ເພງ^ສັນລະເສີນ 14 - ພຣະຄຳພີສັກສິມະນຸດນີ້ຊ່າງຊົ່ວຮ້າຍຫລາຍ ( ພສສ 53 ) 1 ຄົນໂງ່ຄິດຢູ່ໃນໃຈຂອງຕົນວ່າ, “ໂລກນີ້ບໍ່ມີພຣະເຈົ້າ” ພວກເຂົາຕ່າງກໍເປັນຄົນເຮັດໃຫ້ຕົນຊົ່ວລົງທັງນັ້ນ. ພວກເຂົາໄດ້ພາກັນເຮັດໃນສິ່ງທີ່ໜ້າຢ້ານກົວຫລາຍ ບໍ່ມີຜູ້ໜຶ່ງຜູ້ໃດເຮັດໃນສິ່ງທີ່ຖືກຕ້ອງ. 2 ພຣະເຈົ້າຢາເວຫລຽວເບິ່ງມະນຸດຈາກສະຫວັນ ວ່າມີໃຜແດ່ທີ່ສະຫລາດ ມີໃຜແດ່ທີ່ຊອກສະແຫວງຫາພຣະອົງ. 3 ພວກເຂົາລ້ວນແຕ່ເຮັດຜິດບາບ ແລະເຮັດການຊົ່ວຮ້າຍເໝືອນກັນທຸກຄົນ ບໍ່ມີຈັກຄົນໜຶ່ງຄົນດຽວເຮັດໃນສິ່ງທີ່ຖືກຕ້ອງເລີຍ. 4 ພຣະເຈົ້າຢາເວຖາມວ່າ, “ພວກເຂົາບໍ່ມີປັນຍາຫລືນີ້? ຄົນຊົ່ວຊ້າເຫຼົ່ານີ້ໂງ່ຈ້າກັນໝົດຫລືນີ້? ພວກເຂົາມີຊີວິດຢູ່ເພື່ອປຸ້ນຈີ້ປະຊາຊົນຂອງເຮົາ ແລະບໍ່ເຄີຍພາວັນນາອະທິຖານຫາເຮົາຈັກເທື່ອ.” 5 ແຕ່ພວກເຂົາຈະຢູ່ຢ່າງສະທ້ານຢ້ານກົວເຕັມທີ ເພາະພຣະເຈົ້າຢາເວສະຖິດຢູ່ນຳຄົນທີ່ເຊື່ອຟັງພຣະອົງ. 6 ຄົນຊົ່ວຂັດຂວາງແຜນການຂອງຄົນຖ່ອມຕົວ ແຕ່ພຣະເຈົ້າຢາເວຊົງຄຸ້ມຄອງຄົນຖ່ອມຕົວໄວ້. 7 ຂ້ານ້ອຍຈະພາວັນນາອະທິຖານຢ່າງໃດຈຶ່ງຈະໄດ້ມີໄຊ ຈາກພູເຂົາຊີໂອນສູ່ຊາດອິດສະຣາເອນໄດ້. ປະຊາຊົນອິດສະຣາເອນຈະມີຄວາມສຸກສໍ່າໃດ ເມື່ອພຣະເຈົ້າຢາເວເຮັດໃຫ້ຈະເລີນຮຸ່ງເຮືອງຂຶ້ນໃໝ່. |
@ 2012 United Bible Societies. All Rights Reserved.