ເພງ^ສັນລະເສີນ 146 - ພຣະຄຳພີສັກສິຄຳສັນລະເສີນເພາະພຣະຣາຊກິດຂອງພຣະເຈົ້າ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຈິດວິນຍານຂອງຂ້ອຍເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. 2 ຂ້ອຍຈະຍ້ອງຍໍສັນລະເສີນພຣະເຈົ້າຢາເວຕາບໃດທີ່ມີຊີວິດຢູ່ ຂ້ອຍຈະຮ້ອງເພງຖວາຍແດ່ພຣະເຈົ້າຂອງຂ້ອຍຊົ່ວຊີວິດຂ້ອຍ. 3 ຢ່າມອບຄວາມຫວັງຂອງເຈົ້າໄວ້ໃນບັນດາຜູ້ນຳ ບໍ່ມີມະນຸດຄົນໃດອາດຊ່ວຍເຈົ້າໃຫ້ພົ້ນໄດ້. 4 ເວລາພວກເຂົາຕາຍກໍຈະກັບຄືນເປັນຂີ້ຝຸ່ນດິນ ແລ້ວແຜນການຂອງພວກເຂົາທັງໝົດກໍເຖິງທີ່ຈົບສິ້ນ. 5 ຄວາມສຸກເປັນຂອງຜູ້ທີ່ພຣະເຈົ້າຂອງຢາໂຄບຊ່ວຍເຫຼືອ ຜູ້ທີ່ເພິ່ງໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ 6 ຜູ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ທັງທຸກສິ່ງຢູ່ໃນນັ້ນ ພຣະອົງຮັກສາພຣະສັນຍາສະເໝີ. 7 ພຣະອົງຕັດສິນເຂົ້າຂ້າງຜູ້ທີ່ຖືກຂົ່ມເຫັງ ແລະໂຜດອາຫານໃຫ້ແກ່ຜູ້ທີ່ອຶດຫິວ. ພຣະເຈົ້າຢາເວປົດປ່ອຍນັກໂທດໃຫ້ເປັນອິດສະຫລະເສລີ. 8 ພຣະເຈົ້າຢາເວໃຫ້ຄົນຕາບອດໄດ້ມີໂອກາດເຫັນຮຸ່ງອີກ. ພຣະເຈົ້າຢາເວຍົກຍໍທຸກຄົນທີ່ໄດ້ລົ້ມລົງໃຫ້ລຸກຂຶ້ນໃໝ່ ພຣະເຈົ້າຢາເວຮັກຜູ້ທີ່ດຳເນີນຊີວິດໃນທາງຊອບທຳນັ້ນ. 9 ພຣະເຈົ້າຢາເວປົກປ້ອງຄຸ້ມຄອງຊາວຕ່າງດ້າວທັງຫລາຍ ທີ່ອາໄສຢູ່ໃນປະເທດຂອງພວກເຮົານັ້ນ. ພຣະອົງຊ່ວຍລູກກຳພ້າທັງຫລາຍແລະແມ່ໝ້າຍ, ແຕ່ທຳລາຍແຜນການຂອງຄົນຊົ່ວຮ້າຍ. 10 ພຣະເຈົ້າຢາເວເປັນກະສັດສືບໄປ ພູເຂົາຊີໂອນເອີຍ ພຣະເຈົ້າຂອງເຈົ້າຈະປົກຄອງສືບໆໄປເປັນນິດ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
@ 2012 United Bible Societies. All Rights Reserved.