ເພງ^ສັນລະເສີນ 149 - ພຣະຄຳພີສັກສິຈົ່ງຊົມຊື່ນຍິນດີເພາະຄວາມມີໄຊ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຈົ່ງຮ້ອງເພງບົດໃໝ່ຖວາຍແກ່ພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະອົງໃນທີ່ປະຊຸມພວກທີ່ສັດຊື່. 2 ຈົ່ງເບີກບານໃຈໃນພຣະຜູ້ສ້າງເຖີດ ຊາດອິດສະຣາເອນເອີຍ ຊາວພູເຂົາຊີໂອນເອີຍ ຈົ່ງຊື່ນໃຈຍິນດີ ໃນກະສັດຂອງພວກເຈົ້າ. 3 ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງດ້ວຍການຟ້ອນລຳທຳເພງ ຈົ່ງຕີກອງແລະດີດກິດຕາ ຍ້ອງຍໍສັນລະເສີນພຣະອົງ. 4 ພຣະເຈົ້າຢາເວຊື່ນບານໃຈແທ້ໃນປະຊາຊົນຂອງພຣະອົງ ພຣະອົງໃຫ້ກຽດຜູ້ທີ່ຖ່ອມຕົວໂດຍໃຫ້ເຂົາໄດ້ໄຊຊະນະ. 5 ຂໍໃຫ້ປະຊາຊົນຂອງພຣະເຈົ້າຊື່ນບານໃຈ ໃນໄຊຊະນະຂອງເຂົາເຈົ້າ ແລະພາກັນຮ້ອງເພງຕະຫລອດຄືນ ຢ່າງຊົມຊື່ນໃນຈິດໃຈເຖີດ. 6 ຂໍໃຫ້ຍ້ອງຍໍສັນລະເສີນພຣະເຈົ້າດ້ວຍສຽງດັງ ທັງຖືດາບອັນຄົມຢູ່ໃນມືຂອງພວກເຂົາດ້ວຍ 7 ເພື່ອເອົາຊະນະຊົນຊາດທັງຫລາຍ ແລະລົງໂທດຄົນທຸກຊາດທຸກພາສານັ້ນ 8 ເພື່ອເອົາໂສ້ລ່າມບັນດາກະສັດຂອງພວກເຂົາ ແລະໃຊ້ໂສ້ເຫຼັກຮັດຜູ້ນຳຂອງພວກເຂົາໄວ້ 9 ເພື່ອລົງໂທດຊົນຊາດຕາມທີ່ພຣະເຈົ້າໄດ້ບັນຊາ ນີ້ແມ່ນໄຊຊະນະແຫ່ງປະຊາຊົນຂອງພຣະເຈົ້າ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
@ 2012 United Bible Societies. All Rights Reserved.