Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 120 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ການ​ຫລອກລວງ

1 ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.

2 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ຄົນ​ຂີ້ຕົວະ ແລະ​ຄົນຫລອກລວງ​ດ້ວຍ.

3 ພວກ​ຄົນ​ຂີ້ຕົວະ​ເອີຍ ພວກເຈົ້າ​ສະສົມ​ອັນໃດ​ໄວ້​ແກ່​ຕົນ​ແດ່? ພຣະອົງ​ຈະ​ລົງໂທດ​ພວກເຈົ້າ​ຢ່າງໃດ​ຮູ້ບໍ່?

4 ກໍ​ດ້ວຍ​ລູກໜ້າ​ທະນູ​ອັນ​ແຫລມຄົມ​ຂອງ​ນັກຮົບ ແລະ​ຖ່ານໄຟ​ແດງ​ໄໝ້​ເຜົາຜານ​ແນ່ນອນ.

5 ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.

6 ຂ້ານ້ອຍ​ໄດ້​ອາໄສ​ຢູ່ ນຳ​ປະຊາຊົນ​ທີ່​ກຽດຊັງ​ສັນຕິສຸກ,

7 ເມື່ອ​ເອີ່ຍ​ປາກ​ເວົ້າ​ເຖິງ​ຄວາມ​ສະຫງົບສຸກ ພວກເຂົາ​ກໍ​ເອີ່ຍ​ວາຈາ​ເຖິງ​ເສິກ​ສົງຄາມ​ທັນທີ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan