ເພງ^ສັນລະເສີນ 116 - ພຣະຄຳພີສັກສິຄຳໂມທະນາຂອບພຣະຄຸນເພາະພຣະເຈົ້າຊ່ວຍກອບກູ້ຈາກຄວາມຕາຍ 1 ຂ້ານ້ອຍຮັກພຣະເຈົ້າຢາເວ ເພາະພຣະອົງໄດ້ຍິນສຽງຂອງຂ້ານ້ອຍຮ້ອງຫາ ພຣະອົງຊົງຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ. 2 ພຣະອົງຟັງຂ້ານ້ອຍທຸກໆເທື່ອ ເມື່ອຂ້ານ້ອຍຮ້ອງຫາພຣະອົງ. 3 ຂ້ານ້ອຍຖືກລ້ອມດ້ວຍອັນຕະລາຍເຖິງຕາຍ ຈຶ່ງຢູ່ໃຕ້ເງົາແຫ່ງແດນມໍຣະນານັ້ນ. ມັນຮັດບີບໄວ້ຈົນອຶດອັດໃນຈິດໃຈ ຈຶ່ງມີແຕ່ຢ້ານກົວແລະໂສກເສົ້າ. 4 ແລ້ວຂ້ານ້ອຍກໍຮ້ອງອອກນາມຊື່ຂອງພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍ.” 5 ພຣະເຈົ້າຢາເວຊົງສັດຊື່ແລະຊົງຄຸນຄວາມດີ ພຣະເຈົ້າຂອງພວກເຮົາຊົງເມດຕາກະລຸນາຢ່າງເຕັມລົ້ນ. 6 ພຣະເຈົ້າຢາເວປົກປ້ອງຜູ້ຂາດທີ່ເພິ່ງພາ ເມື່ອຂ້ານ້ອຍຢູ່ໃນອັນຕະລາຍພຣະອົງໄດ້ຊ່ວຍໄວ້. 7 ຈິດໃຈຂອງຂ້ານ້ອຍເອີຍ ຈົ່ງເຊື່ອໝັ້ນເຖີດ ເພາະພຣະເຈົ້າຢາເວຊົງປະທານຄວາມດີແກ່ເຈົ້າແລ້ວ. 8 ພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກຕາຍ ລະງັບນໍ້າຕາແລະຊ່ວຍຂ້ານ້ອຍບໍ່ໃຫ້ພ່າຍແພ້. 9 ດັ່ງນັ້ນ ຂ້ານ້ອຍຈຶ່ງຍ່າງຢູ່ຊ້ອງໜ້າພຣະເຈົ້າຢາເວ ໃນໂລກມະນຸດຂອງຜູ້ມີຊີວິດຢູ່ນີ້. 10 ຂ້ານ້ອຍສືບຕໍ່ເຊື່ອໝັ້ນເຖິງແມ່ນໄດ້ເວົ້າຈາວ່າ, “ຂ້ານ້ອຍຖືກຢຽບລົງຢ່າງໝົດສິ້ນ.” 11 ເຖິງແມ່ນຂ້ານ້ອຍເຄີຍຢ້ານ ແລະເວົ້າວ່າ, “ບໍ່ມີຜູ້ໃດເປັນທີ່ໄວ້ວາງໃຈໄດ້ເລີຍ.” 12 ຍ້ອນພຣະຄຸນຄວາມດີທີ່ມີຕໍ່ຂ້ານ້ອຍທຸກປະການ ຂ້ານ້ອຍຈະຖວາຍຫຍັງແດ່ແກ່ພຣະເຈົ້າຢາເວ? 13 ຂ້ານ້ອຍຈະຖວາຍເຫຼົ້າອະງຸ່ນຢ່າງດີແກ່ອົງພຣະຜູ້ເປັນເຈົ້າ ເພື່ອຂອບພຣະຄຸນພຣະອົງທີ່ຊ່ວຍຂ້ານ້ອຍໃຫ້ພົ້ນ. 14 ຂ້ານ້ອຍຈະຖວາຍສິ່ງທີ່ໄດ້ສາບານໄວ້ກັບພຣະເຈົ້າຢາເວ ໃນທີ່ຊຸມນຸມຊົນທັງປວງຂອງພຣະອົງນັ້ນ. 15 ຄວາມຕາຍແຫ່ງໄພ່ພົນຂອງພຣະເຈົ້າ ເປັນສິ່ງປະເສີດໃນສາຍພຣະເນດຂອງພຣະເຈົ້າຢາເວ. 16 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ແລະບົວລະບັດຮັບໃຊ້ພຣະອົງ ເໝືອນດັ່ງທີ່ແມ່ຂອງຂ້ານ້ອຍໄດ້ປະຕິບັດມາ ພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຕາຍໄດ້. 17 ຂ້ານ້ອຍຈະຖວາຍເຄື່ອງບູຊາໂມທະນາຂອບພຣະຄຸນພຣະອົງ ແລະຈະຮ້ອງອອກພຣະນາມຂອງພຣະເຈົ້າຢາເວດ້ວຍ. 18-19 ຂ້ານ້ອຍຈະຖວາຍຕາມທີ່ໄດ້ສັນຍາຕໍ່ພຣະເຈົ້າຢາເວ ໃນທີ່ຊຸມນຸມຊົນທັງປວງຂອງພຣະອົງ ໃນທີ່ນະມັດສະການອັນສັກສິດ ທີ່ວິຫານຂອງພຣະເຈົ້າຢາເວແຫ່ງນະຄອນເຢຣູຊາເລັມນັ້ນ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.