ເພງ^ສັນລະເສີນ 16 - ພຣະຄຳພີສັກສິຄວາມສຸກຂອງຜູ້ທີ່ຖືກຊ່ວຍໃຫ້ພົ້ນໄພ 1 ຂ້າແດ່ພຣະເຈົ້າ ຂໍຊົງໂຜດຄຸ້ມຄອງຂ້ານ້ອຍໃຫ້ປອດໄພດ້ວຍ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງ. 2 ຂ້ານ້ອຍກ່າວຕໍ່ພຣະເຈົ້າຢາເວວ່າ, “ພຣະອົງເປັນອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະສິ່ງດີທຸກຢ່າງທີ່ຂ້ານ້ອຍມີຢູ່ທັງໝົດ ກໍລ້ວນແຕ່ມາຈາກພຣະອົງທັງສິ້ນ.” 3 ປະຊາຊົນຜູ້ສັດຊື່ທີ່ອາໄສຢູ່ໃນດິນແດນ ຄືພວກທີ່ຂ້ານ້ອຍຊົມຊື່ນຍິນດີກັບພວກເຂົາ. 4 ພວກທີ່ຊອກພະອື່ນໃຫ້ເຫັນອົກເຫັນໃຈ ກໍເຮັດໃຫ້ຕົນເອງທຸກໃຈເທົ່ານັ້ນ. ຂ້ານ້ອຍຈະບໍ່ຮ່ວມບູຊາເລືອດນຳພວກເຂົາ ຈະບໍ່ເອີ່ຍເຖິງແມ່ນແຕ່ຊື່ເຂົາເຈົ້າ. 5 ພຣະເຈົ້າຢາເວເປັນທຸກສິ່ງທີ່ຂ້ານ້ອຍມີ ທຸກສິ່ງທີ່ຂ້ານ້ອຍຈຳເປັນ ພຣະອົງກໍຈັດຫາໃຫ້. 6 ອະນາຄົດຂອງຂ້ານ້ອຍແມ່ນຢູ່ໃນກຳມືຂອງພຣະອົງ ຂອງປະທານອັນດີເລີດທຸກອັນຊົງເປັນຜູ້ໂຜດໃຫ້. 7 ຂ້ານ້ອຍຍ້ອງຍໍສັນລະເສີນພຣະເຈົ້າຢາເວ ເພາະພຣະອົງແນະນຳຂ້ານ້ອຍ ແລະຕອນກາງຄືນຈິດສຳນຶກກໍຍັງເຕືອນຢູ່. 8 ຂ້ານ້ອຍຮູ້ສະເໝີວ່າພຣະເຈົ້າຢາເວສະຖິດຢູ່ນຳ ຢູ່ໃກ້ຊິດແລະບໍ່ມີສິ່ງໃດເຮັດໃຫ້ຫວັ່ນໄຫວໄດ້. 9 ດ້ວຍເຫດນັ້ນ ຈິດໃຈຂອງຂ້ານ້ອຍຈຶ່ງໂມທະນາຂອບພຣະຄຸນພຣະເຈົ້າ ແລະຊົມຊື່ນຍິນດີ ແລະຮູ້ສຶກມີຄວາມປອດໄພຢ່າງຄົບຖ້ວນບໍຣິບູນ 10 ເພາະພຣະອົງຄຸ້ມຄອງຈາກອຳນາດຄວາມຕາຍ ບໍ່ປ່ອຍໃຫ້ຜູ້ບໍຣິສຸດຂອງພຣະອົງຕ້ອງເປື່ອຍເນົ່າ. 11 ແລ້ວພຣະອົງກໍຈະໃຫ້ເຫັນທາງທີ່ນຳໄປສູ່ຊີວິດ ຢູ່ຊ້ອງໜ້າພຣະອົງນັ້ນມີຄວາມຊົມຊື່ນຍິນດີ ທັງເຮັດໃຫ້ຂ້ານ້ອຍມີຄວາມສຸກໃຈຫລາຍ ທີ່ຢູ່ກັບພຣະອົງຕະຫລອດໄປເປັນນິດ. |
@ 2012 United Bible Societies. All Rights Reserved.