Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 139 - ພຣະຄຳພີສັກສິ


ພຣະເຈົ້າ​ຮູ້​ທຸກສິ່ງ ແລະ​ເຝົ້າເບິ່ງ​ທຸກ​ເວລາ

1 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ພຣະອົງ​ກໍ​ຮູ້ຈັກ​ຮອດ​ສ່ວນເລິກ ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ.

2 ພຣະອົງ​ຮູ້​ທຸກໆສິ່ງ​ທີ່​ຂ້ານ້ອຍ​ກະທຳ​ໄປ ເຖິງ​ວ່າ​ຢູ່​ໄກແສນໄກ ກໍ​ເຂົ້າໃຈ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.

3 ພຣະອົງ​ເຫັນ​ຂ້ານ້ອຍ​ໄດ້ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ກຳລັງ​ເຮັດ​ວຽກງານ ຫລື​ພັກຜ່ອນ ພຣະອົງ​ຮູ້ຈັກ​ການກະທຳ​ທຸກຢ່າງ​ຂອງ​ຂ້ານ້ອຍ​ໄດ້.

4 ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ວ່າ​ກ່ອນ​ທີ່​ຂ້ານ້ອຍ​ເວົ້າ​ຄຳ​ໃດໆ​ອອກ​ມາ ພຣະອົງ​ກໍ​ຮູ້​ລ່ວງໜ້າ​ສິ່ງ​ທີ່​ຂ້ານ້ອຍ​ຈະ​ເວົ້າ​ນັ້ນ.

5 ພຣະອົງ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ຮອບດ້ານ​ໃນ​ທຸກ​ສະຖານະການ ພຣະອົງ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.

6 ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ຢ່າງ​ເລິກເຊິ່ງ​ທີ່ສຸດ ເໜືອກວ່າ​ຄວາມ​ເຂົ້າໃຈ​ຂອງ​ຂ້ານ້ອຍ​ອີກ.

7 ຂ້ານ້ອຍ​ຈະ​ປົບໜີ​ຈາກ​ພຣະອົງ​ໄປ​ທາງ​ໃດ? ຈະ​ໜີໄປ​ໃສ​ເພື່ອ​ຫລີກ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ໄດ້?

8 ຖ້າ​ຂຶ້ນ​ໄປ​ທີ່​ຟ້າ​ສະຫວັນ ພຣະອົງ​ກໍ​ຢູ່​ທີ່ນັ້ນ​ແລ້ວເດ ຖ້າ​ລົງ​ໄປ​ໃນ​ພິພົບ​ຄົນຕາຍ ພຣະອົງ​ກໍ​ຢູ່​ທີ່ນັ້ນ​ດ້ວຍ.

9 ຖ້າ​ບິນ​ໄປ​ຮອດ​ທິດ​ຕາເວັນອອກ ຫລື​ໄປ​ຕັ້ງ​ຖິ່ນຖານ​ທີ່​ທາງ​ທິດ​ຕາເວັນຕົກ​ພຸ້ນ.

10 ພຣະອົງ​ກໍ​ຈະ​ຢູ່​ທີ່ນັ້ນ​ເພື່ອ​ນຳພາ​ຂ້ານ້ອຍ ແລະ​ຢູ່​ທີ່ນັ້ນ​ເພື່ອ​ຊ່ວຍເຫຼືອ​ຂ້ານ້ອຍ​ເຊັ່ນກັນ.

11 ຖ້າ​ຂ້ານ້ອຍ​ຂໍຮ້ອງ​ຄວາມມືດ​ໃຫ້​ປົກບັງ​ຂ້ານ້ອຍ ຫລື​ໃຫ້​ແສງ​ສະຫວ່າງ​ກາຍເປັນ​ຄວາມມືດ​ອ້ອມ​ຂ້ານ້ອຍ​ໄວ້,

12 ແຕ່​ຄວາມມືດ​ນັ້ນ​ກໍ​ບໍ່​ມືດ​ສຳລັບ​ພຣະອົງ ກາງຄືນ​ກໍ​ກາຍເປັນ​ແສງແຈ້ງ​ຄື​ກາງເວັນ​ໄດ້. ສຳລັບ​ພຣະອົງ​ບໍ່​ແຕກຕ່າງ​ຢ່າງໃດ ແຕ່​ທັງມືດ​ແລະ​ແຈ້ງ​ກໍ​ເປັນ​ຢ່າງ​ດຽວກັນ​ທັງສິ້ນ.

13 ທຸກ​ສ່ວນ​ໃນ​ຮ່າງກາຍ​ຂອງ​ຂ້ານ້ອຍ​ແມ່ນ​ພຣະອົງ​ໄດ້​ສ້າງ​ມາ ໄດ້​ປະກອບ​ທຸກ​ສ່ວນ​ເຂົ້າກັນ​ແຕ່​ຢູ່​ໃນ​ທ້ອງ​ແມ່.

14 ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ເປັນ​ທີ່​ຢ້ານຢຳ ທຸກສິ່ງ​ທີ່​ພຣະອົງ​ຊົງ​ກະທຳ​ນັ້ນ​ປະຫລາດ​ໃຈ​ແທ້ໆ ແລະ​ຊ່າງ​ເປັນ​ໜ້າອັດສະຈັນໃຈ​ຢ່າງ​ຍິ່ງໃຫຍ່ ຂ້ານ້ອຍ​ຮູ້​ເຖິງ​ທຸກ​ກິດຈະການ​ນັ້ນ​ຢູ່​ເຕັມໃຈ.

15 ເມື່ອ​ສ້າງ​ກະດູກ​ຂອງ​ຂ້ານ້ອຍ​ປະກອບ​ເຂົ້າກັນ ຢ່າງ​ລະມັດ​ລະວັງ​ຢູ່​ໃນ​ທ້ອງ​ມານດາ​ນັ້ນ ເມື່ອ​ໃຫຍ່​ຂຶ້ນ​ຢູ່​ໃນ​ທ້ອງ​ມານດາ​ຢ່າງ​ບໍ່ມີ​ຜູ້ໃດ​ເຫັນ ພຣະອົງ​ກໍ​ຮູ້​ວ່າ​ຂ້ານ້ອຍ​ເປັນ​ຢູ່​ໃນ​ທີ່ນັ້ນ.

16 ກ່ອນ​ຂ້ານ້ອຍ​ໄດ້​ເກີດ​ສາຍຕາ​ຂອງ​ພຣະອົງ ກໍ​ແນມເຫັນ​ຂ້ານ້ອຍ​ຢູ່​ແລ້ວ. ວັນ​ທັງຫລາຍ​ທີ່​ຖືກ​ກຳນົດ​ໃຫ້​ນັ້ນ​ກໍ​ຊົງ​ບັນທຶກ​ໄວ້​ໝົດ ກ່ອນ​ທີ່​ວັນ​ໃດໆ​ໃນ​ວັນ​ເຫຼົ່ານີ້​ຍັງ​ບໍ່​ເລີ່ມ​ຂຶ້ນ.

17 ຂ້າແດ່​ພຣະເຈົ້າ ທີ່​ຈະ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍ​ຍາກ​ຫລາຍ ເພາະ​ຄວາມຄິດ​ຂອງ​ພຣະອົງ​ນັ້ນ​ເລິກລັບ​ເກີນ​ທີ່​ຈະ​ຢັ່ງຮູ້​ໄດ້.

18 ຖ້າ​ຂ້ານ້ອຍ​ນັບ​ຄວາມຄິດ​ຂອງ​ພຣະອົງ​ໄດ້​ກໍດີ ຄົງ​ມີ​ຫລວງຫລາຍ​ກວ່າ​ເມັດ​ດິນ​ຊາຍ​ຫລາຍເທົ່າ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ນັບ​ໄດ້​ກໍດີ ຂ້ານ້ອຍ​ກໍ​ຍັງ​ເຂົ້າໃຈ​ພຣະອົງ​ບໍ່ໄດ້.

19 ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຢາກ​ໃຫ້​ພຣະອົງ​ຂ້າ​ຄົນຊົ່ວຮ້າຍ​ໝົດ ແລະ​ຢາກ​ໃຫ້​ຜູ້ຂ້າຄົນ​ໜີ​ໄກ​ໄປ​ຈາກ​ດ້ວຍ.

20 ພວກເຂົາ​ເວົ້າ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ກ່ຽວກັບ​ພຣະອົງ ຄື​ເວົ້າ​ຕໍ່ສູ້​ພຣະນາມ ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.

21 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ກຽດຊັງ​ຜູ້​ທີ່​ກຽດຊັງ​ພຣະອົງ​ທີ່ສຸດ ແລະ​ສົມນໍ້າໜ້າ​ຜູ້​ທີ່​ກະບົດ​ຄົດລ້ຽວ​ຕໍ່​ພຣະອົງ.

22 ຂ້ານ້ອຍ​ກຽດຊັງ​ພວກເຂົາ​ຫລາຍ​ຈົນ​ບໍ່ມີ​ສິ່ງໃດ​ປຽບປານ ແລະ​ຖື​ພວກເຂົາ​ນັ້ນ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ​ດ້ວຍ.

23 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ກວດກາ​ເບິ່ງ​ຂ້ານ້ອຍ ແລະ​ຮູ້​ຈິດໃຈ​ຂອງ​ຂ້ານ້ອຍ, ຂໍ​ຊົງ​ໂຜດ​ທົດສອບ​ເບິ່ງ​ຂ້ານ້ອຍ​ແລະ​ຄົ້ນເບິ່ງ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.

24 ໂຜດ​ກວດເບິ່ງ​ວ່າ​ຂ້ານ້ອຍ​ມີ​ຄວາມຊົ່ວ​ຢ່າງໃດ, ໂຜດ​ນຳ​ຂ້ານ້ອຍ​ຕາມ​ທາງ​ນິຣັນດອນ​ຂອງ​ພຣະອົງ​ດ້ວຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan