ເພງ^ສັນລະເສີນ 15 - ພຣະຄຳພີສັກສິສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການ 1 ຂ້າແດ່ພຣະເຈົ້າຢາເວ ຜູ້ໃດຈະເຂົ້າໄປໃນພຣະວິຫານຂອງພຣະອົງໄດ້? ຜູ້ໃດຈະນະມັດສະການທີ່ຊີໂອນເນີນພູສັກສິດ ຂອງພຣະອົງນັ້ນໄດ້. 2 ຄືພວກທີ່ເຊື່ອຟັງພຣະເຈົ້າໃນທຸກສິ່ງ ແລະເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ ທັງເປັນຄົນເວົ້າຄວາມຈິງຈາກຈິດໃຈດ້ວຍ 3 ແລະເປັນຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ ບໍ່ເຮັດຜິດຕໍ່ໝູ່ຄູ່ແລະບໍ່ກ່າວຂວັນນິນທາເພື່ອນບ້ານ. 4 ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ ແຕ່ໃຫ້ກຽດຄົນທີ່ຢຳເກງພຣະເຈົ້າຢາເວ. ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີ ເຖິງວ່າຕົນຈະເປັນຝ່າຍເສຍຜົນປະໂຫຍດກໍຕາມ. 5 ລາວໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບ້ຍ ທັງບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຜິດດ້ວຍ. ຜູ້ທີ່ປະຕິບັດຕາມດັ່ງທີ່ກ່າວມານີ້ ກໍຈະໄດ້ຮັບຄວາມໝັ້ນຄົງຕະຫລອດໄປ. |
@ 2012 United Bible Societies. All Rights Reserved.