Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 135 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຍິ່ງໃຫຍ່

1 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເຖີດ ພວກເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ.

2 ພວກເຈົ້າ​ຜູ້​ທີ່​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ຢູ່​ໃນ​ເດີ່ນ​ວິຫານ​ພຣະເຈົ້າ​ຂອງ​ພວກເຮົາ.

3 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະເຈົ້າຢາເວ​ຊົງ​ເມດຕາ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ເພາະ​ຊົງ​ເມດຕາ.

4 ພຣະເຈົ້າຢາເວ​ໄດ້​ເລືອກ​ຢາໂຄບ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ​ເອງ ຊາວ​ອິດສະຣາເອນ​ໃຫ້​ເປັນ​ກຳມະສິດ​ຂອງ​ພຣະອົງ.

5 ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່​ຫລາຍ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ອົງ​ຍິ່ງໃຫຍ່​ເໜືອກວ່າ​ບັນດາ​ພະອື່ນ​ໃດ​ທັງສິ້ນ.

6 ພຣະເຈົ້າຢາເວ​ກະທຳ​ທຸກສິ່ງ​ຕາມ​ພຣະປະສົງ ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ທັງ​ໃນ​ທ້ອງ​ທະເລ​ເລິກ ແລະ​ທ່າມກາງ​ມະຫາສະໝຸດ​ອັນ​ກວ້າງໃຫຍ່​ຄືກັນ.

7 ພຣະອົງ​ນຳ​ເອົາ​ເມກໝອກ​ອັນ​ມືດຄື້ມ​ມາ ຈາກ​ຂອບຟ້າ​ສົ້ນສຸດ​ແຫ່ງ​ແຜ່ນດິນ​ໂລກ ເຮັດ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ພະຍຸຝົນ ແລະ​ປ່ອຍ​ໃຫ້​ລົມ​ພັດ​ມາ​ຈາກ​ບ່ອນ​ຢູ່​ຂອງມັນ​ນັ້ນ.

8 ພຣະອົງ​ໄດ້​ຂ້າ​ລູກຫົວປີ​ທັງຫລາຍ​ໃນ​ປະເທດ​ເອຢິບ ບໍ່​ວ່າ​ຂອງ​ຄົນ​ແລະ​ຂອງ​ສັດ​ກໍ​ເຊັ່ນດຽວ​ກັນ.

9 ໃນ​ທີ່ນັ້ນ​ພຣະອົງ​ໄດ້​ສຳແດງ​ການ​ປະຕິຫານ​ແລະ​ການ​ອັດສະຈັນ ເພື່ອ​ລົງໂທດ​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງເພິ່ນ.

10 ພຣະອົງ​ໄດ້​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ແຕກ​ກະຈັດ​ກະຈາຍ ແລະ​ໄດ້​ຂ້າ​ບັນດາ​ກະສັດ​ຜູ້​ທີ່​ມີ​ອຳນາດ

11 ຄື​ເຈົ້າສີໂຫນ​ຜູ້​ເປັນ​ກະສັດ​ຂອງ​ຊາວ​ອາໂມ ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ທຸກຄົນ​ໃນ​ການາອານ​ດ້ວຍ.

12 ພຣະອົງ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢຶດ​ດິນແດນ​ຂອງ​ພວກເຂົາ ໃຫ້​ຊາວ​ອິດສະຣາເອນ​ໄດ້​ຮັບ​ກຳມະສິດ​ເໜືອ​ດິນແດນ​ນັ້ນ.

13 ຂ້າແດ່​ພຣະເຈົ້າຢາເວ ຊື່ສຽງ​ຂອງ​ພຣະອົງ​ຈະ​ເປັນ​ທີ່​ຈົດຈຳ​ຕະຫລອດໄປ ຂ້າແດ່​ພຣະເຈົ້າຢາເວ ທຸກ​ຊົ່ວ​ເຊັ່ນຄົນ​ຈະ​ລະນຶກ​ຄິດເຖິງ​ພຣະອົງ​ຕະຫລອດໄປ.

14 ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ ຈະ​ເມດຕາ​ສົງສານ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.

15 ພະ​ຂອງ​ບັນດາ​ຊົນຊາດ​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ໂດຍ​ມື​ມະນຸດ.

16 ພະ​ເຫຼົ່ານັ້ນ​ມີ​ປາກ ແຕ່​ພັດ​ເວົ້າຈາ​ບໍ່​ເປັນ, ພະ​ເຫຼົ່ານັ້ນ​ມີ​ຕາ ແຕ່​ພັດ​ເຫັນ​ຮຸ່ງ​ບໍ່ໄດ້.

17 ພະ​ເຫຼົ່ານັ້ນ​ມີ​ຫູ ແຕ່​ພັດ​ຟັງ​ບໍ່ໄດ້ຍິນ​ຫຍັງ ພະ​ເຫຼົ່ານັ້ນ​ຫາຍໃຈ​ເຂົ້າອອກ​ບໍ່ໄດ້.

18 ຂໍ​ໃຫ້​ທຸກຄົນ​ທີ່​ສ້າງ​ແລະ​ໄວ້ວາງໃຈ​ໃນ​ມັນ ຈົ່ງ​ກາຍເປັນ​ດັ່ງ ຮູບປັ້ນ​ທີ່​ພວກເຂົາ​ໄດ້​ສ້າງ​ນັ້ນ.

19 ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ປະໂຣຫິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເທີ້ນ.

20 ຊາວ​ເລວີ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ເຈົ້າ​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເທີ້ນ.

21 ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ໃນ​ນະຄອນ​ເຢຣູຊາເລັມ​ບ່ອນ​ທີ່​ພຣະອົງ​ປະທັບ​ຢູ່​ນັ້ນ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan