Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 121 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຄື​ຜູ້​ຄຸ້ມຄອງ​ຂອງ​ພວກເຮົາ

1 ຂ້ານ້ອຍ​ຫລຽວ​ຂຶ້ນ​ໄປ​ເທິງ​ພູ​ທັງຫລາຍ ຈະ​ມີ​ຜູ້ໃດ​ແດ່​ບໍ ພໍ​ຊ່ວຍເຫລືອ​ຂ້ານ້ອຍ​ໄດ້?

2 ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ຈະ​ມາ​ແຕ່​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.

3 ພຣະອົງ​ຈະ​ບໍ່​ຍອມ​ໃຫ້​ເຈົ້າ​ພະລາດ​ລົ້ມ​ລົງ​ໄປ ພຣະຜູ້​ຄຸ້ມຄອງ​ຈະ​ປົກປັກ​ຮັກສາ​ເຈົ້າ​ໄວ້.

4 ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ຊາດ​ອິດສະຣາເອນ ພຣະອົງ​ບໍ່ໄດ້​ເຊືອບນອນ​ຫລັບ​ໄປ​ຈັກເທື່ອ.

5 ພຣະເຈົ້າຢາເວ​ຈະ​ເຝົ້າ​ຮັກສາ​ເຈົ້າ​ໄວ້ ພຣະເຈົ້າຢາເວ​ຢູ່​ຄຽງ​ຂ້າງ​ເພື່ອ​ປົກປ້ອງ​ເຈົ້າ​ໄວ້.

6 ຕາເວັນ​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ເຈົ້າ​ໃນ​ກາງເວັນ ດວງເດືອນ​ກໍ​ຈະ​ບໍ່​ເປັນ​ອັນຕະລາຍ​ໃນ​ກາງຄືນ.

7 ພຣະເຈົ້າຢາເວ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ໂພຍໄພ ທັງ​ຈະ​ເຝົ້າ​ຮັກສາ​ເຈົ້າ​ໃຫ້​ຢູ່​ຢ່າງ​ປອດໄພ​ໄດ້.

8 ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃນ​ການ​ໄປມາ​ຂອງເຈົ້າ ຕັ້ງແຕ່​ບັດນີ້ ແລະ​ສືບໆໄປ​ເປັນນິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan