ເພງ^ສັນລະເສີນ 23 - ພຣະຄຳພີສັກສິອົງພຣະຜູ້ເປັນເຈົ້າເປັນພຣະຜູ້ລ້ຽງ 1 ພຣະເຈົ້າຢາເວເປັນຜູ້ລ້ຽງຂ້ານ້ອຍ ຂ້ານ້ອຍມີທຸກສິ່ງທີ່ຕ້ອງການ. 2 ພຣະອົງໃຫ້ຂ້ານ້ອຍພັກເຊົາຢູ່ໃນທົ່ງຫຍ້າອັນຂຽວສົດ ພຣະອົງນຳພາຂ້ານ້ອຍໄປທີ່ບໍ່ນໍ້າອັນສົດໃສແລະມິດງຽບ. 3 ພຣະອົງໃຫ້ຂ້ານ້ອຍມີແຮງຂຶ້ນໃໝ່ ທັງນຳສູ່ທາງອັນຖືກຕ້ອງ ເພາະເຫັນແກ່ນາມຊື່ຂອງພຣະອົງ. 4 ເຖິງວ່າຜ່ານຮ່ອມພູອັນມືດໜາ ຂ້ານ້ອຍກໍຈະບໍ່ຢ້ານກົວເພາະພຣະອົງຢູ່ດ້ວຍ. ໄມ້ຄ້ອນແລະໄມ້ເທົ້າຂອງພຣະອົງ ກໍປົກປ້ອງຮັກສາຂ້ານ້ອຍໃຫ້ພົ້ນ. 5 ພຣະອົງຈັດງານລ້ຽງໃຫຍ່ສຳລັບຂ້ານ້ອຍ ບ່ອນສັດຕູທັງໝົດເຫັນຂ້ານ້ອຍໄດ້ ພຣະອົງຕ້ອນຮັບຂ້ານ້ອຍດັ່ງແຂກຜູ້ສຳຄັນ ແລະຈອກຂອງຂ້ານ້ອຍກໍລົ້ນໄຫລຢູ່. 6 ພຣະຄຸນຄວາມດີແລະຄວາມຮັກອັນໝັ້ນຄົງຂອງພຣະອົງ ຈະຕິດຕາມຂ້ານ້ອຍໄປຕະຫລອດວັນຄືນແຫ່ງຊີວິດຂອງຂ້ານ້ອຍ ແລະຂ້ານ້ອຍຈະຢູ່ໃນວິຫານຂອງພຣະເຈົ້າຢາເວ ຈະຢູ່ທີ່ນັ້ນຕະຫລອດໄປເປັນນິດ. |
@ 2012 United Bible Societies. All Rights Reserved.