Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 2 - ພຣະຄຳພີສັກສິ


ກະສັດ​ທີ່​ພຣະເຈົ້າ​ເລືອກ

1 ເປັນຫຍັງ​ບັນດາ​ຊົນຊາດ​ທັງປວງ​ຈຶ່ງ​ກໍ່​ແຜນການ​ກະບົດ? ເປັນຫຍັງ​ປະຊາຊົນ​ຈຶ່ງ​ວາງ​ອຸບາຍ​ອັນ​ໄຮ້​ປະໂຫຍດ?

2 ກະສັດ, ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ ກໍ​ລຸກ​ຂຶ້ນ​ຕໍ່ຕ້ານ ພວກເຂົາ​ຮ່ວມໃຈ​ກັນ​ວາງ​ອຸບາຍ ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ຕໍ່ສູ້​ກະສັດ ທີ່​ພຣະອົງ​ຫົດສົງ​ໄວ້.

3 ພວກເຂົາ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ອິດສະຫລະ ຈາກ​ການປົກຄອງ​ຂອງ​ພວກເພິ່ນ​ນັ້ນ. ຈົ່ງ​ໃຫ້​ພວກເຮົາ​ປົດ​ການ​ຄວບຄຸມ ຂອງ​ພວກເພິ່ນ​ນັ້ນ​ອອກ​ໜີໄປ.”

4 ແຕ່​ຜູ້​ປະທັບ​ເທິງ​ຟ້າ​ສະຫວັນ​ໄດ້​ຫົວຂວັນ ແລະ​ພຣະເຈົ້າຢາເວ​ຫຍໍ້ຫຍັນ​ພວກເຂົາ.

5 ແລ້ວ​ພຣະອົງ​ໄດ້​ເຕືອນ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານກົວ​ຍ້ອນ​ພຣະອົງ​ໂມໂຫ.

6 ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”

7 ກະສັດ​ກ່າວ​ວ່າ, “ເຮົາ​ຈະ​ປ່າວ​ປະກາດ​ຕາມ​ຄຳ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ” ພຣະອົງ​ໄດ້​ກ່າວ​ຕໍ່​ເຮົາ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ເຮົາ​ເປັນ​ບິດາ​ຂອງ​ເຈົ້າ.”

8 ຈົ່ງ​ຂໍ​ມາ​ເຖີດ ເຮົາ​ຈະ​ໃຫ້​ຊົນຊາດ​ທັງໝົດ; ແຜ່ນດິນ​ໂລກ​ທັງປວງ​ເປັນ​ກຳມະສິດ​ຂອງເຈົ້າ.

9 ເຈົ້າ​ຈະ​ຂ້ຽນ​ພວກເຂົາ​ດ້ວຍ​ໄມ້ແສ້​ເຫຼັກ; ຈະ​ທຸບ​ພວກເຂົາ​ດັ່ງ​ທຸບ​ໝໍ້ດິນ​ແຕກ​ເປັນ​ປ່ຽງໆ.

10 ບັດນີ້ ບັນດາ​ກະສັດ​ເອີຍ ຈົ່ງ​ຟັງ​ຄຳ​ຕັກເຕືອນ​ນີ້; ພວກ​ຜູ້ປົກຄອງ​ໂລກ​ເອີຍ ຈົ່ງ​ຮຽນ​ເອົາ​ບົດຮຽນ​ນີ້:

11-12 ຈົ່ງ​ຮັບໃຊ້​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ຢຳເກງ; ຈົ່ງ​ຂາບລົງ​ຢ່າງ​ສະທ້ານ​ຢ້ານຢຳ​ຕໍ່ໜ້າ​ພຣະເຈົ້າ; ຫລື​ຈະ​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ລຸກ​ຂຶ້ນ​ໄວ ພວກເຈົ້າ​ກໍ​ຈະ​ຕາຍ​ຢ່າງ​ກະທັນຫັນ​ໂລດ. ຄວາມສຸກ​ເປັນ​ຂອງ​ທຸກຄົນ​ທີ່​ໄດ້​ມາ​ຂໍ ການ​ປົກປ້ອງ​ຄຸ້ມຄອງ​ຈາກ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan