Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 147 - ພຣະຄຳພີສັກສິ


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່

1 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ການ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ​ນັ້ນ​ເປັນ​ການດີ ການ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເປັນ​ທີ່​ຍິນດີ​ແລະ​ຖືກຕ້ອງ.

2 ພຣະເຈົ້າຢາເວ​ກຳລັງ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ພຣະອົງ​ກຳລັງ​ນຳ​ພວກ​ທີ່​ຖືກ​ຈັບ​ໄປ​ນັ້ນ​ກັບຄືນ​ມາ.

3 ພຣະອົງ​ປິ່ນປົວ​ຄົນ​ທີ່​ມີ​ຄວາມ​ບວບຊໍ້າ​ໃນ​ຈິດໃຈ ແລະ​ພັນ​ບາດແຜ​ໃຫ້​ແກ່​ເຂົາເຈົ້າ.

4 ແມ່ນ​ພຣະອົງ​ເທົ່ານັ້ນ​ທີ່​ກຳນົດ​ດວງດາວ​ທັງຫລາຍ ແລະ​ເອີ້ນ​ດາວ​ນັ້ນ​ຕາມ​ຊື່​ທີ່​ພຣະອົງ​ໃສ່​ໃຫ້.

5 ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ແລະ​ຊົງ​ຣິດອຳນາດ​ຫລາຍ ບໍ່ມີ​ຜູ້ໃດ​ທີ່​ຊັ່ງຊາ​ສະຕິປັນຍາ​ຂອງ​ພຣະອົງ​ໄດ້.

6 ພຣະເຈົ້າຢາເວ​ຍົກ​ຜູ້​ທີ່​ຖ່ອມຕົວ ສ່ວນ​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ຢຽບຢໍ່າ​ລົງ​ແລະ​ທຳລາຍ​ຖິ້ມ.

7 ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ດີດ​ກິດຕາ ຈົ່ງ​ບັນເລງ​ເພງ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ.

8 ພຣະອົງ​ໃຫ້​ເມກ​ປົກຄຸມ​ທົ່ວ​ທັງ​ຟ້າ​ສະຫວັນ ແລະ​ໃຫ້​ຝົນ​ແກ່​ແຜ່ນດິນ​ໂລກ ທັງ​ຫຍ້າ​ທີ່​ເກີດ​ຕາມ​ເນີນພູ​ດ້ວຍ.

9 ພຣະອົງ​ຈັດຫາ​ອາຫານ​ການກິນ​ແກ່​ຝູງສັດ ແລະ​ລ້ຽງ​ລູກກາ​ຮ້ອງ ເມື່ອ​ມັນ​ຫິວໂຫຍ.

10 ຄວາມ​ພໍໃຈ​ຂອງ​ພຣະອົງ​ບໍ່ແມ່ນ​ຢູ່​ໃນ​ມ້າ​ທີ່​ມີ​ກຳລັງ ຫລື​ຄວາມ​ສຸກໃຈ​ບໍ່ແມ່ນ​ຢູ່​ໃນ​ຂາ​ຂອງ​ມະນຸດ,

11 ແຕ່​ຄວາມ​ພໍໃຈ​ຂອງ​ພຣະເຈົ້າຢາເວ​ຢູ່​ນຳ​ຜູ້​ທີ່​ຢຳເກງ​ພຣະອົງ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.

12 ໂອ ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ໂອ ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງເຈົ້າ​ເຖີດ.

13 ພຣະອົງ​ຮັກສາ​ປະຕູ​ເມືອງ​ຂອງເຈົ້າ​ໃຫ້​ເຂັ້ມແຂງ ພຣະອົງ​ອວຍພອນ​ປະຊາຊົນ​ຂອງເຈົ້າ.

14 ພຣະອົງ​ຮັກສາ​ຊາຍແດນ​ຂອງເຈົ້າ​ໃຫ້​ປອດໄພ ແລະ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ດ້ວຍ​ເຂົ້າບາເລ​ອັນ​ດີເລີດ.

15 ພຣະອົງ​ໃຫ້​ຄຳສັ່ງ​ແກ່​ແຜ່ນດິນ​ໂລກ​ເຮົາ ສິ່ງ​ທີ່​ພຣະອົງ​ກ່າວ​ອອກ​ໄປ​ກໍ​ສຳເລັດຜົນ​ໂລດ.

16 ພຣະອົງ​ໄດ້​ບັນດານ​ໃຫ້​ຫິມະ​ຕົກລົງ​ມາ ດັ່ງ​ດອກ​ຝ້າຍ​ຂາວໆ​ທີ່​ແຜ່​ຢາຍ​ເຕັມ​ຕາມ​ພື້ນ ແລະ​ໃຫ້​ນໍ້າ​ຄ້າງ​ເຫລື້ອມໆ​ກະຈາຍ​ທົ່ວ​ໜ້າດິນ ດັ່ງ​ຝຸ່ນ​ລະອອງ​ທີ່​ລອຍ​ຢູ່​ຕາມ​ໜ້າດິນ​ນັ້ນ.

17 ໝາກເຫັບ​ທີ່​ພຣະອົງ​ສົ່ງ​ລົງ​ມາ​ກໍ​ແຂງ​ດັ່ງ​ຂີ້ຫີນ ແລະ​ບໍ່ມີ​ຜູ້ໃດ​ທົນ​ໜາວ​ທີ່​ພຣະອົງ​ສົ່ງ​ມາ​ນັ້ນ​ໄດ້.

18 ເມື່ອ​ພຣະອົງ​ສັ່ງ​ນໍ້າກ້ອນ​ກໍ​ເປື່ອຍ​ລະລາຍ​ໄປ ເມື່ອ​ພຣະອົງ​ສົ່ງ​ລົມ​ມາ ນໍ້າ​ກໍ​ໄຫລ​ຖ້ວມ.

19 ພຣະອົງ​ໃຫ້​ຖ້ອຍຄຳ​ແກ່​ປະຊາຊົນ​ຂອງ​ພຣະອົງ ໃຫ້​ຄຳແນະນຳ ແລະ​ກົດບັນຍັດ​ແກ່​ອິດສະຣາເອນ​ນັ້ນ.

20 ພຣະອົງ​ບໍ່ໄດ້​ເຮັດ​ເຊັ່ນນີ້​ສຳລັບ​ຊົນຊາດ​ອື່ນໃດ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮູ້ຈັກ​ກົດບັນຍັດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan