Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 118 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ໂມທະນາ​ຂອບພຣະຄຸນ​ເພາະ​ມີໄຊ

1 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ເພາະ​ພຣະອົງ​ປະເສີດ ເພາະ​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.

2 ຂໍ​ໃຫ້​ປະຊາຊົນ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”

3 ຂໍ​ໃຫ້​ພວກ​ປະໂຣຫິດ​ຂອງ​ພຣະເຈົ້າ​ພາກັນ​ກ່າວ​ວ່າ, “ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”

4 ຂໍ​ໃຫ້​ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ທຸກຄົນ​ຈົ່ງ​ກ່າວ​ວ່າ, “ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.”

5 ຂ້ານ້ອຍ​ໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃນ​ຍາມ​ທຸກຮ້ອນ​ເຂັນໃຈ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳ​ຮ້ອງຂໍ​ຂອງ​ຂ້ານ້ອຍ ແລະ​ປົດປ່ອຍ​ຂ້ານ້ອຍ​ໃຫ້​ພົ້ນ.

6 ພຣະເຈົ້າຢາເວ​ຢູ່​ນຳ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ​ເລີຍ ແມ່ນ​ຜູ້ໃດ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?

7 ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ຄວາມ​ອູ້ມຊູ​ແກ່​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄດ້​ເຫັນ​ພວກ​ສັດຕູ​ພ່າຍແພ້.

8 ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ມະນຸດ.

9 ການ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເປັນ​ການດີ ດີກວ່າ​ທີ່​ຈະ​ເພິ່ງພາ​ອາໄສ​ຜູ້ນຳ​ທີ່​ເປັນ​ມະນຸດ.

10 ພວກ​ສັດຕູ​ໄດ້​ອ້ອມ​ຂ້ານ້ອຍ​ໄວ້​ຕັ້ງ​ຫລວງຫລາຍ ແຕ່​ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ

11 ພວກເຂົາ​ໄດ້​ອ້ອມ​ຂ້ານ້ອຍ​ໄວ້​ທຸກໆ​ດ້ານ ແຕ່​ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.

12 ພວກເຂົາ​ບຸກໂຈມຕີ​ຂ້ານ້ອຍ​ດັ່ງ​ຝູງ​ເຜິ້ງ​ຫຸ້ມ​ໂຈມຕີ ແຕ່​ພວກເຂົາ​ຖືກ​ດັບ​ຊີວີ​ຢ່າງ​ວ່ອງໄວ​ໝົດສິ້ນ ຄື​ຖືກ​ດັບສູນ​ໄປ​ກ້ຽງ​ດັ່ງ​ຫຍ້າແຫ້ງ​ທີ່​ຖືກ​ໄຟ ຂ້ານ້ອຍ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ພຣະນາມ​ຂອງ​ພຣະເຈົ້າຢາເວ.

13 ຂ້ານ້ອຍ​ຖືກ​ໂຈມຕີ​ຢ່າງ​ໂຫດຫ້ຽມ​ໃຫ້​ພ່າຍແພ້​ໄປ ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ເອົາ​ຂ້ານ້ອຍ​ໄວ້​ໄດ້.

14 ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ມີ​ອຳນາດ​ແຂງແຮງ​ຂຶ້ນ​ໃໝ່​ ພຣະອົງ​ໄດ້​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ຫວິດ​ພົ້ນ​ໂພຍໄພ.

15 ຈົ່ງ​ຟັງ​ສຽງ​ປະຊາຊົນ​ຂອງ​ພຣະເຈົ້າ​ໂຮຮ້ອງ​ຍິນດີ ເພາະ​ຄວາມມີໄຊ​ທີ່​ຜ້າເຕັນ​ຂອງ​ເຂົາເຈົ້າ ຣິດທານຸພາບ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ຫລາຍ ພຣະເຈົ້າຢາເວ​ກຳ​ໄຊຊະນະ​ຄັ້ງ​ຍິ່ງໃຫຍ່.

16 ຣິດທານຸພາບ​ຂອງ​ພຣະເຈົ້າຢາເວ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພວກເຮົາ ຄື​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ໃນ​ສະໜາມຮົບ.

17 ແທນ​ທີ່​ຂ້ານ້ອຍ​ຈະ​ສິ້ນ​ຊີວິດ ແຕ່​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່ ແລະ​ປະກາດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ.

18 ພຣະເຈົ້າຢາເວ​ໄດ້​ລົງໂທດ​ຢ່າງໜັກ ແຕ່​ພຣະອົງ​ບໍ່ໄດ້​ປະປ່ອຍ​ຂ້ານ້ອຍ​ໃຫ້​ສິ້ນ​ຊີວິດ.

19 ຂໍ​ເປີດ​ປະຕູ​ແຫ່ງ​ຄວາມ​ຊອບທຳ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຈະ​ເຂົ້າໄປ ແລະ​ຖວາຍ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະເຈົ້າຢາເວ.

20 ນີ້​ຄື​ປະຕູ​ແຫ່ງ​ພຣະເຈົ້າຢາເວ ຜູ້​ທີ່​ຈະ​ເຂົ້າ​ໄປ​ເຖິງ​ໄດ້ ມີ​ແຕ່​ຄົນ​ຊອບທຳ​ເທົ່ານັ້ນ.

21 ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ເພາະ​ພຣະອົງ​ໄດ້ຍິນ​ສຽງ​ທີ່​ຂ້ານ້ອຍ​ຮ້ອງຫາ​ແລ້ວ ແລະ​ໄດ້​ໂຜດ​ໃຫ້​ຂ້ານ້ອຍ ມີໄຊ​ຊະນະ​ແລ້ວ.

22 ຫີນ​ທີ່​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ​ເພາະ​ຖື​ວ່າ​ໄຮ້​ຄ່າ ກໍ​ກາຍເປັນ​ຫີນ​ເສົາເອກ​ສຳຄັນ​ກວ່າໝູ່ໝົດ.

23 ເລື່ອງ​ນີ້​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ກະທຳການ ຊຶ່ງ​ເປັນ​ການ​ອັດສະຈັນ​ປະຈັກ​ຕາ​ແທ້ໆ.

24 ວັນນີ້ ເປັນ​ວັນ​ທີ່​ພຣະເຈົ້າຢາເວ​ໃຫ້​ຄວາມ​ມີໄຊ ຈົ່ງ​ຊົມຊື່ນ​ຍິນດີ​ແລະ​ສະຫລອງ​ກັນ​ເຖີດ.

25 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ເຖີດ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ປະທານ​ຄວາມ​ສຳເລັດ​ໃຫ້​ແກ່​ພວກ​ຂ້ານ້ອຍ​ແດ່ທ້ອນ.

26 ຂໍ​ໃຫ້​ທ່ານ​ຜູ້​ທີ່​ມາ​ໃນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ໄດ້​ຮັບ​ພຣະພອນ ຂ້ານ້ອຍ​ທັງຫລາຍ​ອວຍພອນ​ທ່ານ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ.

27 ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ພຣະອົງ​ດີ​ຕໍ່​ພວກເຮົາ. ຈົ່ງ​ຖື​ກິ່ງໄມ້ ແລະ​ເລີ່ມ​ສະຫລອງ​ເທດສະການ ຈົ່ງ​ພາກັນ​ຍ່າງ​ເປັນ​ຂະບວນ​ອ້ອມ​ແທ່ນບູຊາ​ເຖີດ.

28 ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.

29 ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ປະເສີດ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan