Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 129 - ພຣະຄຳພີສັກສິ


ໂຜດ​ຕໍ່ສູ້​ສັດຕູ​ຂອງ​ຊາດ​ອິດສະຣາເອນ

1 ໃຫ້​ອິດສະຣາເອນ​ກ່າວ​ເຖີດ​ວ່າ, “ພວກເຂົາ​ໄດ້​ໃຫ້​ຂ້ານ້ອຍ​ທຸກຍາກ​ຢ່າງໜັກ ຕັ້ງແຕ່​ຍັງ​ໜຸ່ມນ້ອຍ​ເປັນ​ຕົ້ນມາ.

2 ພວກເຂົາ​ຂົ່ມເຫັງ​ຢ່າງ​ໂຫດຮ້າຍ​ແຕ່​ຄາວ​ຍັງ​ໜຸ່ມ​ມາ ແຕ່​ວ່າ​ພວກເຂົາ​ເອົາ​ຊະນະ​ຂ້ານ້ອຍ​ບໍ່ໄດ້​ເລີຍ.

3 ພວກເຂົາ​ຂີດ​ຫລັງ​ຂອງ​ຂ້ານ້ອຍ​ໃຫ້​ເປັນ​ຮອຍ​ບາດແຜ ໃຫ້​ເປັນ​ດັ່ງ​ຮອຍ​ດິນ​ນາ​ທີ່​ຖືກ​ໄຖ​ແລ້ວ.

4 ແຕ່​ພຣະເຈົ້າຢາເວ​ເປັນ​ອົງ​ທີ່​ຊອບທຳ ໄດ້​ປົດປ່ອຍ​ໃຫ້​ຫລຸດພົ້ນ​ຈາກ​ການ​ເປັນ​ທາດ.”

5 ຂໍ​ໃຫ້​ທຸກໆ​ຄົນ​ທີ່​ກຽດຊັງ​ພູເຂົາ​ຊີໂອນ ພ່າຍແພ້​ແລະ​ຖືກ​ຂັບໄລ່​ຄືນ​ໄປ​ເຖີດ.

6 ຂໍ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ດັ່ງ​ຫຍ້າ​ທີ່​ປົ່ງ​ຕາມ​ຫລັງຄາ ຊຶ່ງ​ຫ່ຽວແຫ້ງ​ຕາຍໄປ​ກ່ອນ​ມັນ​ຈະ​ໃຫຍ່​ຂຶ້ນ.

7 ບໍ່ມີ​ຜູ້ໃດ​ຮວບຮວມ​ມັນ​ໄດ້​ພໍ​ກຳມື ຫລື​ຂົນ​ເອົາ​ໜີໄປ​ພໍ​ເປັນ​ມັດ​ໄດ້.

8 ບໍ່ມີ​ຜູ້ໃດ​ຈັກ​ຄົນ​ທີ່​ກ້າວ​ຍ່າງ​ກາຍ​ໄປ ຈະ​ສາມາດ​ກ່າວ​ຕໍ່​ພວກເຂົາ​ໄດ້​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ເດີ ເຮົາ​ຂໍ​ອວຍພອນ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan