ເພງ^ສັນລະເສີນ 18 - ພຣະຄຳພີສັກສິດາວິດໂມທະນາຂອບພຣະຄຸນເພາະຄວາມມີໄຊ ( 2 ຊມອ 22:1-51 ) 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮັກພຣະອົງ ພຣະອົງເປັນຜູ້ປ້ອງກັນຂອງຂ້ານ້ອຍ. 2 ພຣະເຈົ້າຢາເວເປັນຫີນດານຂອງຂ້ານ້ອຍ ເປັນປ້ອມອັນແໜ້ນໜາຂອງຂ້ານ້ອຍດ້ວຍ. ພຣະເຈົ້າເປັນຫີນສີລາທັງເປັນທີ່ລີ້ໄພຂອງຂ້ານ້ອຍ ແລະຂ້ານ້ອຍກໍພົບຄວາມປອດໄພໃນພຣະອົງ ດັ່ງໂລ້ຕ້ານທານນັ້ນພຣະອົງປົກປ້ອງຂ້ານ້ອຍ ຄຸ້ມຄອງຮັກສາຂ້ານ້ອຍໃຫ້ປອດໄພໄດ້. 3 ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວ ຜູ້ສົມຄວນແກ່ການສັນລະເສີນ ແລະພຣະອົງກໍຊ່ວຍຂ້ານ້ອຍໃຫ້ພົ້ນໄພ ຈາກສັດຕູໝູ່ມານ. 4 ບ້ວງແຫ່ງຄວາມຕາຍກໍອ້ອມຮອບຂ້ານ້ອຍຢູ່ ຄື້ນແຫ່ງການທຳລາຍນັ້ນກໍໄດ້ໄຫລຖ້ວມຂ້ານ້ອຍໄວ້. 5 ບ້ວງແຫ່ງແດນຄົນຕາຍກໍຜູກພັນຂ້ານ້ອຍຢູ່ ແຮ້ວທີ່ຈະດັບຊີວິດຂ້ານ້ອຍກໍຫ້າງໃສ່ຢູ່ສະເໝີ. 6 ໃນຄວາມເດືອດຮ້ອນຢ່າງນີ້ແມ່ນພຣະເຈົ້າຢາເວທີ່ຂ້ານ້ອຍ ຮ້ອງຫາໃຫ້ຊ່ວຍເຫລືອ ພຣະອົງໄດ້ຟັງສຽງຂອງຂ້ານ້ອຍທີ່ພຣະວິຫານຂອງພຣະອົງ ແລະພຣະອົງໄດ້ຍິນສຽງຮ້ອງຂໍໃຫ້ຊ່ວຍເຫຼືອຂອງຂ້ານ້ອຍແລ້ວ. 7 ເມື່ອພຣະອົງໂກດຮ້າຍທົ່ວທັງໂລກກໍສະທ້ານຫວັ່ນໄຫວ ແລະຮາກຖານຂອງຜືນແຜ່ນດິນ ທັງໜ່ວຍພູທັງຫລາຍກໍຄອນແຄນໄປໝົດ ເພາະຄວາມໂກດຮ້າຍຂອງພຣະເຈົ້າ 8 ຄວັນໄຟຟົ້ງອອກຈາກຮູດັງຂອງພຣະອົງ ແປວໄຟກ້າເຜົາຜານອອກມາຈາກປາກພຣະອົງດ້ວຍ. 9 ພຣະອົງແຫວກຟ້າສະຫວັນແລະສະເດັດລົງມາ ໂດຍມີກ້ອນເມກຕຶບໜາຮອງຕີນພຣະອົງໄວ້. 10 ພຣະອົງນັ່ງເທິງເຄຣຸບ ແລະສະເດັດລົງມາ ແລະທ່ອງທ່ຽວໄປມາຕາມປີກລົມພັດ. 11 ພຣະອົງມີຄວາມມືດຫຸ້ມຫໍ່ຕົວຂອງພຣະອົງ ເມກທີ່ມີນໍ້າອັນຕຶບໜາກໍອ້ອມພຣະອົງໄວ້. 12 ຕໍ່ໜ້າພຣະອົງມີໝາກເຫັບກັບແສງສຸກໃສ ແສງໄຟແວວວາວທະລຸກ້ອນເມກອັນໜາແໜ້ນ. 13 ແລ້ວພຣະເຈົ້າຢາເວເຮັດໃຫ້ຟ້າຮ້ອງຈາກຟ້າສະຫວັນ ສຽງຂອງອົງຊົງຣິດຍິ່ງໃຫຍ່ສູງສຸດໄດ້ຍິນ ໄປທົ່ວໃຕ້ຟ້າ. 14 ພຣະອົງຍິງລູກທະນູໃສ່ສັດຕູແຕກຊະຊາຍໄປ ໄລ່ພວກເຂົາປົບໜີໂດຍແສງຟ້າແມບເຫລື້ອມ. 15 ພື້ນມະຫາສະໝຸດກໍຫວ່າງເປົ່າເປີດແປນ ແລະຮາກຖານແຜ່ນດິນກໍບໍ່ມີຫຍັງຫຸ້ມໄວ້ ເມື່ອອົງພຣະຜູ້ເປັນເຈົ້ານາບຂູ່ເຫຼົ່າສັດຕູ ແລະຮ້ອງໃສ່ພວກເຂົາດ້ວຍຄວາມໂກດຮ້າຍ. 16 ພຣະອົງຊົງລົງຈາກສະຫວັນແລະອູ້ມຊູຂ້ານ້ອຍໄວ້ ພຣະອົງດຶງເອົາຂ້ານ້ອຍຂຶ້ນ ຈາກແມ່ນໍ້າອັນແສນເລິກ. 17 ພຣະອົງຊ່ວຍກູ້ຂ້ານ້ອຍຈາກສັດຕູທີ່ມີອຳນາດຫລາຍ ທັງແຂງແຮງກວ່າແລະກຽດຊັງຂ້ານ້ອຍ. 18 ເມື່ອມີຄວາມເດືອດຮ້ອນ ສັດຕູກໍມາໂຈມຕີ ດີແຕ່ຂ້ານ້ອຍມີພຣະເຈົ້າຢາເວເປັນຜູ້ຄຸ້ມຄອງໄວ້. 19 ພຣະອົງໄດ້ຊ່ວຍເຫຼືອໃຫ້ພົ້ນຈາກອັນຕະລາຍ ເພາະພຣະອົງພໍໃຈນຳຈຶ່ງຊ່ວຍໃຫ້ພົ້ນໄດ້. 20 ເພາະເຮັດຖືກຕ້ອງພຣະເຈົ້າຢາເວຈຶ່ງໃຫ້ບຳເໜັດ ເພາະບໍ່ມີຄວາມຜິດພຣະອົງຈຶ່ງອວຍພອນໃຫ້. 21 ຂ້ານ້ອຍເຊື່ອຟັງກົດບັນຍັດຂອງພຣະເຈົ້າຢາເວ ແລະບໍ່ໄດ້ຫລອນຫັນໜີໄປຈາກພຣະເຈົ້າຂອງຂ້ານ້ອຍ. 22 ຂ້ານ້ອຍໄດ້ຮັກສາຂໍ້ຄຳສັ່ງຂອງພຣະອົງທັງໝົດ ແລະບໍ່ໄດ້ລະເມີດຂໍ້ຄຳສັ່ງຂອງພຣະອົງເລີຍ. 23 ພຣະອົງຮູ້ຈັກວ່າຂ້ານ້ອຍບໍ່ມີຄວາມຜິດຫຍັງ ແລະໄດ້ລະວັງຕົວຈາກການຊົ່ວຮ້າຍ. 24 ເພາະຂ້ານ້ອຍເຮັດຖືກຕ້ອງ ພຣະເຈົ້າຢາເວຈຶ່ງໃຫ້ຮັບບຳເໜັດ ເພາະພຣະອົງຊົງຮູ້ວ່າຂ້ານ້ອຍບໍ່ມີຜິດຫຍັງທັງນັ້ນ. 25 ພຣະອົງໂຜດພຣະຄຸນໃຫ້ແກ່ຜູ້ທີ່ເຮັດຕາມພຣະຄຸນ ພຣະອົງສຳແດງຄວາມສັດຊື່ຕໍ່ຜູ້ທີ່ສັດຊື່. 26 ພຣະອົງບໍຣິສຸດຕໍ່ຜູ້ທີ່ມີໃຈບໍຣິສຸດ ແຕ່ພຣະອົງເປັນສັດຕູຕໍ່ຜູ້ທີ່ຊົ່ວຮ້າຍ. 27 ພຣະອົງຊ່ວຍຜູ້ທີ່ຖ່ອມຕົວໃຫ້ພົ້ນໄພ ແຕ່ພຣະອົງດຶງຄົນທີ່ອວດຕົວຈອງຫອງໃຫ້ຕົກຕໍ່າລົງ. 28 ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍໃຫ້ແສງແຈ້ງແກ່ຂ້ານ້ອຍ ແລະເຮັດໃຫ້ຄວາມມືດມົວຂອງຂ້ານ້ອຍສູນຫາຍໄປສິ້ນ. 29 ພຣະອົງໃຫ້ຂ້ານ້ອຍມີແຮງໂຈມຕີສັດຕູ ມີອຳນາດເໜືອໜ່ວຍປ້ອງກັນຂອງເຂົາເຈົ້າ. 30 ການກະທຳຂອງພຣະເຈົ້າ ກໍຖືກຕ້ອງຄົບຖ້ວນສົມບູນດີ ຖ້ອຍຄຳຂອງພຣະເຈົ້າຢາເວກໍເປັນທີ່ໄວ້ວາງໃຈໄດ້. ພຣະອົງເປັນດັ່ງໂລ້ສຳລັບທຸກຄົນທີ່ມາ ຂໍຄວາມຄຸ້ມຄອງຈາກພຣະອົງ. 31 ພຣະເຈົ້າຢາເວເທົ່ານັ້ນທີ່ເປັນພຣະເຈົ້າ ພຣະອົງເທົ່ານັ້ນທີ່ປ້ອງກັນພວກເຮົາໄດ້. 32 ພຣະອົງຄືພຣະເຈົ້າທີ່ເຮັດໃຫ້ຂ້ານ້ອຍເຂັ້ມແຂງ ເປັນຜູ້ແປງທາງໃຫ້ຂ້ານ້ອຍເດີນໄປຢ່າງປອດໄພໄດ້. 33 ພຣະອົງເຮັດໃຫ້ຂ້ານ້ອຍຍ່າງຄ່ອງແຄ້ວດັ່ງໂຕກວາງ ພຣະອົງຊົງຮັກສາໃຫ້ຂ້ານ້ອຍປອດໄພຢູ່ເທິງພູສູງ. 34 ພຣະອົງຫລໍ່ຫລອມຂ້ານ້ອຍສຳລັບສູ້ຮົບຕົບຕີ ໃຫ້ມີກຳລັງກົ່ງຄັນທະນູອັນແຂງແກ່ນໄດ້. 35 ພຣະອົງປະທານໂລ້ແຫ່ງໄຊຊະນະໃຫ້ແກ່ຂ້ານ້ອຍ ແລະຊົງຊ່ວຍຊູຂ້ານ້ອຍໃຫ້ພົ້ນໄພໄດ້ ການທີ່ພຣະອົງເປັນຫ່ວງນັ້ນ ເຮັດໃຫ້ຂ້ານ້ອຍໃຫຍ່ຂຶ້ນ ແລະຣິດທານຸພາບຂອງພຣະອົງກໍເຮັດໃຫ້ຂ້ານ້ອຍປອດໄພ. 36 ພຣະອົງຮັກສາຂ້ານ້ອຍໄວ້ບໍ່ໃຫ້ຖືກຈັບ ແລະຂ້ານ້ອຍກໍບໍ່ເຄີຍລົ້ມລົງຈັກເທື່ອ. 37 ຂ້ານ້ອຍໄດ້ໄລ່ຕາມສັດຕູ ແລະໄດ້ຊະນະພວກເຂົາ ຂ້ານ້ອຍບໍ່ຢຸດເຊົາຈົນກວ່າໄດ້ທຳລາຍພວກເຂົາຖິ້ມ. 38 ຂ້ານ້ອຍຕີພວກເຂົາໃຫ້ລົ້ມຈົນພວກເຂົາລຸກຂຶ້ນບໍ່ໄດ້ ແລະເຫັນພວກເຂົາຕາຍຕໍ່ໜ້າຢ່າງພ່າຍແພ້. 39 ພຣະອົງໃຫ້ກຳລັງແກ່ຂ້ານ້ອຍເພື່ອສູ້ຮົບ ແລະເຮັດໃຫ້ເຫຼົ່າສັດຕູຂອງຂ້ານ້ອຍຂາບລົງຕໍ່ໜ້າຂ້ານ້ອຍ. 40 ພຣະອົງເຮັດໃຫ້ເຫຼົ່າສັດຕູຂອງຂ້ານ້ອຍແລ່ນພ່າຍໜີໄປ ແລະທຳລາຍພວກທີ່ກຽດຊັງຂ້ານ້ອຍນັ້ນ. 41 ພວກເຂົາຮ້ອງຫາຜູ້ຊ່ວຍ ແຕ່ບໍ່ມີຜູ້ໃດຊ່ວຍພວກເຂົາ ພວກເຂົາຮ້ອງຫາພຣະເຈົ້າຢາເວແຕ່ພຣະອົງບໍ່ຕອບ. 42 ຂ້ານ້ອຍໄດ້ຢຽບຢໍ່າທຳລາຍພວກເຂົາໃຫ້ໝົດ ເປັນດັ່ງຂີ້ຝຸ່ນຊຶ່ງຖືກລົມພັດປິວໄປສິ້ນ. ຂ້ານ້ອຍໄດ້ຢຽບພວກເຂົາ ເໝືອນຢຽບຂີ້ຕົມໃນຫົນທາງຍ່າງ. 43 ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄົນກະບົດ ແລະໃຫ້ເປັນຜູ້ປົກຄອງບັນດາປະຊາຊາດ; ປະຊາຊົນທີ່ຂ້ານ້ອຍບໍ່ເຄີຍຮູ້ຈັກມາກ່ອນ ບັດນີ້ ກໍກາຍມາເປັນຜູ້ຮັບໃຊ້ຂ້ານ້ອຍ. 44 ຊາວຕ່າງດ້າວກົ້ມລົງຂາບຕໍ່ໜ້າຂ້ານ້ອຍທັງໝົດ ເມື່ອຂ້ານ້ອຍເວົ້າຈາກໍພາກັນເຊື່ອຟັງໂລດ. 45 ຄວາມກ້າຫານທີ່ພວກເຂົາມີນັ້ນກໍເສຍໄປໝົດ ໂຕສັ່ນເຊັນອອກມາຈາກປ້ອມຂອງເຂົາເຈົ້າ. 46 ພຣະເຈົ້າຢາເວຊົງພຣະຊົນຢູ່ ຈົ່ງຍ້ອງຍໍສັນລະເສີນພຣະສີລາຂອງຂ້ານ້ອຍ ຈົ່ງປະກາດຣິດທານຸພາບຂອງພຣະເຈົ້າທີ່ຊ່ວຍຂ້ານ້ອຍໃຫ້ພົ້ນ 47 ພຣະອົງຊົງເປັນຜູ້ແກ້ແຄ້ນສັດຕູທັງຫລາຍໃຫ້ຂ້ານ້ອຍ ແລະຊົງປາບບັນດາປະຊາຊາດທັງຫຼາຍໃຫ້ຍອມຈຳນົນຕໍ່ຂ້ານ້ອຍ. 48 ພຣະອົງຊ່ວຍເອົາຂ້ານ້ອຍໃຫ້ພົ້ນ ຈາກເຫຼົ່າສັດຕູຂອງຂ້ານ້ອຍແລ້ວ. ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ໃຫ້ຂ້ານ້ອຍມີໄຊເໜືອສັດຕູ ທັງຮັກສາຂ້ານ້ອຍຈາກຄົນທີ່ໂຫດຮ້າຍ. 49 ດັ່ງນັ້ນ ໃນທ່າມກາງຊົນຊາດທັງຫລາຍ ຂ້ານ້ອຍຈຶ່ງຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ແລະຮ້ອງເພງສັນລະເສີນພຣະນາມຂອງພຣະອົງ. 50 ພຣະອົງໃຫ້ໄຊຊະນະໃຫຍ່ແກ່ກະສັດຂອງພຣະອົງ ໃຫ້ຄວາມຮັກອັນໝັ້ນຄົງແກ່ຜູ້ທີ່ພຣະອົງຫົດສົງໄວ້ ຄືໃຫ້ແກ່ດາວິດແລະເຊື້ອສາຍຂອງເພິ່ນ ສືບໆໄປຊົ່ວນິຣັນດອນ. |
@ 2012 United Bible Societies. All Rights Reserved.