈົ້າຢາເວ ແລະ​ເພື່ອ​ຈະ​ພິຈາລະນາ​ຮຽນຮູ້​ໃນ​ພຣະວິຫານ​ຂອງ​ພຣະອົງ.

5 ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.

6 ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ມີໄຊ​ເໜືອ​ເຫຼົ່າ​ສັດຕູ ທີ່​ພາກັນ​ລ້ອມ​ຂ້ານ້ອຍ​ຢູ່​ນັ້ນ. ຂ້ານ້ອຍ​ຈະ​ຖວາຍບູຊາ​ໃນ​ພຣະວິຫານ​ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ ທັງ​ຮ້ອງເພງ​ຖວາຍ​ສັນລະເສີນ​ພຣະເຈົ້າຢາເວ.

7 ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ຮ້ອງຫາ ຂໍ​ຊົງ​ໂຜດ​ຮັບ​ຟັງ ເມດຕາ​ແລະ​ຕອບ​ຂ້ານ້ອຍ​ດ້ວຍ

8 ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”

9 ຂໍ​ແຕ່​ພຣະອົງ​ຢ່າ​ປິ່ນໜ້າ​ໜີ​ຈາກ​ຂ້ານ້ອຍ​ເລີຍ. ຂໍ​ຢ່າ​ຄຽດ ແລະ​ໄລ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ໜີໄປ ພຣະອົງ​ເຄີຍ​ເປັນ​ຜູ້​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ໄວ້ ຂໍ​ຢ່າ​ໜີ​ຈາກ​ແລະ​ຢ່າ​ປະ​ປ່ອຍ​ຂ້ານ້ອຍ​ໄປ​ເລີຍ ໂອ ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.

10 ພໍ່​ແມ່​ຂ້ານ້ອຍ​ອາດ​ປະປ່ອຍ​ຂ້ານ້ອຍ​ໄປ ແຕ່​ພຣະເຈົ້າຢາເວ​ຈະ​ຮັກສາ​ຂ້ານ້ອຍ​ໄວ້.

11 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ຂ້ານ້ອຍ​ກະທຳ​ນັ້ນ ໂຜດ​ນຳພາ​ໄປ​ໃນ​ທາງ​ທີ່​ປອດໄພ ເພາະ​ຂ້ານ້ອຍ​ມີ​ສັດຕູ​ຫລາຍ.

12 ຢ່າ​ປະປ່ອຍ​ຂ້ານ້ອຍ​ໃຫ້​ເຫຼົ່າ​ສັດຕູ ຜູ້​ທີ່​ໂຈມຕີ​ດ້ວຍ​ຄຳ​ຕົວະ​ແລະ​ການ​ຂົ່ມຂູ່.

13 ຂ້ານ້ອຍ​ໝັ້ນໃຈ​ວ່າ​ຂ້ານ້ອຍ​ຍັງ​ຈະ​ເຫັນ ພຣະຄຸນ​ຄວາມດີ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ຊີວິດ​ນີ້.

14 ຈົ່ງ​ໄວ້ວາງໃຈ​ແລະ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ຈົ່ງ​ເຂັ້ມແຂງ​ແລະ​ຢ່າ​ໝົດຫວັງ​ໃນ​ພຣະເຈົ້າຢາເວ​ຈັກເທື່ອ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan