ເພງ^ສັນລະເສີນ 21 - ພຣະຄຳພີສັກສິຄຳຍ້ອງຍໍສັນລະເສີນເພາະໄດ້ໄຊຊະນະ 1 ຂ້າແດ່ພຣະເຈົ້າຢາເວ ກະສັດດີໃຈຍ້ອນພຣະອົງໃຫ້ກຳລັງ ເພິ່ນຊົມຊື່ນຍິນດີເພາະໄດ້ໄຊຊະນະ. 2 ພຣະອົງໃຫ້ເພິ່ນໄດ້ຮັບຕາມໃຈປາຖະໜາ ພຣະອົງຕອບຄຳຮ້ອງຂໍຂອງເພິ່ນແລ້ວ. 3 ພຣະອົງໄດ້ມາຫາທ່ານດ້ວຍພອນອັນມະຫາສານ ແລະສວມມົງກຸດຄຳໃສ່ຫົວໃຫ້ທ່ານດ້ວຍ. 4 ທ່ານຂໍຊີວິດຈາກພຣະເຈົ້າ ພຣະອົງກໍໂຜດໃຫ້ຕາມທີ່ໄດ້ຂໍມາ ເປັນຊີວິດທີ່ຍືນຍາວແລະຕະຫລອດໄປ. 5 ເພາະພຣະອົງຊ່ວຍເຫຼືອເພິ່ນຈຶ່ງມີກຽດສັກສີ ພຣະອົງໃຫ້ເພິ່ນມີຊື່ສຽງແລະຣິດອຳນາດ. 6 ພຣະພອນນັ້ນກໍດຳລົງຢູ່ກັບເພິ່ນຕະຫລອດໄປ ເພິ່ນຊົມຊື່ນຍິນດີທີ່ສຸດເມື່ອຢູ່ຊ້ອງໜ້າພຣະເຈົ້າ. 7 ກະສັດໄວ້ວາງໃຈໃນພຣະເຈົ້າຢາເວ ຍ້ອນຄວາມຮັກອັນໝັ້ນຄົງຂອງອົງຍິ່ງໃຫຍ່ສູງສຸດ ທ່ານຈະບໍ່ຫວັ່ນໄຫວ. 8 ພຣະຫັດຂອງພຣະອົງຈະຄົ້ນພົບເຫຼົ່າສັດຕູທັງຫລາຍ ພຣະຫັດຂວາຂອງພຣະອົງຈະທຳລາຍບັນດາຜູ້ທີ່ກຽດຊັງພຣະອົງ. 9 ພຣະອົງຈະທຳລາຍພວກເຂົາຖິ້ມໝົດໃນແປວໄຟ ຄືໄຟເຜົາຜານເມື່ອພຣະອົງມາປາກົດນັ້ນ. ໃນຄວາມໂກດຮ້າຍ ພຣະເຈົ້າຢາເວຈະກືນພວກເຂົາ ແລະໄຟກໍຈະເຜົາຜານພວກເຂົາໃຫ້ດັບສິ້ນ. 10 ເຊື້ອສາຍເຂົາເຈົ້າຈະບໍ່ມີຜູ້ໃດລອດຊີວິດຢູ່ ກະສັດຈະຂ້າທຸກຄົນຖິ້ມບໍ່ເວັ້ນຜູ້ໃດ. 11 ພວກເຂົາວາງແຜນຮ້າຍທັງກໍ່ອຸບາຍຕໍ່ສູ້ກະສັດ ແຕ່ການກະທຳຂອງພວກເຂົາຈະບໍ່ສຳເລັດ. 12 ເພິ່ນຈະຍິງລູກໜ້າທັງຫລາຍສຸມໃສ່ພວກເຂົາ ແລະເຮັດໃຫ້ພວກເຂົາແລ່ນກັບຄືນ. 13 ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍຈະຍ້ອງຍໍສັນລະເສີນພຣະອົງ ເພາະກຳລັງອັນຍິ່ງໃຫຍ່ຂອງພຣະອົງນັ້ນ ພວກຂ້ານ້ອຍຈະຮ້ອງລຳທຳເພງ ແລະຍ້ອງຍໍສັນລະເສີນຣິດທານຸພາບຂອງພຣະອົງ. |
@ 2012 United Bible Societies. All Rights Reserved.