Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 140 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ການ​ຄຸ້ມຄອງ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄົນ​ເຮັດ​ຊົ່ວ​ແດ່ ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ຈາກ​ຄົນ​ໂຫດຮ້າຍ​ແດ່ທ້ອນ.

2 ພວກເຂົາ​ຄິດ​ວາງແຜນ​ຮ້າຍ​ໃສ່​ຂ້ານ້ອຍ​ຢູ່​ເລື້ອຍໄປ ແລະ​ຍຸແຍ່​ໃຫ້​ຄົນ​ຜິດຖຽງກັນ​ຢູ່​ຕະຫລອດ.

3 ລີ້ນ​ຂອງ​ພວກເຂົາ​ຂ້າ​ຄົນ​ໄດ້​ເໝືອນ​ດັ່ງ​ລີ້ນ​ງູ​ ຄຳເວົ້າ​ຂອງ​ພວກເຂົາ​ກໍ​ເປັນ​ດັ່ງ​ພິດ​ງູເຫົ່າ.

4 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄົນຊົ່ວ,

5 ຄົນ​ຈອງຫອງ​ໄດ້​ຫ້າງ​ແຮ້ວ​ໃຫ້​ຂ້ານ້ອຍ​ຖືກ​ຈັບ ແລະ​ວາງ​ບ້ວງ​ດັກຈັບ​ຕາມ​ທາງ​ທີ່​ໄປ​ນັ້ນ.

6 ຂ້ານ້ອຍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຄຳຮ້ອງຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ດ້ວຍ.”

7 ຂ້າແດ່​ພຣະເຈົ້າຢາເວ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ຜູ້​ປ້ອງກັນ​ທີ່​ເຂັ້ມແຂງ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ປົກປ້ອງ​ຄຸ້ມຄອງ​ຂ້ານ້ອຍ​ໃນ​ສະໜາມຮົບ.

8 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ໃຫ້​ຄົນຊົ່ວ​ໄດ້​ຕາມ​ທີ່​ພວກເຂົາ​ຕ້ອງການ ຢ່າ​ໃຫ້​ແຜນການ​ຮ້າຍ​ຂອງ​ພວກເຂົາ​ພົບ​ຄວາມ​ສຳເລັດຜົນ.

9 ຢ່າ​ໃຫ້​ພວກ​ສັດຕູ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ​ໄດ້​ເລີຍ ໂຜດ​ໃຫ້​ຄຳ​ນາບຂູ່​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ຄືນ​ເຖີດ.

10 ຂໍ​ໃຫ້​ຖ່ານໄຟ​ແດງ​ລຸກ​ໄໝ້​ຕົກ​ຖືກ​ພວກເຂົາ ທັງ​ໃຫ້​ພວກເຂົາ​ຕົກລົງ​ໃນ​ຂຸມ​ແລະ​ຢ່າ​ໃຫ້​ຂຶ້ນ​ມາ​ໄດ້.

11 ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.

12 ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ປ້ອງກັນ​ຄົນ​ທຸກຈົນ ແລະ​ສິດທິ​ຂອງ​ຄົນ​ຂັດສົນ​ດ້ວຍ.

13 ຝ່າຍ​ຄົນ​ຊອບທຳ​ນັ້ນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ຈິງໃຈ ພວກເຂົາ​ຈະ​ໄດ້​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan