ເພງ^ສັນລະເສີນ 127 - ພຣະຄຳພີສັກສິການຍ້ອງຍໍສັນລະເສີນພຣະຄຸນຄວາມດີຂອງພຣະເຈົ້າ 1 ຖ້າພຣະເຈົ້າຢາເວບໍ່ກໍ່ບ້ານ ສ້າງເຮືອນຊານ, ວຽກການຄົນກໍ່ສ້າງທັງໝົດກໍໄຮ້ປະໂຫຍດ. ຖ້າພຣະເຈົ້າຢາເວບໍ່ປ້ອງກັນບ້ານເມືອງ, ທະຫານຢືນຍາມກໍໃຊ້ການຫຍັງບໍ່ໄດ້. 2 ມັນໄຮ້ປະໂຫຍດທີ່ນອນເດິກລຸກເຊົ້າທຸກວັນ ໂດຍເຮັດວຽກທຳງານໜັກເພື່ອຫາລ້ຽງຊີບ ເພາະຜູ້ທີ່ພຣະອົງຊົງຮັກຈຶ່ງຈັດໃຫ້ຕາມທີ່ຕ້ອງການ ໃນຂະນະທີ່ພັກຜ່ອນຢ່າງສຸກສະບາຍຢູ່ນັ້ນ. 3 ເດັກນ້ອຍຄືຂອງຂວັນທີ່ພຣະເຈົ້າຢາເວໂຜດປະທານ ພວກເຂົາຄືພອນອັນແທ້ຈິງ. 4 ຜູ້ທີ່ມີລູກຫລາຍຄົນເມື່ອຍັງໜຸ່ມ ກໍເທົ່າກັບທະຫານມີລູກທະນູຫລາຍອັນໃນບັ້ງ. 5 ຄວາມສຸກເປັນຂອງຄົນທີ່ມີທະນູຫລາຍລູກໃນມື ເມື່ອປະເຊີນກັບສັດຕູໃນທີ່ຕັດສິນຈະບໍ່ພ່າຍແພ້. |
@ 2012 United Bible Societies. All Rights Reserved.