Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 145 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ຄຳສັນລະເສີນ

1 ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.

2 ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ທຸກໆ​ວັນ ແລະ​ຈະ​ຍົກຍໍ​ພຣະອົງ​ສືບໆໄປ​ເປັນນິດ.

3 ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຢ່າງ​ສູງສົ່ງ. ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ເໜືອກວ່າ​ຄວາມ​ເຂົ້າໃຈ​ໄດ້.

4 ຈົ່ງ​ໃຫ້​ຄົນ​ຊົ່ວອາຍຸນີ້​ເວົ້າ​ເຖິງ​ພຣະ​ຣາຊກິດ​ຂອງ​ພຣະອົງ​ສູ່​ຄົນ​ອີກ​ຊົ່ວ​ອາຍຸໜຶ່ງ​ຟັງ ແລະ​ປະກາດ​ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ຊົງ​ກະທຳ​ນັ້ນ.

5 ພວກເຂົາ​ຈະ​ກ່າວ​ເຖິງ​ຣິດອຳນາດ​ທັງ​ສະຫງ່າຣາສີ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຮໍ່າເພິງ​ເຖິງ​ການ​ອັດສະຈັນ​ນັ້ນ.

6 ພວກເຂົາ​ຈະ​ເວົ້າ​ເຖິງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ກະທຳ ແລະ​ຂ້ານ້ອຍ​ຈະ​ປະກາດ​ເຖິງ​ຣິດທານຸພາບ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

7 ພວກເຂົາ​ຈະ​ເວົ້າ​ເຖິງ​ຄຸນຄວາມດີ​ຂອງ​ພຣະອົງ ແລະ​ສັນລະເສີນ​ຄວາມ​ຍຸດຕິທຳ​ຂອງ​ພຣະອົງ.

8 ພຣະເຈົ້າຢາເວ​ເຕັມໄປດ້ວຍ​ພຣະຄຸນ​ແລະ​ຄວາມ​ເມດຕາ ໂກດຮ້າຍ​ຊ້າ​ແລະ​ມີ​ຄວາມຮັກ​ອັນ​ໝັ້ນຄົງ.

9 ພຣະເຈົ້າຢາເວ​ກະທຳ​ດີ​ຕໍ່​ມະນຸດ​ທຸກໆຄົນ ແລະ​ສົງສານ​ຕໍ່​ສັບພະທຸກສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ນັ້ນ.

10 ຂ້າແດ່​ພຣະເຈົ້າຢາເວ ທຸກສິ່ງ​ທີ່​ຖືກ​ສ້າງ​ມາ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແລະ​ປະຊາຊົນ​ຂອງ​ພຣະອົງ​ຈະ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ.

11 ພວກເຂົາ​ຈະ​ກ່າວ​ເຖິງ​ພຣະ​ຣາຊອຳນາດ​ຂອງ​ພຣະອົງ ແລະ​ບອກ​ເຖິງ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

12 ເພື່ອ​ທຸກຄົນ​ຈະ​ໄດ້​ຮູ້​ກິດຈະການ​ອັນ​ຍິ່ງໃຫຍ່ ຣິດອຳນາດ​ແລະ​ຣັດສະໝີ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະອົງ.

13 ການ​ຄອງ​ອຳນາດ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອຳນາດ​ຂອງ​ພຣະອົງ​ກໍ​ຍືນຍົງ​ໄປຕະຫລອດ. ພຣະເຈົ້າຢາເວ​ສັດຊື່​ຕໍ່​ຄຳສັນຍາ​ຂອງ​ພຣະອົງ ພຣະອົງ​ມີ​ໃຈ​ເມດຕາ​ຕໍ່​ການກະທຳ​ທັງສິ້ນ.

14 ພຣະເຈົ້າຢາເວ​ຊ່ວຍ​ຄົນ​ທີ່​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຂັດສົນ ແລະ​ອູ້ມຊູ​ຄົນ​ທີ່​ລົ້ມລົງ​ໃຫ້​ເຂົາ​ລຸກຂຶ້ນ​ໃໝ່.

15 ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ກໍ​ເບິ່ງ​ພຣະອົງ​ດ້ວຍ​ຄວາມຫວັງ ລໍຖ້າ​ພຣະອົງ​ໃຫ້​ອາຫານ​ຕາມ​ທີ່​ຕ້ອງການ​ນັ້ນ.

16 ພຣະອົງ​ໂຜດ​ໃຫ້​ພວກເຂົາ​ຢ່າງ​ພຽງພໍ ແລະ​ໃຫ້​ສົມ​ຄວາມປະສົງ​ທຸກຄົນ​ດ້ວຍ.

17 ພຣະເຈົ້າຢາເວ​ເປັນ​ຄວາມ​ຊອບທຳ​ໃນ​ທຸກສິ່ງ​ໃນ​ທາງ​ຂອງ​ພຣະອົງ. ແລະ​ຊົງ​ເມດຕາ​ໃນ​ການ​ກະທຳ​ທຸກຢ່າງ.

18 ພຣະເຈົ້າຢາເວ​ຢູ່​ໃກ້ຊິດ​ທຸກໆ​ຄົນ​ທີ່​ຮ້ອງຫາ​ພຣະອົງ ຄື​ຜູ້​ທີ່​ຮ້ອງຫາ​ພຣະອົງ​ຢ່າງ​ຈິງໃຈແທ້.

19 ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.

20 ພຣະເຈົ້າຢາເວ​ປົກປັກ​ຮັກສາ​ຜູ້​ທີ່​ຮັກ​ພຣະອົງ​ທຸກຄົນ ແຕ່​ພຣະອົງ​ຈະ​ທຳລາຍ​ຜູ້​ຊົ່ວຮ້າຍ​ທຸກຄົນ​ຖິ້ມ.

21 ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີ ຄື​ຈະ​ສັນລະເສີນ​ພຣະເຈົ້າຢາເວ​ຢູ່​ເລື້ອຍໆ. ຂໍ​ໃຫ້​ທຸກສິ່ງ​ທີ່​ຖືກ​ສ້າງ​ມາ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ຕະຫລອດໄປ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan