Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 131 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂອງ​ຜູ້​ທີ່​ຖ່ອມຕົວ

1 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຊົາ​ອວດດີ​ອວດເດັ່ນ​ແລ້ວ ແລະ​ຫັນໜີ​ຈາກ​ຄວາມ​ຂີ້ອົ່ງ​ຈອງຫອງ​ດ້ວຍ. ຂ້ານ້ອຍ​ບໍ່​ຫ່ວງ​ໃນ​ຄວາມ​ເປັນໃຫຍ່​ເປັນໂຕ ຫລື​ໃນ​ເລື່ອງ​ໃດໆ​ທີ່​ເກີນ​ກຳລັງ​ປັນຍາ​ນັ້ນ.

2 ແຕ່​ຂ້ານ້ອຍ​ມີ​ຄວາມ​ພໍໃຈ​ແລະ​ສັນຕິສຸກ ດັ່ງ​ເດັກນ້ອຍ​ທີ່​ນອນຫລັບ​ສະບາຍ​ຫາຍ​ຮ້ອນ ໃນ​ອ້ອມກອດ​ມານດາ​ຜູ້​ເປັນ​ແມ່ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ ສະຫງົບ​ງຽບ​ຢູ່​ໃນ​ຈິດໃຈ.

3 ອິດສະຣາເອນ​ເອີຍ ຈົ່ງ​ຫວັງໃຈ​ໃນ​ພຣະເຈົ້າຢາເວ ແຕ່​ບັດນີ້​ແລະ​ສືບໆໄປ​ເປັນນິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan