Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 25 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຊົງ​ນຳພາ​ແລະ​ການ​ຄຸ້ມຄອງ

1 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນົບນ້ອມ​ຖວາຍ ຄຳພາວັນນາ​ອະທິຖານ​ດ້ວຍ​ຈິດວິນຍານ​ຫາ​ພຣະອົງ.

2 ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມ​ພ່າຍແພ້​ອັນ​ອັບອາຍ ແລະ​ຢ່າ​ໃຫ້​ສັດຕູ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ຂ້ານ້ອຍ

3 ຜູ້​ທີ່​ວາງໃຈ​ໃນ​ພຣະອົງ​ຈະ​ບໍ່​ພ່າຍແພ້​ເລີຍ ແຕ່​ຜູ້​ທີ່​ກະບົດ​ຕໍ່ສູ້​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.

4 ຂ້າແດ່​ພຣະເຈົ້າຢາເວ ເປັນເຈົ້າ ຂໍ​ຊົງ​ໂຜດ​ສັ່ງສອນ​ທາງ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຮູ້​ທາງ​ເຫຼົ່ານັ້ນ​ແດ່ທ້ອນ.

5 ຂໍ​ຊົງ​ໂຜດ​ສັ່ງສອນ​ໃຫ້​ໃຊ້​ຊີວິດ​ໃນ​ຄວາມຈິງ​ຂອງ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະ​ຜູ້​ຊ່ວຍ​ຂອງ​ຂ້ານ້ອຍ​ເລື້ອຍໆ​ມາ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ຕະຫລອດ​ມາ​ບໍ່​ຂາດ.

6 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ ຄວາມ​ເມດຕາ​ກັບ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ສຳແດງ​ແກ່​ຂ້ານ້ອຍ ໃຫ້​ໄດ້​ເຫັນ​ແຕ່​ດົນນານ​ມາ​ແລ້ວ.

7 ຂໍ​ຊົງ​ໂຜດ​ອະໄພ​ການບາບ​ກັບ​ຄວາມຜິດ​ຂອງ​ຂ້ານ້ອຍ ຊຶ່ງ​ໄດ້​ກະທຳ​ໃນ​ເວລາ​ຍັງ​ໜຸ່ມນ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນແກ່​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ນັ້ນ.

8 ເພາະ​ພຣະເຈົ້າຢາເວ​ຊອບທຳ​ແລະ​ຊົງ​ຄຸນຄວາມດີ ສັ່ງສອນ​ຄົນບາບ​ໃຫ້​ຮູ້​ທາງ​ທີ່​ພວກເຂົາ​ຈະ​ປະພຶດ.

9 ພຣະອົງ​ນຳ​ຜູ້​ທີ່​ຖ່ອມຕົວ​ໄປ​ໃນ​ທາງ​ອັນ​ຊອບທຳ ແລະ​ສັ່ງສອນ​ພວກເຂົາ​ໃຫ້​ຮູ້​ເຖິງ​ພຣະປະສົງ​ດ້ວຍ.

10 ທາງ​ຂອງ​ພຣະເຈົ້າຢາເວ​ນັ້ນ​ແມ່ນ​ຄວາມຮັກ​ແລະ​ຄວາມສັດຊື່ ສຳລັບ​ຜູ້​ທີ່​ຮັກສາ​ພັນທະສັນຍາ​ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

11 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ບາບ​ຫລາຍ ຂໍ​ຊົງ​ໂຜດ​ຮັກສາ​ພຣະສັນຍາ​ແລະ​ອະໄພ​ບາບກຳ​ໃຫ້​ດ້ວຍ.

12 ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ກໍ​ຈະ​ໄດ້​ຮໍ່າຮຽນ​ຈາກ​ພຣະອົງ ໃຫ້​ຮູ້​ທາງ​ທີ່​ພວກຕົນ​ຈະ​ປະພຶດ.

13 ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ດ້ວຍ.

14 ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.

15 ຂ້ານ້ອຍ​ຊອກ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍ​ທຸກ​ເວລາ ພຣະອົງ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ຈາກ​ອັນຕະລາຍ​ນັ້ນ.

16 ຂໍ​ຊົງ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແລະ​ເມດຕາ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ອ່ອນແຮງ​ແລະ​ໂດດດ່ຽວ.

17 ຂໍ​ພຣະອົງ​ໂຜດ​ໃຫ້​ຫາຍ​ຈາກ​ຄວາມ​ກັງວົນ ແລະ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ​ທັງໝົດ.

18 ຂໍ​ຊົງ​ໂຜດ​ເບິ່ງ​ວ່າ​ຂ້ານ້ອຍ​ທຸກໂສກ​ເທົ່າໃດ ໂຜດ​ອະໄພ​ບາບກຳ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ.

19 ເບິ່ງດູ​ວ່າ​ຂ້ານ້ອຍ​ມີ​ສັດຕູ​ຫລາຍ​ເທົ່າໃດ ພວກເຂົາ​ກຽດຊັງ​ຂ້ານ້ອຍ​ຫລາຍ​ເທົ່າໃດ​ແລ້ວ.

20 ຂໍ​ຄຸ້ມຄອງ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ພ່າຍແພ້​ເລີຍ ຂ້ານ້ອຍ​ມາ​ຫາ​ພຣະອົງ​ເພື່ອ​ຄວາມ​ປອດໄພ.

21 ຂໍ​ຄວາມດີ​ແລະ​ຄວາມສັດຊື່​ນັ້ນ​ປົກປັກ​ຮັກສາ ເພາະວ່າ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າ.

22 ຂ້າແດ່​ພຣະເຈົ້າ ຂໍຊົງໂຜດ​ໄຖ່​ເອົາ​ຊາວ​ອິດສະຣາເອນ ພົ້ນຈາກ​ຄວາມ​ທຸກລຳບາກ​ຂອງ​ພວກເຂົາ​ດ້ວຍ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan