Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 125 - ພຣະຄຳພີສັກສິ


ຜູ້​ທີ່​ເຊື່ອໝັ້ນ​ກໍ​ມີ​ຄວາມ​ປອດໄພ

1 ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ເປັນ​ດັ່ງ​ພູເຂົາ​ຊີໂອນ ທີ່​ບໍ່ມີ​ຫຍັງ​ເຮັດ​ໃຫ້​ສະເທືອນ ແລະ​ເຄື່ອນຍ້າຍ​ໄດ້.

2 ເມື່ອ​ພູ​ຕ່າງໆ​ໄດ້​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ສັນໃດ ພຣະເຈົ້າຢາເວ​ກໍ​ອ້ອມຮອບ​ປະຊາຊົນ​ຂອງ​ພຣະອົງ​ໄວ້​ສັນນັ້ນ.

3 ຄົນຊົ່ວ​ຈະ​ບໍ່​ປົກຄອງ​ດິນແດນ​ຄົນ​ຊອບທຳ​ເລື້ອຍໄປ ຖ້າ​ເປັນ​ດັ່ງນັ້ນ ຄົນ​ຊອບທຳ​ກໍ​ອາດ​ຈະ​ຍື່ນມື​ກະທຳ​ຊົ່ວ​ຄືກັນ.

4 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ດີ​ຕໍ່​ຜູ້​ທີ່​ເຮັດ​ດີ​ດ້ວຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ,

5 ແຕ່​ບັນດາ​ຜູ້​ທີ່​ດຳເນີນ​ຕາມ​ທາງຄົດ​ຂອງ​ເຂົາ ພຣະເຈົ້າຢາເວ​ກໍ​ຈະ​ຊົງ​ລົງໂທດ​ເຂົາ ພ້ອມ​ກັບ​ການກະທຳ​ຊົ່ວ​ຂອງ​ເຂົາເອງ. ຂໍ​ໃຫ້​ຊົນຊາດ​ອິດສະຣາເອນ ຈົ່ງ​ມີ​ແຕ່​ຄວາມສຸກ​ເທີ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan