ເພງ^ສັນລະເສີນ 19 - ພຣະຄຳພີສັກສິພຣະສະຫງ່າຣາສີໃນການນິຣະມິດສ້າງຂອງພຣະເຈົ້າ 1 ຟ້າສະຫວັນໄດ້ເປີດເຜີຍສະຫງ່າຣາສີຂອງພຣະເຈົ້າ ຊີ້ໃຫ້ເຫັນຊັດເຈນສິ່ງທີ່ໄດ້ຊົງກະທຳນັ້ນ 2 ແຕ່ລະວັນກໍປະກາດເລື່ອງນີ້ໃຫ້ວັນຕໍ່ໄປ. ແຕ່ລະຄືນກໍກ່າວຢໍ້າເຖິງເລື່ອງນີ້ 3 ຊຶ່ງບໍ່ແມ່ນຄຳເວົ້າຫລືຄຳປາໄສໃດໆ ແລະຫູກໍບໍ່ໄດ້ຍິນສຽງໃດໆທັງສິ້ນ 4 ແຕ່ປານນັ້ນຖ້ອຍຄຳຂອງເຂົາເຈົ້າ ກໍແຜ່ທົ່ວໂລກາ ລືຊາປາກົດໄປເຖິງທີ່ສຸດປາຍແຜ່ນດິນໂລກ. ທີ່ເທິງຈັກກະວານ ພຣະອົງໄດ້ສ້າງທີ່ຢູ່ໃຫ້ດວງຕາເວັນ 5 ຊຶ່ງໄດ້ສ່ອງແສງອອກມາໃນຕອນເຊົ້າ ເໝືອນດັ່ງເຈົ້າບ່າວທີ່ມີຄວາມສຸກ ດັ່ງນັກກິລາຜູ້ຮ້ອນຮົນໃນການແລ່ນແຂ່ງ. 6 ມັນຂຶ້ນຈາກຟ້າສະຫວັນເບື້ອງໜຶ່ງໄປຫາອີກເບື້ອງໜຶ່ງ ບໍ່ມີສິ່ງໃດຫລົບລີ້ຈາກຄວາມຮ້ອນຂອງມັນໄດ້. ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ 7 ກົດບັນຍັດຂອງພຣະເຈົ້າຢາເວຄົບຖ້ວນແລະສົມບູນດີ ເປັນທີ່ຟື້ນຟູຈິດໃຈໃຫ້ມີແຮງຂຶ້ນໃໝ່. ຂໍ້ຄຳສັ່ງຂອງພຣະເຈົ້າຢາເວເປັນທີ່ໄວ້ວາງໃຈ ທັງໃຫ້ປັນຍາແກ່ຜູ້ທີ່ຂາດປັນຍາໄດ້. 8 ກົດບັນຍັດຂອງພຣະເຈົ້າຢາເວນັ້ນ ຖືກຕ້ອງທັງເຮັດໃຫ້ຜູ້ເຊື່ອຟັງເບີກບານໃຈ. ຂໍ້ຄຳສັ່ງຂອງພຣະເຈົ້າຢາເວກໍທ່ຽງທຳ ທັງຊ່ວຍໃຫ້ເຂົ້າໃຈຖືກຕ້ອງ. 9 ຄວາມຢຳເກງແກ່ພຣະເຈົ້າຢາເວເປັນການດີ ຊຶ່ງຄວນຈະມີສືບໆໄປເປັນນິດ. ການຕັດສິນຂອງພຣະເຈົ້າຢາເວກໍທ່ຽງທຳ ເປັນການຕັດສິນທີ່ຍຸດຕິທຳຢູ່ສະເໝີ. 10 ເປັນສິ່ງທີ່ປາຖະໜາຫລາຍກວ່າຄຳບໍຣິສຸດ ມັນຫວານຊື່ນຫລາຍກວ່າຢອດນໍ້າເຜິ້ງທີ່ຍ້ອຍລົງຈາກຮັງ. 11 ເຮັດໃຫ້ຂ້ານ້ອຍຜູ້ຮັບໃຊ້ມີຄວາມຮອບຮູ້ດີ ຂ້ານ້ອຍໄດ້ບຳເໜັດເພາະເຊື່ອຟັງກົດບັນຍັດເຫຼົ່ານີ້. 12 ແຕ່ບໍ່ມີຜູ້ໃດເຫັນໄດ້ເຖິງຄວາມຜິດພາດຂອງຕົນເອງ ໂຜດຊ່ວຍຂ້ານ້ອຍຈາກຄວາມຜິດທີ່ປິດບັງໄວ້ດ້ວຍ 13 ຂໍຊົງໂຜດຮັກສາໃຫ້ພົ້ນຈາກບາບຂອງຂ້ານ້ອຍແດ່ ຢ່າໃຫ້ການບາບນັ້ນມີໄຊເໜືອຂ້ານ້ອຍເລີຍ. ແລ້ວຂ້ານ້ອຍກໍຈະໄດ້ເປັນຄົນຄົບບໍຣິບູນ ແລະມີອິດສະຫລະພາບຈາກຄວາມບາບອັນຊົ່ວຮ້າຍນີ້. 14 ໂຜດໃຫ້ຄຳເວົ້າແລະຄວາມຄິດຂອງຂ້ານ້ອຍເປັນທີ່ພໍໃຈພຣະອົງ ຂ້າແດ່ພຣະເຈົ້າຢາເວ ອົງເປັນສີລາຂອງຂ້ານ້ອຍແລະເປັນພຣະຜູ້ໄຖ່ຂອງຂ້ານ້ອຍ. |
@ 2012 United Bible Societies. All Rights Reserved.