ເພງ^ສັນລະເສີນ 143 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍໃຫ້ຊ່ວຍເຫລືອ 1 ຂ້າແດ່ພຣະເຈົ້າຢາເວ ໂຜດຟັງຄຳພາວັນນາອະທິຖານຂອງຂ້ານ້ອຍແດ່ ໃນຄວາມຊອບທຳຂອງພຣະອົງ ໂຜດຟັງແດ່ທ້ອນ. ໂຜດຟັງຄຳຮ້ອງຂໍໃຫ້ພຣະອົງຊ່ວຍແກ້ຄະດີ ໃນຄວາມສັດຊື່ຂອງພຣະອົງ ໂຜດຕອບຂ້ານ້ອຍດ້ວຍ. 2 ຂໍຢ່າໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງຖືກການທົດລອງ ບໍ່ມີຜູ້ໃດທີ່ບໍ່ມີຄວາມຜິດໃນສາຍຕາຂອງພຣະອົງ. 3 ຝ່າຍສັດຕູນັ້ນພວກເຂົາກໍຕາມລ້າງຜານ ແລະຢຽບຢໍ່າຂ້ານ້ອຍຢ່າງທາລຸນ. ພວກເຂົາໄດ້ກັກຂັງຂ້ານ້ອຍໄວ້ໃນຄຸກອັນມືດໜາ ຂ້ານ້ອຍເປັນດັ່ງຄົນຕາຍດົນນານມາແລ້ວ. 4 ສະນັ້ນ ຂ້ານ້ອຍຈຶ່ງທໍ້ຖອຍໃຈ ເພາະຂ້ານ້ອຍຜິດຫວັງເຕັມທົນເສຍແລ້ວ. 5 ເມື່ອລະນຶກເຖິງວັນທີ່ໄດ້ຜ່ານພົ້ນໄປ ຄິດເຖິງທຸກສິ່ງທີ່ພຣະອົງໄດ້ກະທຳທັງພາລະກິດທຸກຢ່າງດ້ວຍ. 6 ຂ້ານ້ອຍຍົກມືຂຶ້ນພາວັນນາອະທິຖານຫາພຣະອົງ ຈິດໃຈຫິວກະຫາຍພຣະອົງດັ່ງດິນແຫ້ງແລ້ງ. 7 ຂ້າແດ່ພຣະເຈົ້າຢາເວ ບັດນີ້ ຂໍຊົງໂຜດຕອບຂ້ານ້ອຍດ້ວຍເຖີດ ຂ້ານ້ອຍໄດ້ສູນສິ້ນຄວາມຫວັງທັງໝົດເສຍແລ້ວ. ຂໍພຣະອົງຢ່າຫັນໜ້າໜີໄປຈາກຂ້ານ້ອຍເລີຍ ບໍ່ດັ່ງນັ້ນ ຂ້ານ້ອຍຈະຕ້ອງໄປຢູ່ແດນມໍຣະນາ. 8 ທຸກໆເຊົ້າໂຜດເຕືອນເຖິງຄວາມຮັກອັນໝັ້ນຄົງ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງແລ້ວ. ຄຳພາວັນນາອະທິຖານຂອງຂ້ານ້ອຍກໍຂຶ້ນໄປຮອດພຣະອົງ ໂຜດຊີ້ທາງແກ່ຂ້ານ້ອຍເພື່ອກ້າວເດີນໄປດ້ວຍ. 9 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຊອກຫາການຄຸ້ມຄອງຈາກພຣະອົງ ໂຜດຊ່ວຍກູ້ຂ້ານ້ອຍຈາກສັດຕູແດ່ທ້ອນ. 10 ຈົ່ງສັ່ງສອນຂ້ານ້ອຍໃຫ້ຮູ້ເຖິງພຣະປະສົງ ເພາະພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ. ຂໍໃຫ້ພຣະວິນຍານນັ້ນນຳຂ້ານ້ອຍໄປສູ່ ບ່ອນບໍ່ມີອຸປະສັກ ແລະທາງອັນລາບລື້ນ. 11 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດໃຫ້ຂ້ານ້ອຍມີຊີວິດຢູ່ໂດຍນາມຊື່ຂອງພຣະອົງ ໂດຍຄວາມຊອບທຳຂອງພຣະອົງ ຂໍຊົງໂຜດໃຫ້ພົ້ນຈາກຄວາມເດືອດຮ້ອນດ້ວຍ. 12 ຍ້ອນຄວາມຮັກຂອງພຣະອົງທີ່ມີແຕ່ໃດໆມາ ໂຜດສັງຫານສັດຕູທັງຫຼາຍຂອງຂ້ານ້ອຍດ້ວຍ ຕະຫລອດທັງທຳລາຍຜູ້ທີ່ກົດຂີ່ຂ້ານ້ອຍທຸກຄົນ ເພາະວ່າຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ. |
@ 2012 United Bible Societies. All Rights Reserved.