Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 138 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ

1 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຕໍ່ໜ້າ​ບັນດາ​ພະ​ທັງຫຼາຍ.

2 ຂ້ານ້ອຍ​ຂາບລົງ​ຫັນໜ້າ​ໃສ່​ພຣະວິຫານ​ອັນ​ບໍຣິສຸດ​ຂອງ​ພຣະອົງ ແລະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ຄວາມສັດຊື່​ຂອງ​ພຣະອົງ ເພາະ​ພຣະນາມ​ແລະ​ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ທີ່​ເທີດທູນ​ຢ່າງ​ສູງສົ່ງ.

3 ເມື່ອ​ຮ້ອງຫາ​ພຣະອົງ​ກໍ​ຕອບ​ໂດຍ​ໃຫ້​ຂ້ານ້ອຍ ມີ​ເຫື່ອແຮງ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ຂອງ​ພຣະອົງ.

4 ຂ້າແດ່​ພຣະເຈົ້າຢາເວ ກະສັດ​ທັງຫລາຍ​ໃນ​ໂລກ​ຈະ​ຍົກຍໍ​ພຣະອົງ ເພາະ​ພວກເຂົາ​ໄດ້ຍິນ​ເຖິງ​ຖ້ອຍຄຳ​ທັງຫຼາຍ​ແຕ່​ປາກ​ຂອງ​ພຣະອົງ.

5 ພວກເຂົາ​ຈະ​ຮ້ອງເພງ​ເຖິງ​ກິດຈະການ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ ແລະ​ເຖິງ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.

6 ເຖິງ​ວ່າ​ຢູ່​ທີ່​ສູງສຸດ ພຣະເຈົ້າຢາເວ​ກໍ​ເຝົ້າເບິ່ງ​ຜູ້​ທີ່​ຖ່ອມໃຈ ເຖິງ​ວ່າ​ຢູ່​ໄກແສນໄກ ພຣະອົງ​ກໍ​ເຫັນ​ຄົນ​ຈອງຫອງ​ໄດ້.

7 ເມື່ອ​ຄວາມ​ເດືອດຮ້ອນ​ອ້ອມຮອບ​ຂ້ານ້ອຍ ພຣະອົງ​ກໍ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ​ໄດ້. ພຣະອົງ​ຂັດຂວາງ​ສັດຕູ​ຜູ້​ໂຫດຮ້າຍ​ໃຈ​ອຳມະຫິດ ແລະ​ຊ່ວຍ​ໃຫ້​ຂ້ານ້ອຍ​ພົ້ນໄພ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ.

8 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ກະທຳ​ທຸກສິ່ງ​ຕາມ​ທີ່​ໄດ້​ສັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ຂໍ​ຈົ່ງ​ດຳເນີນ​ພຣະ​ຣາຊກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ​ຄົບຖ້ວນ​ສາ ຊຶ່ງ​ພຣະອົງ​ໄດ້​ເລີ່ມ​ດ້ວຍ​ສີມື​ຂອງ​ພຣະອົງ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan