Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 136 - ພຣະຄຳພີສັກສິ


ບົດເພງ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ

1 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນຄວາມດີ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

2 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

3 ຈົ່ງ​ໂມທະນາ​ຂອບພຣະຄຸນ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ເໜືອ​ເຈົ້ານາຍ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.

4 ພຣະອົງ​ເທົ່ານັ້ນ​ທີ່​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

5 ພຣະອົງ​ໄດ້​ສ້າງ​ຈັກກະວານ​ດ້ວຍ​ພຣະ​ສະຕິປັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

6 ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ​ເໜືອ​ນໍ້າ​ເລິກ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

7 ພຣະອົງ​ໄດ້​ສ້າງ​ດວງສະຫວ່າງ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

8 ພຣະອົງ​ໃຫ້​ດວງອາທິດ​ປົກຄອງ​ໃນ​ຕອນ​ກາງເວັນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

9 ເດືອນ​ແລະ​ດາວ​ທັງຫລາຍ​ປົກຄອງ​ໃນ​ຕອນ​ກາງຄືນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

10 ພຣະອົງ​ໄດ້​ຂ້າ​ພວກ​ລູກຊາຍກົກ​ຂອງ​ຊາວ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

11 ພຣະອົງ​ໄດ້​ນຳ​ຄົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

12 ດ້ວຍ​ມື​ອັນ​ຊົງຣິດ​ແລະ​ແຂນ​ທີ່​ຊົງຣິດອຳນາດ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

13 ພຣະອົງ​ໄດ້​ແຍກ​ທະເລແດງ​ອອກ​ຈາກ​ກັນ​ໃຫ້​ເປັນ​ທາງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

14 ພຣະອົງ​ໄດ້​ນຳ​ຄົນ​ຂອງ​ພຣະອົງ​ຜ່ານ​ທະເລແດງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

15 ແຕ່​ໄດ້​ໃຫ້​ກະສັດ​ກັບ​ກອງທັບ​ເອຢິບ​ຈົມນໍ້າ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

16 ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

17 ພຣະອົງ​ໄດ້​ຂ້າ​ກະສັດ​ທັງຫລາຍ​ຜູ້​ມີ​ອຳນາດ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

18 ພຣະອົງ​ໄດ້​ຂ້າ​ກະສັດ​ທັງຫລາຍ​ຜູ້​ມີ​ຊື່ສຽງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

19 ຄື​ເຈົ້າສີໂຫນ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ອາໂມ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

20 ແລະ​ເຈົ້າໂອກ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ບາຊານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

21 ພຣະອົງ​ປະທານ​ດິນແດນ​ຂອງ​ພວກເຂົາ​ໃຫ້​ແກ່​ໄພ່ພົນ​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

22 ພຣະອົງ​ປະທານ​ດິນແດນ​ແກ່​ອິດສະຣາເອນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

23 ເມື່ອ​ພວກເຮົາ​ປະລາໄຊ ພຣະອົງ​ບໍ່ໄດ້​ລືມໄລ​ພວກເຮົາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

24 ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເຫຼົ່າ​ສັດຕູ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

25 ພຣະອົງ​ປະທານ​ອາຫານ​ໃຫ້​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

26 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແຫ່ງ​ສະຫວັນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan