ເພງ^ສັນລະເສີນ 133 - ພຣະຄຳພີສັກສິການຍ້ອງຍໍສັນລະເສີນໃນຄວາມຮັກຢ່າງອ້າຍນ້ອງ 1 ເປັນການດີແທ້ໆ ຊ່າງສຸກໃຈອີຫລີ ທີ່ປະຊາຊົນຂອງພຣະເຈົ້າຢູ່ຮ່ວມກັນ ດ້ວຍຄວາມເປັນນໍ້າໜຶ່ງໃຈດຽວກັນ 2 ດັ່ງນໍ້າມັນເຈີມອັນປະເສີດທີ່ໄຫລລົງຈາກຫົວ ແລະໜວດຂອງອາໂຣນແລະຕາມຄໍເສື້ອຄຸມຂອງເພິ່ນ. 3 ເປັນດັ່ງນໍ້າໝອກຄ້າງທີ່ເທິງພູເຂົາເຮີໂມນ ຕົກລົງອາບຊີໂອນເມືອງທີ່ຕັ້ງຢູ່ເນີນພູນັ້ນ ຊຶ່ງພຣະເຈົ້າຢາເວໄດ້ສັນຍາເຖິງພຣະພອນຂອງພຣະອົງ ທີ່ໃຫ້ມີຊີວິດດຳລົງຢູ່ຢ່າງບໍ່ສຸດສິ້ນ. |
@ 2012 United Bible Societies. All Rights Reserved.