ເພງ^ສັນລະເສີນ 12 - ພຣະຄຳພີສັກສິຄຳພາວັນນາອະທິຖານ ເພື່ອໃຫ້ພົ້ນຈາກຄວາມຍາກລຳບາກ 1 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍເຫລືອພວກຂ້ານ້ອຍດ້ວຍ ເພາະຄົນດີບໍ່ມີເຫຼືອຢູ່ ແລະຄົນສັດຊື່ກໍຫາບໍ່ໄດ້. 2 ທຸກຄົນຕ່າງກໍກ່າວຄຳຕົວະຕໍ່ກັນແລະກັນ ພວກເຂົາຫລອກລວງຊຶ່ງກັນແລະກັນດ້ວຍຄຳປະຈົບປະແຈງ. 3 ຂ້າແດ່ພຣະເຈົ້າຢາເວ ໂຜດໃຫ້ລີ້ນຄົນຢ່າງນັ້ນມິດງຽບ ແລະງັບປາກທຸກຄົນທີ່ເວົ້າຈາອວດອ້າງວ່າ, 4 “ພຽງແຕ່ພວກເຮົາກ່າວອອກປາກກໍໄດ້ສິ່ງທີ່ຕ້ອງການ ຈະເວົ້າສິ່ງທີ່ໃຈຕ້ອງການ ແລະຜູ້ໃດຈະຢັບຢັ້ງໄດ້.” 5 ພຣະເຈົ້າຢາເວກ່າວໂຕ້ຕອບອອກໄປວ່າ, “ບັດນີ້ ເຮົາຈະລຸກຂຶ້ນຍ້ອນຄົນຂັດສົນຖືກກົດຂີ່ ຄົນຖືກຂົ່ມເຫັງກໍຄວນຄາງຢ່າງເຈັບປວດໜັກ ເຮົາຈະໃຫ້ພວກເຂົາປອດໄພຢ່າງຖາວອນຕາມທີ່ພວກເຂົາປາຖະໜາ.” 6 ຄຳສັນຍາຂອງພຣະເຈົ້າຢາເວນັ້ນກໍເປັນທີ່ໄວ້ວາງໃຈ ບໍຣິສຸດດັ່ງເງິນຖືກຫລອມໃນໄຟເຖິງເຈັດຄັ້ງ. 7-8 ຂ້າແດ່ພຣະເຈົ້າຢາເວ ຄົນຊົ່ວນັ້ນມີຢູ່ທຸກແຫ່ງຫົນ ທຸກໆຄົນຕ່າງກໍຊົມເຊີຍສິ່ງທີ່ຊົ່ວຮ້າຍ. ຂໍຊົງໂຜດຮັກສາພວກຂ້ານ້ອຍໃຫ້ປອດໄພເລື້ອຍໆແດ່ ໂຜດຄຸ້ມຄອງໃຫ້ພົ້ນຈາກຄົນຢ່າງນີ້ແດ່ທ້ອນ. |
@ 2012 United Bible Societies. All Rights Reserved.