ເພງ^ສັນລະເສີນ 150 - ພຣະຄຳພີສັກສິຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າໃນພຣະວິຫານຂອງພຣະອົງ ຈົ່ງຍ້ອງຍໍສັນລະເສີນພຣະກຳລັງໃນຟ້າສະຫວັນ 2 ຈົ່ງຍ້ອງຍໍສັນລະເສີນພຣະອົງເພາະສິ່ງຍິ່ງໃຫຍ່ທີ່ໄດ້ຊົງກະທຳ ຈົ່ງຍ້ອງຍໍສັນລະເສີນຄວາມຍິ່ງໃຫຍ່ສູງສຸດຂອງພຣະອົງ. 3 ຈົ່ງຍ້ອງຍໍສັນລະເສີນພຣະອົງໂດຍເປົ່າແກສຽງດັງໆ ຈົ່ງຍ້ອງຍໍສັນລະເສີນພຣະອົງໂດຍດີດກິດຕາແລະໝາກກະຈັບປີ່ 4 ຈົ່ງຕີກອງແລະຟ້ອນລຳຍ້ອງຍໍສັນລະເສີນພຣະອົງ ຈົ່ງດີດກິດຕາ ແລະເປົ່າຂຸ່ຍຍ້ອງຍໍສັນລະເສີນພຣະອົງ. 5 ຈົ່ງຍ້ອງຍໍສັນລະເສີນພຣະອົງດ້ວຍການຕົບຊິ່ງ ຈົ່ງຍ້ອງຍໍສັນລະເສີນພຣະອົງດ້ວຍການຕົບແສ່ງ. 6 ຂໍໃຫ້ທຸກສິ່ງທີ່ຫາຍໃຈຢູ່ນັ້ນ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
@ 2012 United Bible Societies. All Rights Reserved.