Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 123 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ເມດຕາ

1 ຂ້ານ້ອຍ​ແຫງນ​ໜ້າ​ແນມຫາ​ພຣະອົງ ຂ້ານ້ອຍ​ແຫງນ​ສູ່​ຟ້າ​ສະຫວັນ ບ່ອນ​ທີ່​ພຣະອົງ​ປົກຄອງ​ຢູ່​ນັ້ນ.

2 ດັ່ງ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ເພິ່ງພາ​ອາໄສ​ນາຍ​ຂອງຕົນ ດັ່ງ​ສາວໃຊ້​ຜູ້ໜຶ່ງ​ເພິ່ງອີງ​ນາຍຍິງ​ຂອງຕົນ​ນັ້ນ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຈະ​ແນມຫາ​ຈົນ​ພຣະເມດຕາ​ມາຮອດ.

3 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ພວກ​ຂ້ານ້ອຍ​ນັ້ນ​ຖືກ​ຫຍໍ້ຫຍັນ​ຢ່າງໜັກ.

4 ດົນນານ​ແລ້ວ​ທີ່​ຖືກ​ເຍາະເຍີ້ຍ​ຈາກ​ຄົນຮັ່ງມີ ແລະ​ຖືກ​ດູໝິ່ນ​ຈາກ​ຄົນ​ກົດຂີ່​ທີ່​ຈອງຫອງ​ດ້ວຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan