ເພງ^ສັນລະເສີນ 141 - ພຣະຄຳພີສັກສິຄຳພາວັນນາອະທິຖານໃນຕອນແລງ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ ບັດນີ້ ໂຜດຊ່ວຍເຫລືອແລະໂຜດຟັງຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍຮ້ອງຫາພຣະອົງ. 2 ຂໍໃຫ້ຄຳພາວັນນາອະທິຖານຂອງຂ້ານ້ອຍເປັນດັ່ງເຄື່ອງຫອມບູຊາ ແລະຍໍມືຂຶ້ນໄຫວ້ວອນເປັນດັ່ງເຄື່ອງຖວາຍບູຊາໃນຕອນແລງເຖີດ. 3 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຕັ້ງຍາມເຝົ້າທີ່ປາກຂອງຂ້ານ້ອຍ ໂຜດໃຫ້ມີຜູ້ປ້ອງກັນຍາມທີ່ປະຕູປາກເຖີດ. 4 ໂຜດຮັກສາຂ້ານ້ອຍໄວ້ບໍ່ໃຫ້ຢາກກະທຳຜິດ ທັງສົມຮູ້ຮ່ວມຄິດກັບການກະທຳຂອງຄົນຊົ່ວຮ້າຍ. ຂໍຢ່າສູ່ໃຫ້ຂ້ານ້ອຍໄດ້ເຂົ້າໄປຮ່ວມໃນງານ ບ່ອນທີ່ພວກເຂົາສັງສັນກິນລ້ຽງກັນນັ້ນຈັກເທື່ອ. 5 ຝ່າຍຄົນດີອາດລົງໂທດແລະຕຳໜິຕິຕຽນ ດ້ວຍຄວາມຫວັງດີຕໍ່ຂ້ານ້ອຍກໍໄດ້, ແຕ່ຂ້ານ້ອຍຈະບໍ່ຍອມຮັບກຽດຈາກຄົນຊົ່ວເລີຍ ເພາະຂ້ານ້ອຍຍັງພາວັນນາອະທິຖານຕໍ່ສູ້ການກະທຳຊົ່ວຂອງພວກເຂົາຢູ່. 6 ເມື່ອເຈົ້ານາຍຂອງພວກເຂົາຈະຖືກໂຍນລົງຈາກໜ້າຜາ ປະຊາຊົນຈະຍອມຮັບຄຳເວົ້າຂອງຂ້ານ້ອຍວ່າເປັນຈິງຕາມທີ່ກ່າວນັ້ນ. 7 ດັ່ງໄມ້ທີ່ຖືກຜ່າແລະຕັດເປັນທ່ອນໆຢ່າງໃດ ກະດູກຂອງພວກເຂົາກໍຖືກຊະຊາຍໄປທີ່ແຄມຂຸມຝັງສົບຢ່າງນັ້ນ. 8 ຂ້າແດ່ພຣະເຈົ້າ ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍຍັງສືບຕໍ່ໄວ້ວາງໃຈໃນພຣະອົງ. ຂ້ານ້ອຍຊອກຫາການຄຸ້ມຄອງຈາກພຣະອົງ ຂໍພຣະອົງຊົງໂຜດຊ່ວຍຊີວິດຂອງຂ້ານ້ອຍດ້ວຍ. 9 ຂໍຊົງໂຜດຄຸ້ມຄອງຂ້ານ້ອຍຈາກບ້ວງແຮ້ວທີ່ຖືກຫ້າງໄວ້ ແລະຈາກຕາໜ່າງທີ່ຄົນຊົ່ວຫ້າງໃສ່ຂ້ານ້ອຍ. 10 ຂໍໃຫ້ຄົນຊົ່ວຮ້າຍຖືກບ້ວງແຮ້ວຂອງພວກເຂົາເອງ ແຕ່ໃຫ້ຂ້ານ້ອຍເວັ້ນໄປຢ່າງປອດໄພເຖີດ. |
@ 2012 United Bible Societies. All Rights Reserved.