ເພງ^ສັນລະເສີນ 122 - ພຣະຄຳພີສັກສິເພງສັນລະເສີນຂອງນະຄອນເຢຣູຊາເລັມ 1 ຊ່າງດີໃຈແທ້ໆເມື່ອພວກເຂົາເຊີນຊວນ ຂ້ານ້ອຍດັ່ງນີ້ວ່າ, “ໃຫ້ພວກເຮົາພາກັນຂຶ້ນໄປຍັງວິຫານຂອງພຣະເຈົ້າຢາເວ.” 2 ເຢຣູຊາເລັມເອີຍ ພວກເຮົາກຳລັງຢືນຢູ່ໃນປະຕູກຳແພງຂອງເຈົ້າ. 3 ນະຄອນເຢຣູຊາເລັມເປັນເມືອງທີ່ໄດ້ສ້ອມແປງຂຶ້ນໃໝ່ ຊຶ່ງເປັນລະບຽບຮຽບຮ້ອຍສະອາດງາມຕາ. 4 ທີ່ນີ້ເປັນບ່ອນບັນດາເຜົ່າຂອງພຣະເຈົ້າຢາເວ ມາຖວາຍຂອບພຣະຄຸນແດ່ພຣະນາມຂອງພຣະເຈົ້າຢາເວ ຕາມທີ່ກຳນົດໄວ້ແກ່ຊາດອິດສະຣາເອນ. 5 ພຣະທີ່ນັ່ງແຫ່ງການພິພາກສາກໍໄດ້ຕັ້ງຢູ່ທີ່ນັ້ນ ຄືພຣະທີ່ນັ່ງຂອງຣາຊວົງດາວິດ. 6 ຈົ່ງພາວັນນາອະທິຖານ ເພື່ອໃຫ້ນະຄອນເຢຣູຊາເລັມມີຄວາມສະຫງົບສຸກ “ຈົ່ງຈະເລີນເທີ້ນທຸກຄົນທີ່ຮັກນະຄອນເຢຣູຊາເລັມເອີຍ 7 ຂໍໃຫ້ຄວາມສະຫງົບສຸກນັ້ນມີຢູ່ພາຍໃນກຳແພງຂອງເຈົ້າ ແລະຂໍໃຫ້ມີຄວາມປອດໄພດີຢູ່ໃນບັນດາວັງຂອງເຈົ້າດ້ວຍ.” 8 ເພາະເຫັນແກ່ໝູ່ເພື່ອນ ແລະຍາດຕິພີ່ນ້ອງຂອງຂ້ານ້ອຍ, ຂ້ານ້ອຍຈຶ່ງກ່າວກັບນະຄອນເຢຣູຊາເລັມ ວ່າ, “ຈົ່ງມີຄວາມສະຫງົບສຸກເຖີດ.” 9 ເພາະເຫັນແກ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ຂ້ານ້ອຍຈຶ່ງພາວັນນາອະທິຖານ ເພື່ອຄວາມຈະເລີນຮຸ່ງເຮືອງຂອງທ່ານ. |
@ 2012 United Bible Societies. All Rights Reserved.