Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 128 - ພຣະຄຳພີສັກສິ


ພຣະພອນ​ສຳລັບ​ຜູ້​ທີ່​ຢຳເກງ​ພຣະເຈົ້າ

1 ຄວາມສຸກ​ເປັນ​ຂອງ​ທຸກຄົນ​ຜູ້​ທີ່​ຢ້ານຢຳ​ພຣະເຈົ້າຢາເວ ຄື​ຜູ້​ທີ່​ໃຊ້​ຊີວິດ​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.

2 ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.

3 ເມຍ​ເຈົ້າ​ນັ້ນ​ຈະ​ເປັນ​ດັ່ງ​ຕົ້ນອະງຸ່ນ​ພັນດີ ທີ່​ມີ​ໝາກດົກງາມ​ໃນ​ບ້ານ​ເຮືອນ​ຂອງເຈົ້າ ແລະ​ພວກ​ລູກຊາຍ​ທີ່​ນັ່ງ​ຢູ່​ອ້ອມຂ້າງ​ອ້ອມແອວ ກໍ​ເປັນ​ດັ່ງ​ແຖວ​ຕົ້ນ​ກອກເທດໜຸ່ມ​ຢູ່​ອ້ອມຮອບ​ເຈົ້າ.

4 ດັ່ງນີ້ແຫລະ ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ພຣະພອນ.

5 ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ຈາກ​ພູເຂົາ​ຊີໂອນ ຂໍ​ໃຫ້​ເຈົ້າ​ເຫັນ​ຄວາມ​ຈະເລີນ​ຮຸ່ງເຮືອງ ຂອງ​ນະຄອນ​ເຢຣູຊາເລັມ​ຕະຫລອດ​ຊີວິດ​ຂອງເຈົ້າ.

6 ຂໍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຢ່າງ​ຍືນຍາວ ຈົນ​ໄດ້​ເຫັນ​ລູກຫລານ​ເຫຼັນ​ຫລ້ອນ ຂໍ​ໃຫ້​ສັນຕິສຸກ​ຈົ່ງ​ມີ​ແກ່​ຊາດ​ອິດສະຣາເອນ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan