ເພງ^ສັນລະເສີນ 137 - ພຣະຄຳພີສັກສິບົດຄໍ່າຄວນຊາວອິດສະຣາເອນໃນຕ່າງຖິ່ນ 1 ພວກຂ້ານ້ອຍນັ່ງຢູ່ທີ່ແຄມນໍ້າຂອງບາບີໂລນ ຕ່າງກໍຮ້ອງໄຫ້ຮໍ່າໄຮເມື່ອຄິດເຖິງພູເຂົາຊີໂອນນັ້ນ. 2 ພວກຂ້ານ້ອຍຫ້ອຍກະຈັບປີ່ແຂວນໄວ້ກ້ອງຕົ້ນໄມ້. 3 ຄົນທີ່ຈັບພວກເຮົາໄປນັ້ນໄດ້ບອກໃຫ້ຮ້ອງເພງວ່າ, “ຮ້ອງເພງກ່ຽວກັບພູເຂົາຊີໂອນສູ່ພວກເຮົາຟັງແດ່.” 4 ພວກຂ້ານ້ອຍຈະຮ້ອງເພງຖວາຍແກ່ອົງພຣະຜູ້ເປັນເຈົ້າ ໃນດິນແດນຕ່າງດ້າວໄດ້ຢ່າງໃດ? 5 ຖ້າຂ້ອຍລືມໄລເຈົ້າ ໂອ ນະຄອນເຢຣູຊາເລັມເອີຍ ຂໍຢ່າໃຫ້ຂ້ອຍດີດກິດຕາ ໄດ້ຕໍ່ໄປອີກ. 6 ຖ້າຂ້ອຍຈົດຈຳເຈົ້າບໍ່ໄດ້ ຄືບໍ່ເຄີຍຄິດເຖິງວ່າ ເຈົ້າເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ ກໍຢ່າໃຫ້ຂ້ອຍຮ້ອງເພງໄດ້ຕໍ່ໄປ. 7 ຂ້າແດ່ພຣະເຈົ້າຢາເວ ຂໍຈົ່ງຈົດຈຳສິ່ງທີ່ຊາວເອໂດມໄດ້ເຮັດ ໃນມື້ທີ່ນະຄອນເຢຣູຊາເລັມໄດ້ຖືກຢຶດນັ້ນ. ຂໍຈົ່ງຈົດຈຳຖ້ອຍຄຳທີ່ພວກເຂົາເວົ້າກັນຢູ່ສະເໝີວ່າ, “ຈົ່ງທຳລາຍມັນຖິ້ມໃຫ້ດັບສູນ”. 8 ລູກສາວຂອງບາບີໂລນເອີຍ ເຈົ້າກໍຈະຖືກທຳລາຍເໝືອນກັນ ຄວາມສຸກເປັນຂອງຜູ້ທີ່ຕອບສະໜອງເຈົ້າຄືນ ໃນສິ່ງທີ່ເຈົ້າໄດ້ເຮັດແກ່ພວກເຮົານັ້ນ 9 ແລະຜູ້ທີ່ເອົາພວກລູກນ້ອຍຂອງເຈົ້າໄປ ຈັບຟາດພວກເຂົາໃສ່ໂງ່ນຫີນ. |
@ 2012 United Bible Societies. All Rights Reserved.