Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 144 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ໃຫ້​ຊ່ວຍເຫລືອ

1 ສັນລະເສີນ​ພຣະເຈົ້າຢາເວ ຜູ້​ຄຸ້ມຄອງ​ຂອງ​ຂ້ານ້ອຍ ພຣະອົງ​ຝຶກ​ຂ້ານ້ອຍ​ໃຫ້​ສູ້ຮົບ ແລະ​ຕຽມ​ຂ້ານ້ອຍ​ໃຫ້​ເຮັດ​ສົງຄາມ.

2 ພຣະອົງ​ເປັນ​ຜູ້​ປົກປ້ອງ ແລະ​ຜູ້​ຄຸ້ມຄອງ​ຂ້ານ້ອຍ ເປັນ​ຜູ້​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເປັນ​ທີ່​ກຳບັງ​ດ້ວຍ. ຂ້ານ້ອຍ​ປອດໄພ​ໄດ້​ໂດຍ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ.

3 ຂ້າແດ່​ພຣະເຈົ້າຢາເວ ມະນຸດ​ແມ່ນ​ຜູ້ໃດ​ທີ່​ພຣະອົງ​ຕ້ອງ​ເອົາໃຈໃສ່​ ມະນຸດ​ທຳມະດາ​ເປັນຫຍັງ​ພຣະອົງ​ຈຶ່ງ​ເອົາໃຈໃສ່​ພວກເຂົາ?

4 ມະນຸດ​ນັ້ນ​ເປັນ​ເໝືອນ​ດັ່ງ​ລົມຫາຍໃຈ ວັນ​ທັງຫລາຍ​ຂອງ​ເຂົາ​ກໍ​ເໝືອນ​ດັ່ງ​ເງົາມືດ​ຜ່ານ​ກາຍໄປ​ນັ້ນ.

5 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ແຍກ​ຟ້າ​ສະຫວັນ​ອອກ ແລະ​ສະເດັດ​ລົງ​ມາ ໂຜດ​ແຕະຕ້ອງ​ພູຜາ ແລະ​ຄວັນໄຟ​ກໍ​ຈະ​ພຸ່ງ​ອອກ​ມາ.

6 ໂຜດ​ສົ່ງ​ຟ້າແມບ​ຂັບໄລ່​ພວກ​ສັດຕູ​ຂອງ​ພຣະອົງ​ໃຫ້​ແຕກ​ກະຈັດ​ກະຈາຍ ໂຜດ​ຍິງ​ລູກທະນູ​ຂອງ​ພຣະອົງ​ໄລ່​ພວກເຂົາ​ໃຫ້​ພ່າຍ​ໜີໄປ.

7 ໂຜດ​ຍື່ນ​ມື​ຂອງ​ພຣະອົງ​ລົງ​ມາ​ຈາກ​ເບື້ອງເທິງ ແລະ​ດຶງ​ຂ້ານ້ອຍ​ຂຶ້ນ​ຈາກ​ນໍ້າ​ເລິກ​ດ້ວຍ. ໂຜດ​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ສັດຕູ ຄື​ຈາກ​ອຳນາດ​ຂອງ​ຊົນຊາດ​ຕ່າງດ້າວ.

8 ພວກ​ນີ້​ບໍ່ເຄີຍ​ເວົ້າ​ຄວາມຈິງ​ແຕ່​ປະການ​ໃດ ເວົ້າ​ຕົວະ​ຢູ່​ເລື້ອຍ ແມ່ນແຕ່​ຄຳ​ສາບານ​ກໍຕາມ.

9 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຈະ​ຮ້ອງເພງ​ບົດໃໝ່ ທັງ​ດີດ​ກິດຕາ ແລະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ.

10 ພຣະອົງ​ໃຫ້​ໄຊຊະນະ​ແກ່​ກະສັດ​ທັງຫລາຍ ແລະ​ຊ່ວຍກູ້​ເອົາ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄວ້.

11 ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ສັດຕູ​ຜູ້​ໂຫດຮ້າຍ ແລະ​ຈາກ​ອຳນາດ​ຂອງ​ຊາວ​ຕ່າງດ້າວ ຄື​ຜູ້​ທີ່​ບໍ່ເຄີຍ​ເວົ້າ​ຄວາມຈິງ​ແຕ່​ປະການ​ໃດ ເວົ້າ​ຕົວະ​ຢູ່ເລື້ອຍ​ແມ່ນແຕ່​ຄຳ​ສາບານ​ກໍຕາມ.

12 ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ໃຫຍ່ ທີ່​ໃຫຍ່​ຂຶ້ນ​ຢ່າງ​ທ່ຽງທຳ​ໃນ​ໄວ​ໜຸ່ມ​ຂອງ​ເຂົາເຈົ້າ. ຂໍ​ໃຫ້​ລູກສາວ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເສົາ​ຕົ້ນ​ໃຫຍ່ ທີ່​ຖືກ​ປະດັບ​ໄວ້​ເອ້​ໃນ​ພະຣາຊວັງ.

13 ຂໍ​ໃຫ້​ເລົ້າ​ເຕັມ​ໄປ​ດ້ວຍ​ພືດຜົນ​ນາໆ​ຊະນິດ ຂໍ​ໃຫ້​ຝູງແກະ​ອອກລູກ​ໄດ້​ເປັນ​ພັນໆ​ຕາມ​ທົ່ງ​ເຖີດ.

14 ຂໍ​ໃຫ້​ຝູງງົວ​ຂອງ​ພວກ​ຂ້ານ້ອຍ​ອອກລູກ​ໃຫ້​ຫລາຍຂຶ້ນ ຂໍ​ຢ່າ​ໃຫ້​ມີ​ສຽງ​ຮ້ອງໄຫ້​ຮໍ່າໄຮ​ຕາມ​ທ້ອງ​ຖະໜົນ​ດ້ວຍ.

15 ຄວາມສຸກ​ເປັນ​ຂອງ​ຊົນຊາດ​ທີ່​ຢູ່​ຝ່າຍ​ຄວາມຈິງ ເປັນ​ຂອງ​ປະຊາຊົນ​ທີ່​ມີ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan