Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 124 - ພຣະຄຳພີສັກສິ


ສັນລະເສີນ​ເພາະ​ໄຊຊະນະ​ເໜືອ​ສັດຕູ

1 ຈະ​ເປັນ​ຢ່າງ​ໃດ ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ບໍ່​ຢູ່​ຝ່າຍ​ພວກເຮົາ? ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຕອບ​ມາ​ເບິ່ງ!

2 ຖ້າ​ພຣະເຈົ້າຢາເວ​ບໍ່​ຢູ່​ຝ່າຍ​ພວກເຮົາ ເມື່ອ​ເຫຼົ່າ​ສັດຕູ​ໄດ້​ບຸກ​ເຂົ້າ​ມາ​ໂຈມຕີ​ນັ້ນ.

3 ພວກເຂົາ​ກໍ​ຈະ​ກືນກິນ​ພວກເຮົາ​ທັງເປັນ​ຈົນ​ໝົດກ້ຽງ ເພາະ​ຄວາມ​ຄຽດແຄ້ນ​ໃຫຍ່​ຕໍ່ສູ້​ພວກເຮົາ​ນັ້ນ.

4 ແລ້ວ​ກະແສ​ນໍ້າ​ຖ້ວມ​ກໍ​ຈະ​ພັດ​ພວກເຮົາ​ໄປ ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ພວກເຮົາ

5 ທັງ​ກະແສ​ຄື້ນ​ນໍ້າ​ອັນ​ຮ້າຍແຮງ ກໍ​ຈະ​ພັດ​ເອົາ​ພວກເຮົາ​ຈົມ​ລົງ​ໄປ​ໃນ​ນໍ້າ.

6 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທີ່​ພຣະອົງ​ບໍ່​ໃຫ້​ສັດຕູ​ທຳລາຍ​ພວກເຮົາ​ໄດ້.

7 ພວກເຮົາ​ໜີໄປ​ໄດ້​ດັ່ງ​ນົກ​ໜີ​ຈາກ​ແຮ້ວ​ນາຍພານ. ແຮ້ວ​ຂາດ​ໄປ​ແລະ​ພວກເຮົາ​ກໍ​ເປັນ​ອິດສະຫລະ

8 ຄວາມ​ຊ່ວຍເຫຼືອ​ຂອງ​ພວກເຮົາ​ນັ້ນ ມາ​ຈາກ​ພຣະນາມ​ຂອງ​ພຣະເຈົ້າຢາເວ ອົງ​ຊົງ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan