ເພງ^ສັນລະເສີນ 142 - ພຣະຄຳພີສັກສິພຣະເຈົ້າເປັນທີ່ເພິ່ງຂອງຜູ້ຖືກຂົ່ມເຫັງ 1 ຂ້ານ້ອຍຮ້ອງຫາພຣະເຈົ້າຢາເວ ດ້ວຍສຽງຄໍ່າຄວນ ແລະພາວັນນາອະທິຖານຂໍພຣະເຈົ້າຢາເວ ດ້ວຍສຽງປາກຂອງຂ້ານ້ອຍ. 2 ຂ້ານ້ອຍນຳຄຳຮ້ອງທຸກມາສະເໜີຕໍ່ພຣະອົງ ແລະບອກຄວາມເດືອດຮ້ອນທັງໝົດທີ່ມີ. 3 ເມື່ອໃດຂ້ານ້ອຍເກີດຄວາມທໍ້ຖອຍໃຈ ພຣະອົງກໍຮູ້ວ່າຂ້ານ້ອຍຄວນເຮັດຢ່າງໃດ. ຕາມຫົນທາງທີ່ຂ້ານ້ອຍຍ່າງທຽວໄປ ສັດຕູກໍຫ້າງແຮ້ວເພື່ອດັກຈັບຂ້ານ້ອຍໄວ້. 4 ເມື່ອຂ້ານ້ອຍຫລຽວເບິ່ງທາງຂ້າງ ກໍບໍ່ເຫັນມີຜູ້ໃດຢູ່ທີ່ນັ້ນເລີຍ ເພື່ອຊ່ວຍຂ້ານ້ອຍໃຫ້ພົ້ນໄພ ແລະປົກປ້ອງຄຸ້ມຄອງຂ້ານ້ອຍໄວ້. 5 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ ພຣະອົງເປັນຜູ້ຄຸ້ມຄອງ ທີ່ເປັນສຸດປາຖະໜາໃນຊີວິດນີ້. 6 ໂຜດຟັງຄຳຮ້ອງຂໍໃຫ້ຊ່ວຍເຫລືອແດ່ ເພາະຂ້ານ້ອຍຈົມຢູ່ໃນຄວາມສິ້ນຫວັງ ໂຜດຊ່ວຍໃຫ້ພົ້ນຈາກສັດຕູທັງຫລາຍ ເພາະພວກເຂົາແຂງແຮງຫລາຍກວ່າຂ້ານ້ອຍ. 7 ຂໍຊົງໂຜດປົດປ່ອຍຂ້ານ້ອຍໃຫ້ພົ້ນຈາກຄວາມທຸກລຳບາກ ແລ້ວຂ້ານ້ອຍກໍຈະກ່າວຍ້ອງຍໍສັນລະເສີນພຣະອົງ ໃນທີ່ຊຸມນຸມປະຊາຊົນຂອງພຣະອົງ ເພາະຄຸນຄວາມດີຂອງພຣະອົງ ທີ່ຊົງມີແກ່ຂ້ານ້ອຍນັ້ນ. |
@ 2012 United Bible Societies. All Rights Reserved.