Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 22 - ພຣະຄຳພີສັກສິ


ການ​ຮ້ອງໄຫ້​ຄໍ່າຄວນ​ແລະ​ບົດເພງ​ສັນລະເສີນ

1 ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ເຫດໃດ​ພຣະອົງ​ຈຶ່ງ​ໄດ້​ປະຖິ້ມ​ຂ້ານ້ອຍ? ຂ້ານ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ຢ່າງ​ສຸດ​ກຳລັງ ເປັນຫຍັງ​ຄວາມ​ຊ່ວຍເຫຼືອ​ຈຶ່ງ​ຢູ່​ຫ່າງໄກ​ຂ້ານ້ອຍ​ແທ້.

2 ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮ້ອງຫາ​ໃນ​ກາງເວັນ ແຕ່​ພຣະອົງ​ບໍ່​ໃຫ້​ຄຳຕອບ ຂ້ານ້ອຍ​ເອີ້ນ​ຫາ​ພຣະອົງ​ໃນ​ເວລາ​ກາງຄືນ ຈົນ​ວ່າ​ບໍ່ໄດ້​ຮັບ​ການ​ພັກຜ່ອນ.

3 ແຕ່​ອົງ​ຊົງ​ບໍຣິສຸດ​ນັ່ງ​ທີ່​ເທິງ​ບັນລັງ​ຂອງ​ພຣະອົງ ອົງ​ທີ່​ຊາວ​ອິດສະຣາເອນ​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ​ນັ້ນ.

4 ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ ພວກເພິ່ນ​ໄວ້ວາງໃຈ​ພຣະອົງ​ຈຶ່ງ​ຊ່ວຍກູ້​ເອົາ​ພວກເພິ່ນ​ໄວ້.

5 ພວກເພິ່ນ​ຮ້ອງຫາ​ພຣະອົງ​ແລະ​ໄດ້​ທີ່​ພົ້ນ​ອັນຕະລາຍ ພວກເພິ່ນ​ໄວ້ວາງໃຈ​ໃນ​ພຣະອົງ​ແລະ​ບໍ່ໄດ້​ສູນເສຍ​ຄວາມຫວັງ.

6 ຂ້ານ້ອຍ​ບໍ່ແມ່ນ​ມະນຸດ​ແຕ່​ເປັນ​ພຽງ​ໂຕ​ໜອນ ທີ່​ທຸກຄົນ​ຫຍໍ້ຫຍັນ​ແລະ​ກຽດຊັງ

7 ທຸກຄົນ​ທີ່​ເຫັນ​ຂ້ານ້ອຍ​ຕ່າງ​ກໍ​ຫົວຂວັນ ແລບ​ລີ້ນ​ແລະ​ແກວ່ງຫົວ​ໃສ່​ຂ້ານ້ອຍ.

8 ພວກເຂົາ​ເວົ້າ​ວ່າ, “ເຈົ້າ​ຜູ້ເພິ່ງ​ພຣະເຈົ້າຢາເວ​ເອີຍ ເປັນຫຍັງ​ພຣະອົງ​ບໍ່​ມາ​ຊ່ວຍກູ້​ເອົາ​ເຈົ້າ? ຖ້າ​ພຣະອົງ​ພໍໃຈ​ໃນ​ຕົວ​ເຈົ້າ​ແທ້ນັ້ນ ເປັນຫຍັງ​ພຣະອົງ​ບໍ່​ມາ​ຊ່ວຍເຫຼືອ​ເອົາ​ເຈົ້າ​ໄວ້?”

9 ເມື່ອ​ຂ້ານ້ອຍ​ເກີດ ພຣະອົງ​ໃຫ້​ຄວາມ​ປອດໄພ ເມື່ອ​ຍັງ​ເຍົາໄວ​ແມ່ນ​ພຣະອົງ​ທີ່​ໄດ້​ຮັກສາ​ໄວ້.

10 ຂ້ານ້ອຍ​ເພິ່ງ​ພຣະອົງ​ຕັ້ງແຕ່​ມື້​ໄດ້​ເກີດ​ມາ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ມາ​ຕະຫລອດ.

11 ຂໍ​ພຣະອົງ​ຢ່າ​ຢູ່​ຫ່າງໄກ​ຂ້ານ້ອຍ ຍ້ອນ​ວ່າ​ຄວາມ​ເດືອດຮ້ອນ​ຢູ່​ໃກ້​ແລ້ວ ແລະ​ບໍ່ມີ​ຜູ້ໃດ​ທີ່​ຈະ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ໄດ້.

12 ສັດຕູ​ດັ່ງ​ຝູງ​ງົວປ່າ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ແຈ ດັ່ງ​ງົວປ່າ​ຮ້າຍ​ແຕ່​ເຂດ​ບາຊານ​ທີ່​ປິດລ້ອມ​ໄວ້.

13 ພວກເຂົາ​ອ້າ​ປາກ​ໃສ່​ເໝືອນ​ດັ່ງ​ຝູງ​ໂຕສິງ ທີ່​ກຳລັງ​ຮ້ອງ​ແຜດສຽງ​ແລະ​ຈະ​ກັດກິນ​ເນື້ອ.

14 ເຫື່ອແຮງ​ຂອງ​ຂ້ານ້ອຍ​ກໍ​ໄດ້​ສູນເສຍ​ໄປ ດັ່ງ​ນໍ້າ​ທີ່​ໄຫລຊະ​ໄປ​ຕາມ​ພື້ນດິນ​ນັ້ນ. ກະດູກ​ຂອງ​ຂ້ານ້ອຍ​ທຸກ​ຊີກ​ກໍ​ບໍ່​ຕິດຕໍ່ກັນ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເປື່ອຍ​ໄປ​ດັ່ງ​ຂີ້ເຜິ້ງ.

15 ລຳຄໍ ຂອງ​ຂ້ານ້ອຍ​ກໍ​ແຫ້ງ​ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ລີ້ນ​ກໍ​ຫົດ​ຕິດ​ເຫລືອກ​ເບື້ອງເທິງ ພຣະອົງ​ປະ​ຂ້ານ້ອຍ​ຕາຍ​ໃນ​ແດນ​ມໍຣະນາ​ເສຍ​ແລ້ວ.

16 ກຸ່ມ​ຄົນ​ຊົ່ວຮ້າຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ໄວ້​ຄືກັບ​ຝູງ​ໝາ​ອ້ອມຮອບ​ຂ້ານ້ອຍ; ໝາຍ​ຈະ​ກັດກິນ​ທັງ​ແທງ ມື​ແທງ​ຕີນ​ຂອງ​ຂ້ານ້ອຍ.

17 ກະດູກ​ທຸກ​ຊີກ​ຂອງ​ຂ້ານ້ອຍ​ຖືກ​ນັບ​ໄດ້​ໝົດ ຄູ່​ປໍລະປັກ​ຂອງ​ຂ້ານ້ອຍ​ສັກຕາ​ໃສ່​ຂ້ານ້ອຍ​ດ້ວຍ.

18 ພວກເຂົາ​ຈົກ​ສະຫລາກ​ເພື່ອ​ເອົາ​ເສື້ອ​ຂອງ​ຂ້ານ້ອຍ​ໄປ ແລະ​ກໍ​ແບ່ງປັນ​ກັນ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.

19 ໂອ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ຢູ່​ຫ່າງໄກ​ຈາກ​ຂ້ານ້ອຍ​ເລີຍ ຂໍ​ຊົງ​ເລັ່ງ​ມາ​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ແດ່ທ້ອນ

20 ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົມ​ດາບ ແລະ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຝູງ​ໝາ​ຮ້າຍ​ເຫຼົ່ານີ້​ແດ່ທ້ອນ.

21 ໂຜດ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ຈາກ​ຝູງ​ສິງ​ນີ້​ແດ່ ແລະ​ປ້ອງກັນ​ຂ້ານ້ອຍ​ຈາກ​ຝູງງົວ​ປ່າ.

22 ຂ້ານ້ອຍ​ຈະ​ປະກາດ​ພຣະນາມ​ຂອງ​ພຣະອົງ ຕໍ່​ພວກ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ​ ແລ້ວ​ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ໃນ​ທີ່​ປະຊຸມ​ຂອງ​ພວກເຂົາ​ວ່າ

23 “ພວກເຈົ້າ​ຜູ້​ຢຳເກງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ນະມັດສະການ​ພຣະອົງ.

24 ຄົນ​ທຸກຈົນ​ພຣະອົງ​ບໍ່​ປະຖິ້ມ ແຕ່​ສົນໃຈ​ຍ້ອນ​ພວກເຂົາ​ທົນທຸກ ພຣະອົງ​ບໍ່​ຫັນໜີ ແຕ່​ຕອບ​ສິ່ງ​ທີ່​ເຂົາເຈົ້າ​ຮ້ອງຂໍ.”

25 ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ໃນ​ທີ່​ຊຸມນຸມ​ໃຫຍ່ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂ້ານ້ອຍ​ຈະ​ຖວາຍບູຊາ​ຕາມ​ທີ່​ໄດ້​ສາບານ​ໄວ້ ຢູ່​ຊ້ອງໜ້າ​ພວກ​ທີ່​ນະມັດສະການ​ພຣະອົງ

26 ຄົນ​ທຸກຈົນ​ຈະ​ກິນ​ອີ່ມ ແລະ​ເພິ່ງພໍໃຈ ເປັນ​ພວກ​ທີ່​ມາ​ເພິ່ງພາ​ອາໄສ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ພາກັນ​ຮ້ອງ​ຍົກຍໍ​ພຣະນາມ ຂໍ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ໄປ​ເລື້ອຍໆ​ເທີ້ນ.

27 ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.

28 ທຸກ​ຊົນຊາດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະອົງ​ປົກຄອງ​ເໜືອ​ຊົນຊາດ​ທັງຫລາຍ.

29 ທຸກຄົນ​ທີ່​ໂອ້ອວດ​ຈອງຫອງ​ນັ້ນ ຈະ​ກົ້ມ​ຂາບ​ພຣະອົງ ມະນຸດ​ທີ່​ຕາຍເປັນ​ຈະ​ກົ້ມຂາບ​ພຣະອົງ.

30 ຄົນ​ຮຸ່ນຫລັງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ ຄົນ​ຈະ​ກ່າວ​ສູ່​ເຊັ່ນ​ລູກຫລານ​ເຖິງ​ພຣະເຈົ້າຢາເວ.

31 ຄົນ​ທີ່​ຍັງ​ບໍ່​ທັນ​ເກີດ​ກໍ​ຈະ​ໄດ້​ຮູ້​ຂ່າວ​ວ່າ, “ພຣະເຈົ້າ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນໄພ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan