Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 119 - ພຣະຄຳພີສັກສິ


ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

1 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ດຳເນີນ​ຊີວິດ ຢ່າງ​ບໍ່ມີ​ຄວາມຜິດ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.

2 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ສະແຫວງ​ຫາ​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ.

3 ພວກເຂົາ​ບໍ່ເຄີຍ​ປະພຶດ​ຜິດພາດ​ຈັກເທື່ອ​ເລີຍ ແຕ່​ເດີນ​ຕາມ​ທາງ​ຂອງ​ພຣະອົງ.

4 ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້ ແລະ​ບອກ​ໃຫ້​ພວກ​ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່.

5 ຂ້ານ້ອຍ​ຫວັງ​ວ່າ​ຈະ​ໄດ້​ສັດຊື່​ສະເໝີໄປ ໂດຍ​ການ​ຖື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ນັ້ນ.

6 ຖ້າ​ຂ້ານ້ອຍ​ເອົາໃຈໃສ່​ຕໍ່​ຂໍ້ຄຳສັ່ງ​ທຸກຢ່າງ​ຂອງ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ.

7 ເມື່ອ​ຮຽນຮູ້​ການຕັດສິນ​ອັນ​ຊອບທຳ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ຍົກຍໍ​ພຣະອົງ​ດ້ວຍ​ຈິດໃຈ​ອັນ​ບໍຣິສຸດ.

8 ຂ້ານ້ອຍ​ຈະ​ຢຶດໝັ້ນ​ຕາມ​ກົດບັນຍັດ​ຂອງ​ພຣະອົງ ຂໍ​ຢ່າ​ປະປ່ອຍ​ຂ້ານ້ອຍ​ຈັກເທື່ອ​ເລີຍ.


ການ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

9 ຄົນ​ໜຸ່ມສາວ​ຮັກສາ​ຊີວິດ​ໃຫ້​ບໍຣິສຸດ​ໄດ້​ຢ່າງໃດ? ກໍ​ໂດຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.

10 ຂ້ານ້ອຍ​ສະແຫວງ​ຫາ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ຢ່າ​ໃຫ້​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ.

11 ຂ້ານ້ອຍ​ຖື​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ ເພື່ອ​ວ່າ​ຈະ​ບໍ່ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.

12 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ວິທີ​ທາງ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.

13 ຂ້ານ້ອຍ​ຈະ​ປະກາດ​ເຖິງ​ກົດໝາຍ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ນັ້ນ​ທຸກປະການ.

14 ຂ້ານ້ອຍ​ຍິນດີ​ຂັບຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລາຍກວ່າ​ຍິນດີ​ໃນ​ຄວາມຮັ່ງມີ​ອັນ​ໃຫຍ່ຫລວງ​ນັ້ນ.

15 ຂ້ານ້ອຍ​ສຶກສາ​ຄັກແນ່​ຄຳສອນ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ພິຈາລະນາ​ເຖິງ​ຄຳສັ່ງສອນ​ທັງຫລາຍ​ຂອງ​ພຣະອົງ.

16 ຂ້ານ້ອຍ​ປິຕິ​ຍິນດີ​ໃນ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ ຂ້ານ້ອຍ​ຈະ​ບໍ່​ລືມໄລ​ຖ້ອຍຄຳ​ຂອງ​ພຣະອົງ​ຢ່າງ​ເດັດຂາດ.


ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.

17 ຂໍ​ຊົງ​ໂຜດ​ພໍພຣະໄທ​ໃນ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພື່ອ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່ ແລະ​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພຣະອົງ.

18 ຂໍ​ຊົງ​ໂຜດ​ເປີດ​ຕາ​ຂອງ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ເຫັນ ຄວາມຈິງ​ອັນ​ອັດສະຈັນ​ຢູ່​ໃນ​ກົດບັນຍັດ​ນັ້ນ.

19 ຂ້ານ້ອຍ​ຢູ່​ໃນ​ແຜ່ນດິນ​ໂລກ​ພຽງແຕ່​ຊົ່ວຄາວ ຂໍ​ຢ່າ​ປິດບັງ​ກົດບັນຍັດ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ​ເລີຍ.

20 ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ລະທົມ​ທຸກ​ດ້ວຍ​ຄວາມ​ປາຖະໜາ ຢາກ​ຮູ້​ການຕັດສິນ​ຂອງ​ພຣະອົງ​ທຸກ​ເວລາ.

21 ພຣະອົງ​ຕິຕຽນ​ວ່າ​ກ່າວ​ຄົນ​ຈອງຫອງ ສາບແຊ່ງ​ຄົນ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ດ້ວຍ.

22 ຂໍ​ປົດປ່ອຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ນິນທາ ເພາະ​ຂ້ານ້ອຍ​ໄດ້​ຮັກສາ​ກົດບັນຍັດ.

23 ພວກ​ຜູ້ປົກຄອງ​ຮ່ວມໃຈ​ກັນ​ປອງຮ້າຍ​ຂ້ານ້ອຍ ແຕ່​ຂ້ານ້ອຍ​ຈະ​ພາວັນນາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

24 ຄຳແນະນຳ​ຂອງ​ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ຍິນດີ ຈຶ່ງ​ຢຶດຖື​ເປັນ​ທີ່ປຶກສາ​ທີ່​ດີ​ມາ​ຕະຫລອດ.


ຄວາມ​ຕັ້ງໃຈ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.

25 ຂ້ານ້ອຍ​ນອນຢຽດ​ຢູ່​ຢ່າງ​ພ່າຍແພ້​ໃນ​ຂີ້ຝຸ່ນ​ດິນ ຂໍ​ຊົງ​ໂຜດ​ໃຫ້​ຊີວິດ​ໃໝ່ ຕາມ​ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ດ້ວຍ.

26 ຂ້ານ້ອຍ​ຍອມຮັບ​ທຸກສິ່ງ​ທີ່​ໄດ້​ກະທຳ​ມາ ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ວິຖີ​ທາງ​ຂອງ​ພຣະອົງ​ດ້ວຍ.

27 ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ເຂົ້າໃຈ​ໃນ​ກົດບັນຍັດ​ທັງຫລາຍ ເພື່ອ​ຈະ​ໄດ້​ລຳລຶກ​ເຖິງ​ຄຳສັ່ງສອນ ອັນ​ດີເລີດ.

28 ຈິດໃຈ​ຂອງ​ຂ້ານ້ອຍ​ອິດອ່ອນ​ຍ້ອນ​ຄວາມ​ໂສກເສົ້າ ຂໍ​ຊົງ​ໂຜດ​ໃຫ້​ກຳລັງ​ຂ້ານ້ອຍ ຕາມ​ຖ້ອຍຄຳ​ຂອງ​ພຣະອົງ​ສັນຍາ​ໄວ້​ດ້ວຍ.

29 ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໄວ້​ບໍ່​ໃຫ້​ເດີນ​ໄປ​ໃນ​ທາງ​ຜິດ ແລະ​ດ້ວຍ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ກົດບັນຍັດ​ໃຫ້​ຂ້ານ້ອຍ​ດ້ວຍ.

30 ຂ້ານ້ອຍ​ໄດ້​ເລືອກ​ທາງ​ແຫ່ງ​ຄວາມ​ເຊື່ອຟັງ ແລະ​ຍອມຮັບ​ເອົາ​ການຕັດສິນ​ຂອງ​ພຣະອົງ.

31 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ແນະນຳ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ອັບອາຍ​ເລີຍ.

32 ຂ້ານ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຮ້ອນຮົນ ເພາະ​ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຂົ້າໃຈ​ຕື່ມ​ອີກ.


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ເຂົ້າໃຈ

33 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້ ຄວາມໝາຍ​ຂອງ​ກົດບັນຍັດ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ຈົນເຖິງ​ທີ່ສຸດ.

34 ຂໍ​ຊົງ​ໂຜດ​ອະທິບາຍ​ກົດບັນຍັດ​ນັ້ນ​ເພື່ອ​ຈະ​ໄດ້​ເຮັດ​ຕາມ ຂ້ານ້ອຍ​ຈະ​ຖື​ຮັກສາ​ກົດບັນຍັດ​ນັ້ນ​ດ້ວຍ​ສຸດຈິດ​ສຸດໃຈ.

35 ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ໃຫ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ໃນ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມສຸກ.

36 ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ຢາກ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແທນ​ທີ່​ຈະ​ຢາກ​ໄດ້​ແຕ່​ຄວາມຮັ່ງມີ.

37 ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ເອົາໃຈໃສ່​ຕໍ່​ສິ່ງ​ອະນິຈັງ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະທຳ​ຂອງ​ພຣະອົງ.

38 ຂໍ​ຊົງ​ໂຜດ​ຮັກສາ​ກົດບັນຍັດ​ໄວ້​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ຄຳສັນຍາ​ທີ່​ຊົງ​ມີ​ໄວ້​ກັບ​ຜູ້​ທີ່​ເຊື່ອຟັງ​ພຣະອົງ.

39 ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄຳ​ດູຖູກ​ອັນ​ໜ້າຢ້ານກົວ ເພາະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ນັ້ນ​ດີ.

40 ຂ້ານ້ອຍ​ຕ້ອງການ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ຊອບທຳ​ໂຜດ​ປະທານ​ຊີວິດ​ໃໝ່​ດ້ວຍ.


ຄວາມ​ໄວ້ວາງໃຈ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

41 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສຳແດງ​ໃຫ້​ຂ້ານ້ອຍ​ຮູ້ວ່າ ພຣະອົງ​ຮັກ​ຂ້ານ້ອຍ​ຫລາຍ​ສໍ່າໃດ​ດ້ວຍ. ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ໄດ້​ພົ້ນໄພ ຕາມ​ຄຳສັນຍາ​ຂອງ​ພຣະອົງ​ດ້ວຍ.

42 ແລ້ວ​ຂ້ານ້ອຍ​ກໍ​ຈະ​ຕອບ​ຄົນ​ທີ່​ດູຖູກ​ໄດ້​ສົມໃຈ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ.

43 ໂຜດ​ໃຫ້​ຂ້ານ້ອຍ​ເວົ້າ​ແຕ່​ຄວາມຈິງ​ທຸກ​ເວລາ ເພາະ​ຄວາມຫວັງ​ມີ​ຢູ່​ໃນ​ການ​ຕັດສິນ​ຂອງ​ພຣະເຈົ້າ.

44 ຂ້ານ້ອຍ​ຈະ​ເຊື່ອຟັງ​ກົດບັນຍັດ​ຕະຫລອດ​ເວລາ ແລະ​ຈະ​ບໍ່​ລືມໄລ​ກົດບັນຍັດ​ນັ້ນ​ຈັກເທື່ອ.

45 ຂ້ານ້ອຍ​ຈະ​ໃຊ້​ຊີວິດ​ໃນ​ເສລີພາບ​ຢ່າງ​ຄົບເຕັມ ເພາະ​ຂ້ານ້ອຍ​ພະຍາຍາມ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

46 ຂ້ານ້ອຍ​ຈະ​ປະກາດ​ຂໍ້ຄຳສັ່ງ​ແກ່​ກະສັດ ແລະ​ຈະ​ບໍ່​ອັບອາຍ​ຢ່າງໃດ​ທັງສິ້ນ.

47 ຂ້ານ້ອຍ​ສຸກໃຈ​ໃນ​ການ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ຮັກ​ຂໍ້ຄຳສັ່ງ​ນັ້ນ​ຫລາຍ.

48 ຂ້ານ້ອຍ​ເຄົາຣົບ​ແລະ​ຮັກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຈະ​ພາວັນນາ​ເຖິງ​ຂໍ້​ຄຳແນະນຳ​ນັ້ນ.


ຄວາມ​ເຊື່ອໝັ້ນ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

49 ຂໍ​ຊົງ​ໂຜດ​ຈື່ຈຳ​ພຣະສັນຍາ​ທີ່​ມີ​ກັບ​ຜູ້ຮັບໃຊ້​ຂອງ​ພຣະອົງ ຊຶ່ງ​ໃຫ້​ຄວາມຫວັງ​ແກ່​ຂ້ານ້ອຍ​ໄດ້.

50 ແມ່ນແຕ່​ໃນ​ຍາມ​ລຳບາກ​ກໍໄດ້​ຮັບ​ຄຳ​ໜູນໃຈ ເພາະ​ພຣະສັນຍາ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ​ໄດ້.

51 ຄົນ​ຈອງຫອງ​ຫຍໍ້ຫຍັນ​ຂ້ານ້ອຍ​ສະເໝີມາ ແຕ່​ຂ້ານ້ອຍ​ບໍ່ໄດ້​ຫັນໜີ​ຈາກ​ກົດບັນຍັດ.

52 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈື່ຈຳ​ການຕັດສິນ​ຂອງ​ພຣະອົງ​ຜ່ານ​ມາ ສິ່ງນັ້ນ​ຍັງ​ໜູນໃຈ​ຈົນເຖິງ​ບັດນີ້.

53 ເມື່ອ​ເຫັນ​ຄົນຊົ່ວຮ້າຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ ຂ້ານ້ອຍ​ເອງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.

54 ຊົ່ວຊີວິດ​ອັນ​ສັ້ນໆ​ໃນໂລກ​ທີ່​ຂ້ານ້ອຍ​ດຳລົງຢູ່ ມີ​ເພງ​ຫລາຍ​ບົດ​ກ່າວ​ເຖິງ​ຂໍ້ຄຳສັ່ງ​ທີ່​ຂ້ານ້ອຍ​ປະພັນ.

55 ຂ້າແດ່​ພຣະເຈົ້າຢາເວ ກາງຄືນ​ຂ້ານ້ອຍ​ຄິດເຖິງ​ພຣະອົງ ແລະ​ຕຶກຕອງ​ເຖິງ​ກົດບັນຍັດ​ນັ້ນ.

56 ຂ້ານ້ອຍ​ຄົ້ນພົບ​ຄວາມສຸກ​ຂອງ​ຂ້ານ້ອຍ​ໂດຍ​ການ​ເຊື່ອຟັງ ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ການ​ອຸທິດຕົນ​ແກ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

57 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຄື​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຂ້ານ້ອຍ​ຂໍ​ສັນຍາ​ວ່າ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

58 ຂ້ານ້ອຍ​ທູນຂໍ​ຕໍ່​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ.

59 ຂ້ານ້ອຍ​ພິຈາລະນາ​ຄວາມປະພືດ​ທີ່​ຜ່ານ​ມາ ຈຶ່ງ​ຂໍ​ສັນຍາ​ວ່າ​ຈະ​ເຮັດ​ຕາມ​ຖ້ອຍຄຳ​ຂອງ​ພຣະອົງ.

60 ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

61 ຄົນຊົ່ວ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ເລື້ອຍມາ ແຕ່​ຂ້ານ້ອຍ​ບໍ່ໄດ້​ລືມໄລ​ກົດບັນຍັດ.

62 ກາງຄືນ​ຂ້ານ້ອຍ​ລຸກມາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ພຣະອົງ ສຳລັບ​ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ.

63 ຂ້ານ້ອຍ​ເປັນ​ເພື່ອນ​ກັບ​ທຸກຄົນ​ທີ່​ຮັບໃຊ້​ພຣະອົງ ແລະ​ກັບ​ທຸກຄົນ​ທີ່​ເຊື່ອຟັງ​ກົດບັນຍັດ​ດ້ວຍ.

64 ຂ້າແດ່​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ເຕັມ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ສັ່ງສອນ​ຂໍ້ຄຳສັ່ງ​ໃຫ້​ຂ້ານ້ອຍ​ດ້ວຍ.


ຄຸນຄ່າ​ແຫ່ງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

65 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ ແລະ​ພຣະອົງ​ຊົງ​ດີ​ຕໍ່​ຂ້ານ້ອຍ ຊຶ່ງ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ.

66 ຂໍ​ພຣະອົງ​ປະທານ​ປັນຍາ ແລະ​ຄວາມຮູ້​ຄວາມ​ເຂົ້າໃຈ​ໃຫ້​ແກ່​ຂ້ານ້ອຍ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

67 ແຕ່ກ່ອນ ພຣະອົງ​ລົງໂທດ​ເພາະ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແຕ່​ບັດນີ້ ຂ້ານ້ອຍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

68 ພຣະອົງ​ມີ​ໃຈ​ເຜື່ອແຜ່​ເພາະ​ພຣະຄຸນ​ຄວາມດີ ຂໍ​ຊົງ​ໂຜດ​ສັ່ງສອນ​ຂໍ້ຄຳສັ່ງ​ແກ່​ຂ້ານ້ອຍ​ດ້ວຍ.

69 ຄົນ​ຈອງຫອງ​ຫາ​ແຕ່​ເລື່ອງ​ຕົວະ​ໃສ່​ຂ້ານ້ອຍ ແຕ່​ຂ້ານ້ອຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ດ້ວຍ​ສຸດຈິດ​ສຸດໃຈ.

70 ຄົນ​ເຫຼົ່ານີ້​ບໍ່ໄດ້​ມີ​ຄວາມ​ເຂົ້າໃຈ​ຫຍັງ​ເລີຍ ແຕ່​ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.

71 ການ​ຖືກ​ລົງໂທດ​ນັ້ນ​ເປັນ​ການດີ​ແກ່​ຂ້ານ້ອຍ ເພາະ​ເຮັດ​ໃຫ້​ຂ້ານ້ອຍ​ຮຽນຮູ້​ເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

72 ກົດບັນຍັດ​ທີ່​ພຣະອົງ​ໃຫ້ ມີ​ຄວາມໝາຍ​ແກ່​ຂ້ານ້ອຍ ຫລາຍກວ່າ​ເງິນຄຳ​ທັງໝົດ​ທີ່​ມີ​ຢູ່​ໃນ​ໂລກນີ້.


ຄວາມ​ຊອບທຳ​ແຫ່ງ​ກົດບັນຍັດ

73 ພຣະອົງ​ໄດ້​ສ້າງ​ຂ້ານ້ອຍ​ທັງ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ເຂົ້າໃຈ ເພື່ອ​ຮຽນຮູ້​ເອົາ​ກົດບັນຍັດ​ຂອງ​ພຣະອົງ.

74 ພວກ​ທີ່​ຢ້ານຢຳ​ພຣະອົງ​ເມື່ອ​ເຫັນ​ຂ້ານ້ອຍ​ກໍ​ຈະ​ດີໃຈ ເພາະ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ຄຳສັນຍາ​ຂອງ​ພຣະອົງ​ນັ້ນ.

75 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ຕັດສິນ​ທ່ຽງທຳ ຂ້ານ້ອຍ​ຖືກ​ລົງໂທດ​ກໍ​ເພາະ​ພຣະອົງ​ຊົງ​ສັດຊື່.

76 ຂໍ​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ​ເລົ້າໂລມ​ໃຈ​ຂ້ານ້ອຍ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ກັບ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ.

77 ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ​ເພື່ອ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່ ຍ້ອນ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ຈຶ່ງ​ພົບ​ຄວາມສຸກ.

78 ຂໍ​ໃຫ້​ຄົນ​ຈອງຫອງ​ຖືກ​ຂາຍໜ້າ​ຍ້ອນ​ຫາເລື່ອງ​ບໍ່ຈິງ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ຈະ​ພາວັນນາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ນັ້ນ.

79 ຂໍ​ໃຫ້​ຜູ້​ທີ່​ຢຳເກງ​ພຣະອົງ​ມາ​ຫາ​ຂ້ານ້ອຍ ຄື​ທຸກຄົນ​ທີ່​ຮູ້ຈັກ​ຄຳສັ່ງ​ຂອງ​ພຣະເຈົ້າ.

80 ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຄົບຖ້ວນ ແລະ​ໃຫ້​ຂ້ານ້ອຍ​ຫວິດ​ຈາກ​ການ​ອັບອາຍ​ຂາຍໜ້າ.


ຄຳພາວັນນາ​ອະທິຖານ​ເພື່ອ​ຄວາມ​ເປັນອິດສະຫລະ

81 ຈິດໃຈ​ຂອງ​ຂ້ານ້ອຍ​ອິດອ່ອນ ຍ້ອນ​ຄອຍຖ້າ​ໃຫ້​ພຣະອົງ​ມາ​ຊ່ວຍເຫລືອ ຂ້ານ້ອຍ​ມອບ​ຄວາມ​ໄວ້ວາງໃຈ​ຂອງ​ຂ້ານ້ອຍ ໃນ​ຖ້ອຍຄຳ​ຂອງ​ພຣະອົງ.

82 ຕາ​ຂອງ​ຂ້ານ້ອຍ​ກໍ​ອິດ​ເມື່ອຍ​ຍ້ອນ​ລໍຖ້າ​ພຣະສັນຍາ, ຂ້ານ້ອຍ​ຖາມ​ວ່າ, “ເວລາ​ໃດ​ນໍ ພຣະອົງ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ?”

83 ຂ້ານ້ອຍ​ໃຊ້​ການ​ບໍ່ໄດ້​ດັ່ງ​ຖົງ​ເຫຼົ້າ​ອະງຸ່ນ​ໄຮ້​ຄ່າ, ແຕ່​ປານນັ້ນ ຂ້ານ້ອຍ​ກໍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

84 ຂ້ານ້ອຍ​ຈະ​ຕ້ອງ​ລໍຖ້າ​ຢູ່​ດົນ​ປານໃດ? ເມື່ອໃດ​ນໍ ພຣະອົງ​ຈະ​ຕັດສິນ ລົງໂທດ​ຜູ້​ທີ່​ມັກ​ຂົ່ມເຫັງ​ນັ້ນ?

85 ຄົນ​ຈອງຫອງ​ຄື​ຜູ້​ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ຍາດ​ກັນ​ຂຸດ​ຂຸມ​ເພື່ອ​ຈະ​ດັກຈັບ​ຂ້ານ້ອຍ​ໄວ້.

86 ຂໍ້ຄຳສັ່ງ​ທັງໝົດ​ລ້ວນແຕ່​ເປັນ​ຄວາມຈິງ ຂ້ານ້ອຍ​ຖືກ​ຄົນ​ຂີ້ຕົວະ​ຂົ່ມເຫັງ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.

87 ພວກເຂົາ​ເກືອບ​ສັງຫານ​ຂ້ານ້ອຍ​ໄດ້​ຢ່າງ​ສຳເລັດຜົນ ແຕ່​ຂ້ານ້ອຍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ.

88 ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ພຣະຄຸນ​ຄວາມດີ​ໃຫ້​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ​ນັ້ນ.


ຄວາມເຊື່ອ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

89 ຂ້າແດ່​ພຣະເຈົ້າຢາເວ ຖ້ອຍຄຳ​ຂອງ​ພຣະອົງ​ນັ້ນ​ດຳລົງຢູ່​ສືບໄປ ເປັນ​ພຣະຄຳ​ອັນ​ຊົ່ວນິຣັນ​ໃນ​ຟ້າ​ສະຫວັນ.

90 ຄວາມສັດຊື່​ຂອງ​ພຣະອົງ​ດຳລົງ​ຢູ່​ທຸກຍຸກ​ທຸກສະໄໝ ພຣະອົງ​ຕັ້ງ​ໂລກ​ໃນ​ທີ່​ຂອງ​ມັນ ແລະ​ຍັງ​ຢູ່​ທີ່​ນັ້ນ.

91 ທຸກສິ່ງ​ທີ່​ມີ​ຢູ່​ເຖິງທຸກ​ວັນ​ນີ້​ກໍ​ຍ້ອນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ທຸກສິ່ງ​ລ້ວນແຕ່​ເປັນ​ເຄື່ອງມື​ຮັບໃຊ້​ພຣະອົງ.

92 ຖ້າ​ກົດບັນຍັດ​ຂອງ​ພຣະອົງ​ບໍ່​ເປັນ​ບໍ່​ເກີດ​ໃຫ້​ຄວາມ​ຊົມຊື່ນ​ຍິນດີ ຂ້ານ້ອຍ​ກໍ​ມີ​ແຕ່​ຈະ​ຕາຍໄປ​ຍ້ອນ​ຄວາມ​ທົນທຸກ.

93 ຂ້ານ້ອຍ​ຈະ​ບໍ່​ປະຖິ້ມ​ຄຳແນະນຳ​ຂອງ​ພຣະອົງ​ຈັກເທື່ອ ເພາະ​ຄຳແນະນຳ​ນັ້ນ​ຊົງ​ຊ່ວຍ​ໃຫ້​ຊີວິດ​ແກ່​ຂ້ານ້ອຍ.

94 ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ແລະ​ຂ້ານ້ອຍ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

95 ຄົນຊົ່ວຮ້າຍ​ຄອຍຖ້າ​ສັງຫານ​ຂ້ານ້ອຍ​ເລື້ອຍໄປ ແຕ່​ຂ້ານ້ອຍ​ໄດ້​ຕຶກຕອງ​ເຖິງ​ກົດບັນຍັດ​ຂອງ​ພຣະອົງ.

96 ຂ້ານ້ອຍ​ໄດ້​ຮຽນຮູ້​ວ່າ​ທຸກສິ່ງ​ມີ​ຂອບເຂດ​ຈຳກັດ ແຕ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ສົມບູນ​ດີເລີດ.


ຄວາມຮັກ​ທີ່​ມີ​ຕໍ່​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

97 ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລວງຫລາຍ​ທີ່ສຸດ ຂ້ານ້ອຍ​ພາວັນນາ​ເຖິງ​ກົດບັນຍັດ​ຢູ່​ຕະຫລອດ​ວັນ.

98 ຂໍ້ຄຳສັ່ງ​ຂອງ​ພຣະອົງ​ນັ້ນ​ຢູ່​ກັບ​ຂ້ານ້ອຍ​ຕະຫລອດ​ມາ ແລະ​ເຮັດ​ໃຫ້​ມີ​ປັນຍາ​ກວ່າ​ເຫຼົ່າ​ສັດຕູ​ໄດ້.

99 ຂ້ານ້ອຍ​ເຂົ້າໃຈ​ຫລາຍກວ່າ​ຄູ​ອາຈານ ເພາະ​ຂ້ານ້ອຍ​ພາວັນນາ​ເຖິງ​ຄຳແນະນຳ​ຂອງ​ພຣະອົງ.

100 ຂ້ານ້ອຍ​ມີ​ປັນຍາ​ກວ່າ​ຄົນ​ເຖົ້າແກ່​ຊະຣາ ເພາະ​ຂ້ານ້ອຍ​ຍອມ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

101 ຂ້ານ້ອຍ​ໄດ້​ເວັ້ນ​ຈາກ​ການ​ກະທຳ​ຊົ່ວ​ທຸກຢ່າງ ເພາະ​ຂ້ານ້ອຍ​ຕ້ອງການ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.

102 ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້​ແນະນຳ​ຈັກຢ່າງ​ເລີຍ. ດ້ວຍວ່າ, ຄູສອນ​ຂອງ​ຂ້ານ້ອຍ​ຄື​ພຣະອົງ.

103 ຣົດຊາດ​ແຫ່ງ​ຖ້ອຍຄຳ​ຂອງ​ພຣະອົງ​ຫວານຊື່ນ​ເຫລືອຫລາຍ ບໍ່ມີ​ສິ່ງໃດ​ປຽບປານ ຄື​ຫວານ​ຫລາຍກວ່າ​ນໍ້າເຜິ້ງ​ທີ່​ຢູ່​ໃນ​ປາກ​ຂອງ​ຂ້ານ້ອຍ.

104 ຂ້ານ້ອຍ​ມີ​ປັນຍາ​ໄດ້​ກໍ​ຍ້ອນ​ກົດບັນຍັດ​ຂອງ​ພຣະອົງ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກຽດຊັງ​ການ​ກະທຳ​ຊົ່ວ​ທຸກຢ່າງ.


ແສງ​ສະຫວ່າງ​ຈາກ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

105 ຖ້ອຍຄຳ​ຂອງ​ພຣະອົງ​ເປັນ​ແສງ​ໂຄມ​ນຳ​ທາງ​ໃຫ້​ຂ້ານ້ອຍ ແລະ​ແສງແຈ້ງ​ສຳລັບ​ທາງເດີນ​ໃຫ້​ຂ້ານ້ອຍ.

106 ຂ້ານ້ອຍ​ຈະ​ຢຶດໝັ້ນ​ຄຳສັນຍາ​ທີ່​ໄດ້​ມີ​ໄວ້ ແລະ​ເຊື່ອຟັງ​ຄຳແນະນຳ​ອັນ​ຖືກຕ້ອງ​ຂອງ​ພຣະອົງ.

107 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຖືກ​ລຳບາກ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ດ້ວຍ.

108 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຮັບ​ຄຳ​ໂມທະນາ​ຂອບພຣະຄຸນ ແລະ​ໂຜດ​ສັ່ງສອນ​ກົດບັນຍັດ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.

109 ຂ້ານ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ສ່ຽງ​ຊີວິດ​ສະເໝີ​ໄປ, ແຕ່​ຂ້ານ້ອຍ ບໍ່ໄດ້​ລືມໄລ​ກົດບັນຍັດ​ຂອງ​ພຣະອົງ.

110 ເຖິງ​ແມ່ນ​ຄົນຊົ່ວຮ້າຍ​ຫ້າງ​ແຮ້ວ​ໃສ່​ຂ້ານ້ອຍ​ກໍຕາມ ແຕ່​ຂ້ານ້ອຍ​ກໍ​ບໍ່ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

111 ບັນດາ​ກົດບັນຍັດ​ຂອງ​ພຣະອົງ​ເປັນ​ມໍຣະດົກ​ຂອງ​ຂ້ານ້ອຍ​ຕະຫລອດໄປ. ຊຶ່ງ​ເປັນ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ​ຢູ່​ເລື້ອຍ.

112 ຂ້ານ້ອຍ​ໄດ້​ຕັດສິນໃຈ​ແລ້ວ​ທີ່​ຈະ​ເຊື່ອຟັງ ກົດບັນຍັດ​ຈົນເຖິງ​ວັນ​ທີ່​ຂ້ານ້ອຍ​ຕາຍໄປ.


ຄວາມ​ປອດໄພ​ໃນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

113 ຂ້ານ້ອຍ​ກຽດຊັງ​ຄົນ​ໜ້າໄຫວ້​ຫລັງຫລອກ​ທີ່ສຸດ ແຕ່​ຂ້ານ້ອຍ​ຮັກ​ສຸດໃຈ​ກົດບັນຍັດ​ຂອງ​ພຣະອົງ.

114 ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ແຕ່​ໃດໆ​ມາ ຂ້ານ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ຄຳສັນຍາ​ຂອງ​ພຣະອົງ.

115 ຈົ່ງ​ໜີ​ຈາກ​ຂ້ອຍ​ເຖີດ ເຈົ້າ​ຄົນຊົ່ວຮ້າຍ​ເອີຍ ຝ່າຍ​ຂ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ພຣະເຈົ້າ​ຂອງຂ້ອຍ.

116 ຂໍ​ຊົງ​ໂຜດ​ໃຫ້​ກຳລັງ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້ ເພື່ອ​ຈະ​ມີ​ຊີວິດ​ຢູ່ ແລະ​ຢ່າ​ໃຫ້​ຂ້ານ້ອຍ​ອັບອາຍ​ຂາຍໜ້າ​ໃນ​ຄວາມຫວັງ​ຂອງ​ຂ້ານ້ອຍ.

117 ຂໍ​ຊົງ​ໂຜດ​ອູ້ມຊູ​ຂ້ານ້ອຍ​ໄວ້ ແລະ​ຈະ​ປອດໄພ ຂ້ານ້ອຍ​ຈະ​ເອົາໃຈໃສ່​ຕໍ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢູ່​ເລື້ອຍໄປ.

118 ພຣະອົງ​ໄດ້​ປະຖິ້ມ​ຄົນ​ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແຜນການ​ຫລອກລວງ​ຂອງ​ພວກເຂົາ​ກໍ​ໄຮ້ປະໂຫຍດ.

119 ພຣະອົງ​ໂຍນ​ຄົນຊົ່ວ​ດັ່ງ​ຄົນ​ໂຍນ​ຂີ້ເຫຍື້ອ​ຖິ້ມ​ໄປ ດ້ວຍເຫດນີ້​ຂ້ານ້ອຍ​ຈຶ່ງ​ຮັກ​ຄຳແນະນຳ​ຂອງ​ພຣະອົງ.

120 ຂ້ານ້ອຍ​ຢ້ານ​ພຣະອົງ​ຈົນ​ຕົວສັ່ນ ແລະ​ຂ້ານ້ອຍ​ຢ້ານ​ການຕັດສິນ​ຂອງ​ພຣະອົງ​ຫລາຍ​ທີ່ສຸດ.


ການ​ເຊື່ອຟັງ​ຕໍ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

121 ຂ້ານ້ອຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໃຫ້​ພວກ​ສັດຕູ​ຂອງ​ຂ້ານ້ອຍ.

122 ຈົ່ງ​ສັນຍາ​ວ່າ ພຣະອົງ​ຈະ​ຊ່ວຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ຢ່າ​ປ່ອຍ​ໃຫ້​ຄົນ​ຈອງຫອງ​ຂົ່ມເຫັງ​ຂ້ານ້ອຍ​ທ້ອນ

123 ຕາ​ກໍ​ອິດເມື່ອຍ​ຍ້ອນ​ຄອງຫາ​ໃຫ້​ຊ່ວຍເຫລືອ ເພື່ອ​ປົດປ່ອຍ​ໃຫ້​ເປັນ​ເສລີ​ຕາມ​ທີ່​ໄດ້​ສັນຍາ​ໄວ້.

124 ຂໍ​ຊົງ​ໂຜດ​ກະທຳ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ຕໍ່​ຂ້ານ້ອຍ ໂຜດ​ສິດສອນ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ດ້ວຍ.

125 ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂຜດ​ໃຫ້​ຄວາມ​ເຂົ້າໃຈ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຮູ້​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

126 ເຖິງ​ເວລາ​ແລ້ວ​ທີ່​ພຣະເຈົ້າຢາເວ​ຕ້ອງ​ລົງມື ເພາະ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.

127 ຂ້ານ້ອຍ​ຮັກ​ຂໍ້ຄຳສັ່ງ​ຫລາຍກວ່າ​ຄຳ ຮັກ​ຂໍ້ຄຳສັ່ງ​ແທ້ໆ​ຫລາຍກວ່າ​ຄຳ​ນໍ້າໜຶ່ງ.

128 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ເຮັດ​ຕາມ​ທຸກ​ຄຳແນະນຳ​ຂອງ​ພຣະອົງ ເພາະວ່າ​ຂ້ານ້ອຍ​ກຽດຊັງ​ການ​ປະພຶດ​ຜິດ​ທຸກຢ່າງ.


ຄວາມ​ປາຖະໜາ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

129 ຄຳສັ່ງສອນ​ຂອງ​ພຣະອົງ​ເປັນ​ທີ່​ອັດສະຈັນ ຂ້ານ້ອຍ​ເຊື່ອຟັງ​ດ້ວຍ​ສຸດຈິດ​ສຸດໃຈ.

130 ການ​ອະທິບາຍ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໃຫ້​ແສງ​ສະຫວ່າງ ແລະ​ນຳ​ປັນຍາ​ໃຫ້​ແກ່​ພວກ​ຄົນໂງ່ຈ້າ​ດ້ວຍ.

131 ຂ້ານ້ອຍ​ປາຖະໜາ​ຢາກ​ໄດ້​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຂ້ານ້ອຍ​ອ້າ​ປາກ​ດ້ວຍ​ຄວາມ​ຫິວກະຫາຍ.

132 ໂຜດ​ແລເບິ່ງ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ ເໝືອນ​ດັ່ງ​ພຣະອົງ​ກະທຳ​ຕໍ່​ທຸກຄົນ​ທີ່​ຮັກ​ພຣະອົງ​ນັ້ນ.

133 ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ລົ້ມ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ ຢ່າ​ໃຫ້​ສິ່ງ​ຊົ່ວຮ້າຍ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ.

134 ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ຈາກ​ຄົນ​ມັກ​ກົດຂີ່ ເພື່ອ​ວ່າ​ຈະ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

135 ຂໍ​ຊົງ​ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ທັງ​ອວຍພອນ​ຂ້ານ້ອຍ​ດ້ວຍ. ແລະ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ​ແດ່ທ້ອນ.

136 ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ຄວາມ​ຍຸດຕິທຳ​ແຫ່ງ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

137 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍຸດຕິທຳ ແລະ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຍຸດຕິທຳ​ດ້ວຍ.

138 ບັນດາ​ກົດລະບຽບ​ທີ່​ພຣະອົງ​ໄດ້​ໃຫ້​ມາ ເປັນ​ມາດຕາ​ທີ່​ທ່ຽງທຳ​ແລະ​ຖືກຕ້ອງ.

139 ຂ້ານ້ອຍ​ໂກດຮ້າຍ​ຫຼາຍ​ດັ່ງ​ໄຟ​ເຜົາຜານ ເພາະ​ເຫຼົ່າ​ສັດຕູ​ໄດ້​ເມີນເສີຍ​ຕໍ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

140 ຄຳສັນຍາ​ຂອງ​ພຣະອົງ​ນັ້ນ​ຄັກແນ່​ແທ້ ຂ້ານ້ອຍ​ຮັກ​ພຣະສັນຍາ​ຫລາຍ​ທີ່ສຸດ.

141 ຂ້ານ້ອຍ​ຄົນ​ຕໍ່າຕ້ອຍ​ຖືກ​ດູໝິ່ນ​ຫຍໍ້ຫຍັນ, ແຕ່​ເຊື່ອໝັ້ນ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.

142 ຄວາມ​ຍຸດຕິທຳ​ຂອງ​ພຣະອົງ​ຈະ​ຍືນຍົງ​ຢູ່​ສືບໄປ ແລະ​ກົດບັນຍັດ​ຂອງ​ພຣະອົງ​ກໍ​ເປັນ​ຄວາມຈິງ​ຢູ່ເລື້ອຍ.

143 ຂ້ານ້ອຍ​ເດືອດຮ້ອນ​ແລະ​ໂສກເສົ້າ​ເຕັມທີ, ແຕ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໄດ້​ນຳ​ຄວາມ​ເບີກບານ​ໃຈ​ມາ​ໃຫ້.

144 ຄຳແນະນຳ​ຂອງ​ພຣະອົງ​ນັ້ນ ເປັນ​ຄວາມຈິງ​ຢູ່​ສືບໄປ ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຂົ້າໃຈ​ແລະ​ຈະ​ມີ​ຊີວິດ​ຢູ່.


ຄຳພາວັນນາ​ອະທິຖານ​ເພື່ອ​ການ​ປົດປ່ອຍ

145 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ດ້ວຍ​ສຸດໃຈ ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

146 ຂ້ານ້ອຍ​ຮ້ອງຫາ​ໃຫ້​ຊ່ວຍຊູ​ໂຜດ​ຊ່ວຍ​ດ້ວຍ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ.

147 ກ່ອນ​ຕາເວັນ​ຂຶ້ນ ຂ້ານ້ອຍ​ກໍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫຼືອ ຂ້ານ້ອຍ​ຂໍ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະສັນຍາ​ຂອງ​ພຣະອົງ​ດ້ວຍ.

148 ຂ້ານ້ອຍ​ນອນ​ບໍ່ໄດ້ ແລະ​ຕື່ນ​ຂຶ້ນ​ທັງຄືນ ຂ້ານ້ອຍ​ມີ​ແຕ່​ພາວັນນາ​ເຖິງ​ຄຳແນະນຳ​ຂອງ​ພຣະອົງ.

149 ຂ້າແດ່​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ ໂຜດ​ຟັງ​ທັງ​ເມດຕາ​ແລະ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ.

150 ຜູ້​ຂົ່ມເຫັງ​ທີ່​ໂຫດຮ້າຍ​ຫຍັບ​ເຂົ້າ​ມາ​ໃກ້​ເຕັມທີ ຄື​ພວກ​ທີ່​ບໍ່ເຄີຍ​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ.

151 ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຢູ່​ໃກ້ຊິດ​ຂ້ານ້ອຍ ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ​ລ້ວນແຕ່​ຍືນຍົງ​ຢູ່​ຕະຫລອດ.

152 ຂ້ານ້ອຍ​ໄດ້​ຮຽນຮູ້​ເຖິງ​ຄຳແນະນຳ​ຂອງ​ພຣະອົງ​ແຕ່​ດົນ ພຣະອົງ​ເຮັດ​ໃຫ້​ຄຳແນະນຳ​ເຫຼົ່ານັ້ນ​ດຳລົງ​ຢູ່​ຕະຫລອດໄປ.


ຄຳ​ຂໍຮ້ອງ​ໃຫ້​ຊ່ວຍເຫລືອ

153 ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ທົນທຸກ​ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະອົງ.

154 ຂໍ​ຊົງ​ໂຜດ​ເປັນ​ທະນາຍຄວາມ​ແກ້​ຄະດີ​ໃຫ້​ຂ້ານ້ອຍ ແລະ​ປ່ອຍ​ຂ້ານ້ອຍ​ໃຫ້​ເປັນ​ອິດສະຫລະ. ໂຜດ​ຊ່ວຍ​ໃຫ້​ພົ້ນ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ດ້ວຍ.

155 ຄົນຊົ່ວຮ້າຍ​ຈະ​ບໍ່ໄດ້​ຖືກ​ຊ່ວຍກູ້​ໃຫ້​ພົ້ນໄພ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.

156 ຂ້າແດ່​ພຣະເຈົ້າຢາເວ ຄວາມ​ເອັນດູ​ຂອງ​ພຣະອົງ​ນັ້ນ​ກໍ​ຍິ່ງໃຫຍ່ ໂຜດ​ສຳແດງ​ຄວາມ​ເມດຕາ​ຂອງ​ພຣະອົງ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.

157 ສັດຕູ​ແລະ​ຜູ້​ຂົ່ມເຫັງ​ນັ້ນ​ມີ​ຢູ່​ຫລວງຫລາຍ ແຕ່​ຂ້ານ້ອຍ​ບໍ່​ລະເລີຍ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.

158 ເມື່ອ​ເບິ່ງ​ຄົນ​ທໍລະຍົດ​ນີ້​ກໍ​ໜ້າເບື່ອ​ເຕັມທີ ເພາະວ່າ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

159 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້ວ່າ​ຂ້ານ້ອຍ​ຮັກ​ຄຳແນະນຳ​ຂອງ​ພຣະອົງ​ຫລາຍ​ເທົ່າໃດ ຄວາມຮັກ​ຂອງ​ພຣະອົງ​ບໍ່ເຄີຍ​ປ່ຽນແປງ ສະນັ້ນ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ​ເຖີດ.

160 ແກ່ນແທ້​ຂອງ​ກົດບັນຍັດ​ລ້ວນແຕ່​ເປັນ​ຄວາມຈິງ ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ​ກໍ​ດຳລົງ​ຢູ່​ສືບໄປ​ເປັນນິດ.


ການ​ອຸທິດຕົວ​ແກ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ

161 ຄົນ​ທີ່​ມີ​ອຳນາດ​ໂຈມຕີ​ຂ້ານ້ອຍ​ຢ່າງ​ບໍ່​ຍຸດຕິທຳ ແຕ່​ຂ້ານ້ອຍ​ເຄົາຣົບ​ນັບຖື​ຖ້ອຍຄຳ​ຂອງ​ພຣະອົງ.

162 ຂ້ານ້ອຍ​ສຸກໃຈ​ຍ້ອນ​ຖ້ອຍຄຳ​ຂອງ​ພຣະອົງ ມີ​ຄວາມສຸກ​ຫລາຍ​ເໝືອນດັ່ງ​ຄົນ​ທີ່​ພົບ​ສົມບັດ​ອັນ​ມັ່ງຄັ່ງ.

163 ຂ້ານ້ອຍ​ກຽດຊັງ​ການ​ຕົວະຍົວະ​ທຸກປະການ, ແຕ່​ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ.

164 ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ມື້​ໜຶ່ງ​ເຈັດ​ເທື່ອ ຍ້ອນ​ການຕັດສິນ​ອັນ​ຍຸດຕິທຳ​ຂອງ​ພຣະອົງ​ນັ້ນ.

165 ຄົນ​ທີ່​ຮັກ​ກົດບັນຍັດ​ກໍ​ມີ​ຄວາມ​ປອດໄພ​ດີ ແລະ​ບໍ່ມີ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ໄດ້.

166 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ລໍຖ້າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນໄພ ສະນັ້ນ ຂ້ານ້ອຍ​ຈຶ່ງ​ໄດ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

167 ຈິດວິນຍານ​ຂອງ​ຂ້ານ້ອຍ​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ ແລະ​ຮັກ​ຄຳສັ່ງສອນ​ນັ້ນ​ຢ່າງ​ສຸດຈິດ​ສຸດໃຈ.

168 ຂ້ານ້ອຍ​ຂັບ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ຄຳແນະນຳ​ຂອງ​ພຣະອົງ ພຣະອົງ​ຊົງ​ຮູ້​ເຫັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ກະທຳ​ນັ້ນ.


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ຊ່ວຍເຫລືອ

169 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ໃຫ້​ສິ່ງ​ທີ່​ທູນຂໍ​ນັ້ນ​ຂຶ້ນ​ເຖິງ​ພຣະອົງ ໂຜດ​ໃຫ້​ຂ້ານ້ອຍ​ເຂົ້າໃຈ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ດ້ວຍ.

170 ໂຜດ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂໍ​ຂອງ​ຂ້ານ້ອຍ​ດ້ວຍ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຕາມ​ຄຳສັນຍາ​ຂອງ​ພຣະອົງ​ດ້ວຍ.

171 ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີໄປ ເພາະ​ພຣະອົງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ກົດບັນຍັດ​ຂອງ​ພຣະອົງ.

172 ຂ້ານ້ອຍ​ຈະ​ຮ້ອງເພງ​ທີ່​ກ່າວ​ເຖິງ​ກົດບັນຍັດ ເພາະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຖືກຕ້ອງ​ແລະ​ທ່ຽງທຳ.

173 ຂໍ​ພຣະອົງ​ຕຽມພ້ອມ​ມາ​ຊ່ວຍເຫລືອ​ຂ້ານ້ອຍ ເພາະ​ຂ້ານ້ອຍ​ໄດ້​ເລືອກ​ທີ່​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

174 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຄອງຄອຍ​ການ​ໂຜດ​ຊ່ວຍ​ຂອງ​ພຣະອົງ ຫວັງ​ແຕ່​ໃຫ້​ພຣະອົງ​ຊ່ວຍຊູ. ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.

175 ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ເພື່ອ​ຈະ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ ຂໍ​ໃຫ້​ຂໍ້​ຄຳແນະນຳ​ຂອງ​ພຣະອົງ​ຊ່ວຍເຫຼືອ​ຂ້ານ້ອຍ​ດ້ວຍ.

176 ຂ້ານ້ອຍ​ຫລົງທາງ​ເໝືອນດັ່ງ​ແກະ​ທີ່​ຫລົງເສຍ​ໄປ. ສະນັ້ນ ຂໍ​ພຣະອົງ​ຊອກ​ຫາ​ຂ້ານ້ອຍ​ແດ່ທ້ອນ ຄື​ຊອກ​ຫາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພາະ​ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຈັກເທື່ອ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan