Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 17 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຊອບທຳ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຮ້ອງ​ຂໍ​ຄວາມ​ຍຸດຕິທຳ​ດ້ວຍ ໂຜດ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຂ້ານ້ອຍ​ຂໍ​ໃຫ້​ຊ່ວຍເຫລືອ ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຢ່າງ​ຈິງໃຈ​ດ້ວຍ.

2 ຂໍ​ໃຫ້​ພຣະອົງ​ຕັດສິນ​ເຂົ້າຂ້າງ​ຂ້ານ້ອຍ ເພາະ​ພຣະອົງ​ຊົງ​ເຫັນ​ວ່າ ອັນໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ.

3 ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.

4 ຂ້ານ້ອຍ​ບໍ່ໄດ້​ເວົ້າ​ຊົ່ວ​ເໝືອນ​ດັ່ງ​ຄົນອື່ນໆ​ເວົ້າ​ກັນ ຂ້ານ້ອຍ​ຖື​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ທຸກໆ​ຂໍ້ ແລະ​ບໍ່​ຢຶດ​ທາງ​ຮຸນແຮງ​ດ້ວຍ.

5 ຂ້ານ້ອຍ​ເດີນ​ຕາມ​ທາງ​ທີ່​ພຣະອົງ​ສັ່ງສອນ​ສະເໝີ ແລະ​ບໍ່ເຄີຍ​ຫລີກ​ໜີ​ຈາກ​ທາງນັ້ນ​ຈັກເທື່ອ.

6 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ ເພາະ​ພຣະອົງ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ແລ້ວ ສະນັ້ນ ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແດ່ທ້ອນ ແລະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ.

7 ຂໍ​ຊົງ​ໂຜດ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ໂຜດ​ຊ່ວຍ​ເອົາ​ຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ​ແດ່ທ້ອນ ເມື່ອ​ຢູ່​ໃກ້ຊິດ​ພຣະອົງ​ກໍ​ປອດໄພ​ຈາກ​ສັດຕູ​ທັງສິ້ນ.

8-9 ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດັ່ງ​ແກ້ວຕາ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ປົກບັງ​ຂ້ານ້ອຍ​ໄວ້​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ ແລະ​ຊົງ​ປົກປ້ອງ​ຂ້ານ້ອຍ​ໄວ້​ຈາກ​ການ​ໂຈມຕີ​ຂອງ​ຄົນຊົ່ວຮ້າຍ​ດ້ວຍ.

10 ສັດຕູ​ຜູ້​ໝາຍປອງ​ຂ້າ​ກໍ​ອ້ອມຂ້າງ​ຂ້ານ້ອຍ​ຢູ່ ພວກເຂົາ​ບໍ່ມີ​ຄວາມ​ເມດຕາ​ແລະ​ເວົ້າ​ໂອ້ອວດ​ຈອງຫອງ.

11 ບັດນີ້ ຂ້ານ້ອຍ​ຖືກ​ປິດລ້ອມ​ແລະ​ບໍ່​ຮູ້​ວ່າ​ຈະ​ຫັນໄປ​ທາງ​ໃດ ພວກເຂົາ​ຊອກ​ໂອກາດ​ທີ່​ຈະ​ດຶງ​ຂ້ານ້ອຍ​ລົງ​ໃຫ້​ໄດ້.

12 ພວກເຂົາ​ເປັນ​ດັ່ງ​ຝູງ​ສິງ​ໂຕຮ້າຍ​ທີ່​ຄອຍຖ້າ​ເຫຍື່ອ ຊຶ່ງ​ດັກຈັບ ເພື່ອ​ກັດ​ຈີກ​ກິນ​ຂ້ານ້ອຍ​ເປັນ​ຕ່ອນໆ.

13 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ ຂັດຂວາງ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ໂຜດ​ໃຊ້​ດາບ​ຂອງ​ພຣະອົງ​ມາ​ກຳຈັດ​ສັດຕູ​ເຫຼົ່ານັ້ນ​ສາ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແດ່ທ້ອນ

14 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.

15 ແຕ່​ຂ້ານ້ອຍ​ຈະ​ໄດ້​ພົບ​ພຣະອົງ​ໃນ​ຄວາມ​ຊອບທຳ ເມື່ອ​ຂ້ານ້ອຍ​ຕື່ນ​ມາ​ຈິດໃຈ​ກໍ​ເບີກບານ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan