ເພງ^ສັນລະເສີນ 20 - ພຣະຄຳພີສັກສິຄຳພາວັນນາອະທິຖານສຳລັບກະສັດ 1 ເມື່ອເດືອດຮ້ອນຂໍພຣະເຈົ້າຢາເວຕອບທ່ານ ຂໍໃຫ້ພຣະນາມຂອງພຣະເຈົ້າຂອງຢາໂຄບເປັນທີ່ເພິ່ງຂອງທ່ານເທີ້ນ 2 ຈາກພຣະວິຫານນັ້ນ ຂໍພຣະອົງສົ່ງຄວາມຊ່ວຍຊູ ຈາກພູເຂົາຊີໂອນ ຂໍພຣະອົງຊ່ວຍເຫລືອທ່ານເຖີດ. 3 ຂໍພຣະອົງຮັບເຄື່ອງ ທີ່ທ່ານນຳມາຖວາຍທັງໝົດ ແລະພໍໃຈກັບເຄື່ອງບູຊາ ທີ່ທ່ານໄດ້ນຳມານັ້ນ. 4 ຂໍພຣະອົງໂຜດໃຫ້ຕາມທີ່ທ່ານປາຖະໜາ ແລະນຳພາແຜນການທຸກຢ່າງໃຫ້ສຳເລັດ. 5 ແລ້ວພວກຂ້ານ້ອຍກໍຈະຮ້ອງຢ່າງຊົມຊື່ນຍິນດີ ເຖິງຄວາມມີໄຊຂອງທ່ານຍ້ອນພຣະເຈົ້າຢາເວ ແລະສະຫລອງໄຊຊະນະໂດຍຖວາຍຄຳສັນລະເສີນ ຂໍຊົງຕອບທ່ານ ຕາມຄຳພາວັນນາອະທິຖານທຸກຢ່າງເຖີດ. 6 ບັດນີ້ ຈຶ່ງຮູ້ວ່າພຣະເຈົ້າຢາເວໃຫ້ຄວາມມີໄຊ ແກ່ກະສັດທີ່ພຣະອົງໄດ້ເລືອກເອົານັ້ນ. ພຣະອົງຕອບເພິ່ນຈາກທີ່ສັກສິດແຫ່ງຟ້າສະຫວັນ ໄດ້ມີໄຊອັນໃຫຍ່ຫລວງໂດຍຣິດທານຸພາບ. 7 ບາງຄົນໄວ້ວາງໃຈໃນລົດຮົບຂອງພວກຕົນ ຄົນອື່ນໄວ້ວາງໃຈໃນມ້າຮົບຂອງເຂົາເຈົ້າ ແຕ່ພວກເຮົາໄວ້ວາງໃຈໃນພຣະນາມ ແຫ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. 8 ຝ່າຍຄົນເຫຼົ່ານັ້ນກໍຈະລົ້ມຍ້ອນເຕະສະດຸດ ແຕ່ພວກເຮົາຈະລຸກຢືນຂຶ້ນຢ່າງໜັກແໜ້ນ. 9 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດໃຫ້ໄຊຊະນະແກ່ກະສັດ ແລະໂຜດຕອບ ເມື່ອພວກຂ້ານ້ອຍຮ້ອງຫາດ້ວຍ. |
@ 2012 United Bible Societies. All Rights Reserved.