Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 130 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ເມື່ອ​ຄາວ​ທຸກໂສກ

1 ຂ້າແດ່​ພຣະເຈົ້າຢາເວ ເມື່ອ​ຂ້ານ້ອຍ​ທຸກໂສກ​ເພາະ​ສິ້ນຫວັງ ຈຶ່ງ​ຮ້ອງຫາ​ພຣະອົງ.

2 ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂໍ​ຊົງ​ໂຜດ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຟັງ​ສຽງ​ຂອງ​ຂ້ານ້ອຍ​ເອີ້ນ​ຫາ​ໃຫ້​ຊ່ວຍເຫຼືອ​ແດ່ທ້ອນ.

3 ຖ້າ​ພຣະອົງ, ພຣະເຈົ້າຢາເວ​ບັນທຶກ​ການບາບ​ຂອງ​ພວກ​ຂ້ານ້ອຍ ໂອ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ແມ່ນ​ຜູ້ໃດ​ນໍ ຈະ​ໜີ​ພົ້ນ​ໄດ້​ຈາກ​ການລົງໂທດ​ນີ້?

4 ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.

5 ຂ້ານ້ອຍ​ລໍ​ຖ້າ​ຢ່າງ​ຮ້ອນຮົນ​ໃຫ້​ພຣະເຈົ້າຢາເວ​ຊ່ວຍເຫຼືອ ແລະ​ໄວ້ວາງໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ.

6 ຂ້ານ້ອຍ​ຄອງຄອຍ​ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ ຍິ່ງກວ່າ​ຄົນເຝົ້າຍາມ​ຄອງຄອຍ​ຖ້າ​ໃຫ້​ເຖິງ​ຮຸ່ງເຊົ້າ.

7 ອິດສະຣາເອນ​ເອີຍ ຈົ່ງ​ວາງໃຈ​ໃນ​ພຣະເຈົ້າຢາເວ ເພາະ​ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ນັ້ນ​ໝັ້ນຄົງ. ແລະ​ພຣະອົງ​ກໍ​ຕັ້ງໃຈ​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນໄພ​ຢູ່​ສະເໝີ

8 ພຣະອົງ​ຈະ​ໄຖ່​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ໃຫ້​ພົ້ນ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກ​ເຂົາເຈົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan