Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 132 - ພຣະຄຳພີສັກສິ


ຄຳ​ຍ້ອງຍໍ​ສັນລະເສີນ​ຖວາຍ​ແກ່​ພຣະວິຫານ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຢ່າ​ລືມໄລ​ດາວິດ ແລະ​ຄວາມ​ລຳບາກ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ທົນ​ນັ້ນ.

2 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,

3-4 “ຂ້ານ້ອຍ​ຈະ​ບໍ່​ເມືອບ້ານ​ຫລື​ເຂົ້າ​ໄປ​ນອນ ແລະ​ຈະ​ບໍ່​ພັກຜ່ອນ​ຫລື​ເຊືອບຫລັບ​ໄປ​ດ້ວຍ

5 ຈົນກວ່າ​ຂ້ານ້ອຍ​ຈັດຫາ​ສະຖານທີ່​ສຳລັບ​ພຣະເຈົ້າຢາເວ​ສະຖິດ ຄື​ທີ່ຢູ່​ສຳລັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”

6 ທີ່​ເອຟຣາທາ​ພວກເຮົາ​ໄດ້ຍິນ​ເຖິງ​ຫີບ​ພັນທະສັນຍາ ທີ່​ທົ່ງນາ​ເຢອາຣິມ ພວກເຮົາ​ໄດ້​ພົບ​ຫີບ​ນີ້.

7 ພວກເຮົາ​ກ່າວ​ວ່າ, “ຈົ່ງ​ໄປ​ທີ່​ຜາສາດ​ຂອງ​ພຣະອົງ ໃຫ້​ເຮົາ​ພາກັນ​ຂາບລົງ​ນະມັດສະການ​ຕໍ່ໜ້າ​ພຣະ​ບັນລັງ​ຂອງ​ພຣະອົງ.”

8 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ສະເດັດ​ມາ​ທີ່​ພຣະວິຫານ ພ້ອມ​ກັບ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ສະຖິດ​ຢູ່​ບ່ອນ​ນີ້​ຕະຫລອດໄປ​ເປັນນິດ.

9 ຂໍ​ໃຫ້​ພວກ​ປະໂຣຫິດ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ສະເໝີໄປ ຂໍ​ໃຫ້​ປະຊາຊົນ​ທຸກຄົນ​ຂອງ​ພຣະອົງ​ໂຮຮ້ອງ​ຍິນດີ​ເຖີດ.

10 ພຣະອົງ​ໄດ້​ສັນຍາ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂໍ​ຢ່າ​ປະຖິ້ມ​ກະສັດ​ທີ່​ໄດ້​ຊົງ​ຫົດສົງ.

11 ພຣະເຈົ້າຢາເວ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ​ໄວ້​ກັບ​ດາວິດ ເປັນ​ຄຳສາບານ​ທີ່​ພຣະອົງ​ບໍ່​ຖອນ​ຄືນ​ເປັນ​ວ່າ, “ເຮົາ​ຈະ​ຕັ້ງ​ລູກຊາຍ​ຂອງເຈົ້າ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ ແລະ​ລາວ​ຈະ​ປົກຄອງ​ສືບຕໍ່​ແທນ​ເຈົ້າ.”

12 ຖ້າ​ລູກຊາຍ​ຂອງເຈົ້າ​ສັດຊື່​ຕໍ່​ພັນທະສັນຍາ​ຂອງເຮົາ ຕະຫລອດ​ທັງ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ແກ່​ພວກເຂົາ​ນັ້ນ ແລ້ວ​ລູກຊາຍ​ຂອງ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ກະສັດ​ຄືກັນ ເພື່ອ​ສືບຕໍ່​ເປັນ​ກະສັດ​ທຸກຍຸກ​ທຸກສະໄໝ​ແທນ​ເຈົ້າ.

13 ພຣະເຈົ້າຢາເວ​ໄດ້​ເລືອກເຟັ້ນ​ເອົາ​ພູເຂົາ​ຊີໂອນ ພຣະອົງ​ຕ້ອງການ​ເຮັດ​ໃຫ້​ພູນີ້​ເປັນ​ທີ່​ປະທັບ​ຂອງ​ພຣະອົງ.

14 ພຣະອົງ​ໄດ້​ກ່າວ​ວ່າ, “ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ຢູ່​ອາໄສ ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ປົກຄອງ​ຕະຫລອດໄປ.

15 ເຮົາ​ຈະ​ຈັດຫາ​ໃຫ້​ພູເຂົາ​ຊີໂອນ​ຕາມ​ທີ່​ຕ້ອງການ ຄົນ​ທຸກຈົນ​ຈະ​ມີ​ອາຫານ​ກິນ​ອີ່ມທ້ອງ.

16 ເຮົາ​ຈະ​ອວຍພອນ​ທຸກສິ່ງ​ທີ່​ປະໂຣຫິດ​ກະທຳ ຊາວ​ເມືອງ​ຈະ​ຮ້ອງລຳ​ທຳເພງ​ຢ່າງ​ຊົມຊື່ນ.

17 ຢູ່​ທີ່​ນີ້ ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ດາວິດ​ຜູ້ໜຶ່ງ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ ເຮົາ​ຈະ​ຮັກສາ​ການປົກຄອງ​ຂອງ​ກະສັດ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້.

18 ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ລາວ​ໄດ້​ຖືກ​ອັບອາຍ ແຕ່​ອານາຈັກ​ຂອງ​ລາວ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan