Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 115 - ພຣະຄຳພີສັກສິ


ພຣະເຈົ້າ​ທ່ຽງແທ້​ແຕ່​ອົງດຽວ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ກຽດສັກສີ​ຈົ່ງ​ເປັນ​ຂອງ​ພຣະອົງ​ພຽງແຕ່​ເທົ່ານັ້ນ ບໍ່​ເປັນ​ຂອງ​ພວກ​ຂ້ານ້ອຍ​ເລີຍ ກໍ​ເພາະ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຈິງ​ຂອງ​ພຣະອົງ.

2 ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?”

3 ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຢູ່​ເທິງ​ຟ້າ​ສະຫວັນ ພຣະອົງ​ປາຖະໜາ​ສິ່ງໃດ​ກໍ​ກະທຳ​ສິ່ງນັ້ນ.

4 ພະ​ຂອງ​ພວກເຂົາ​ນັ້ນ​ເຮັດ​ດ້ວຍ​ເງິນ ດ້ວຍ​ຄຳ​ ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.

5 ພະ​ເຫຼົ່ານີ້​ມີ​ປາກ ແຕ່​ພັດ​ເວົ້າຈາ​ບໍ່​ເປັນ, ພະ​ເຫຼົ່ານີ້​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ.

6 ພະ​ເຫຼົ່ານີ້​ມີ​ຫູ ແຕ່​ບໍ່ໄດ້ຍິນ, ພະ​ເຫຼົ່ານີ້​ມີ​ດັງ ແຕ່​ດົມ​ກິ່ນ​ບໍ່ໄດ້.

7 ພະ​ເຫຼົ່ານີ້​ມີ​ມື ແຕ່​ຈັບ​ບາຍ​ບໍ່​ເປັນ, ພະ​ເຫຼົ່ານີ້​ມີ​ຕີນ ແຕ່​ຍ່າງ​ໄປມາ​ບໍ່ໄດ້, ພະ​ເຫຼົ່ານີ້​ເຮັດ​ໃຫ້​ມີ​ສຽງ​ອອກ​ຈາກ​ລຳຄໍ​ບໍ່ໄດ້.

8 ຂໍ​ໃຫ້​ທຸກຄົນ​ທີ່​ສ້າງ​ພວກ​ພະ​ແລະ​ໄວ້ໃຈ​ໃນ​ມັນ ຈົ່ງ​ກາຍເປັນ ດັ່ງ​ຮູບປັ້ນ​ເຫຼົ່ານັ້ນ​ເຖີດ.

9 ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ຄຸ້ມຄອງ​ໄດ້.

10 ບັນດາ​ປະໂຣຫິດ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ຄຸ້ມຄອງ​ໄດ້.

11 ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ເຖີດ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ ແລະ​ເປັນ​ໂລ້ກຳບັງ.

12 ພຣະເຈົ້າຢາເວ​ລະນຶກເຖິງ​ພວກເຮົາ ແລະ​ຈະ​ອວຍພອນ​ພວກເຮົາ ພຣະອົງ​ຈະ​ອວຍພອນ​ພວກ​ອິດສະຣາເອນ ແລະ​ປະໂຣຫິດ​ທຸກຄົນ​ດ້ວຍ.

13 ພຣະອົງ​ຈະ​ອວຍພອນ​ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ.

14 ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ ທັງ​ພວກເຈົ້າ ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ​ດ້ວຍ.

15 ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າຢາເວ ຄື​ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.

16 ຈັກກະວານ ​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ ແຕ່​ພຣະອົງ​ໄດ້​ປະທານ​ແຜ່ນດິນ​ໂລກ​ໃຫ້​ແກ່​ມະນຸດ.

17 ຄົນ​ຕາຍ​ຈະ​ບໍ່ໄດ້​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຫລື​ຄົນ​ທີ່​ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມງຽບ ​ແລ້ວ​ກໍ​ເຊັ່ນກັນ.

18 ແຕ່​ພວກເຮົາ​ຜູ້​ທີ່​ມີ​ຊີວິດ​ຢູ່​ນີ້ ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທັງ​ໃນ​ປັດຈຸບັນ​ແລະ​ຕະຫລອດໄປ​ເປັນນິດ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan