ເພງ^ສັນລະເສີນ 26 - ພຣະຄຳພີສັກສິຄຳພາວັນນາອະທິຖານຂອງຄົນຊອບທຳ 1 ຂ້າແດ່ພຣະເຈົ້າຢາເວ ຂໍຊົງພິສູດຂ້ານ້ອຍດ້ວຍເຖີດ ເພາະວ່າຂ້ານ້ອຍດຳເນີນຊີວິດຢ່າງບໍ່ມີຕຳໜິ ແລະຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ໂດຍປັດສະຈາກຄວາມຫວັ່ນໄຫວ. 2 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດກວດເບິ່ງແລະທົດສອບຂ້ານ້ອຍດ້ວຍ ຂໍຊົງໂຜດພິສູດເຖິງຄວາມປາຖະໜາ ແລະຄວາມຄິດຈິດໃຈຂອງຂ້ານ້ອຍ 3 ຄວາມຮັກອັນໝັ້ນຄົງຂອງພຣະອົງ ນຳໜ້າຂ້ານ້ອຍຢູ່ສະເໝີ ແລະຄວາມຈິງກໍນຳໜ້າຂ້ານ້ອຍໄປເລື້ອຍໆ. 4 ຂ້ານ້ອຍບໍ່ເຂົ້າສ່ວນກັບຄົນມີອຸບາຍ ແລະບໍ່ຫຍຸ້ງກ່ຽວອັນໃດກັບຄົນໜ້າຊື່ໃຈຄົດ. 5 ຂ້ານ້ອຍກຽດຊັງຊຸມນຸມຊົນຂອງຄົນຊົ່ວອະທຳ ແລະກໍຫລີກໜີຈາກຄົນຊົ່ວຮ້າຍ. 6 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຂໍລ້າງມືເພື່ອສະແດງວ່າ ຂ້ານ້ອຍບໍ່ມີຄວາມຜິດ ແລະໄປເຖິງແທ່ນບູຊາຂອງພຣະອົງ. 7 ຂ້ານ້ອຍຮ້ອງເພງກ່າວເຖິງການໂມທະນາຂອບພຣະຄຸນ ແລະການກະທຳອັນອັດສະຈັນຂອງພຣະອົງດ້ວຍ. 8 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮັກວິຫານຂອງພຣະອົງ ຊຶ່ງເປັນບ່ອນສະຖິດຂອງພຣະອົງ ເປັນສະຖານອັນຊົງສະຫງ່າຣາສີຂອງພຣະອົງ. 9 ຂໍຢ່າໄດ້ທຳລາຍຂ້ານ້ອຍພ້ອມກັບຄົນບາບທັງຫລາຍ ຂໍຢ່າເອົາຊີວິດໄປດັ່ງຄາດຕະກອນຄົນໜຶ່ງ 10 ຄືຄົນທີ່ເຮັດຊົ່ວຢູ່ຕະຫລອດເວລາ ແລະພ້ອມທີ່ຈະຮັບສິນບົນຈາກຄົນອື່ນ. 11 ແຕ່ສຳລັບຂ້ານ້ອຍດຳເນີນຊີວິດໃນຄວາມຖືກຕ້ອງ ຂໍຊົງໂຜດເມດຕາແລະໄຖ່ເອົາຂ້ານ້ອຍໄວ້ດ້ວຍ. 12 ຂ້ານ້ອຍຢືນຢູ່ເທິງບ່ອນທີ່ປອດໄພ ທີ່ຊຸມນຸມຊົນຂອງພຣະອົງ ຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.